loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສພຂ ຫລວງນ້ຳທາ ປັບປຸງພາລະບົດບາດ,ກຳນົດຕໍາແໜ່ງງານ,ການຈັດຕັ້ງ ແລະ ເຄື່ອນໄຫວຂອງຂະແໜງ

ມ.ຖ. 11, 2022 | ຂ່າວກອງປະຊຸມ, ເຂດ 3 ຫຼວງນ້ຳ​ທາ

ຕອນເຊົ້າວັນທີ 7 ມີນາ 2022 ນີ້ສະພາປະຊາຊົນແຂວງ ຫລວງນ້ຳທາ ໄດ້ເປີດກອງປະຊຸມປັບປຸງພາລະບົດບາດ, ກຳນົດຕໍາແໜ່ງງານ, ການຈັດຕັ້ງ ແລະ ເຄື່ອນໄຫວ ຂອງຂະແໜງຕົນ ພາຍໃນສະພາປະຊາຊົນແຂວງ ຂຶ້ນທີ່ຫ້ອງປະຊຸມສະພາປະຊາຊົນແຂວງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ກົງເພັດ ແກ້ວບົວພາ ກຳມະການພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ມີຄະນະປະຈຳສະພາປະຊາຊົນແຂວງ, ມີສະມາຊິກສະພາປະຊາຊົນແຂວງ, ຄະນະເລຂາທິການ, ຄະນະຮັບຜິດຊອບປັບປຸງພາລະບົດບາດການຈັດຕັ້ງຂັ້ນແຂວງ, ຫົວໜ້າ, ຮອງຫົວໜ້າຂະແໜງ ເຂົ້າຮ່ວມ 23 ຄົນ,ຍິງ 6 ຄົນ.

ໂດຍປະຕິບັດຕາມມະຕິ ເລກທີ 07/ລບ,ລົງວັນທີ 04 ຕຸລາ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງຜັນຂະຫຍາຍມະຕິ ຂອງສະພາແຫ່ງຊາດ ກ່ຽວກັບ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ຕາມຄຳສັ່ງ ຂອງຄະນະເລຂາທິການສູນກາງພັກ ເລກທີ 109/ຄລສພ, ລົງວັນທີ 29 ກັນຍາ 2021 ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງຂອງບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ; ໃຫ້ໄດ້ຮັບຜົນສຳເລັດຕາມວາລະແຫ່ງຊາດໄດ້ກຳນົດໄວ້.

ກອງປະຊຸມໄດ້ຮັບຟັງບົດສະເໜີ ການສ້າງຕັ້ງເສນາທິການ ຂອງສະພາປະຊາຊົນແຂວງ ຫລວງນ້ຳທາ; ຊຶ່ງການສ້າງຕັ້ງເສນາທິການ ພາຍໃນສະພາປະຊາຊົນແຂວງ ແມ່ນມີຄວາມຈໍາເປັນ ເພື່ອສ້າງຄວາມເຂັ້ມແຂງໃນການເປັນເສນາທິການໃຫ້ແກ່ ສະພາປະຊາຊົນແຂວງ ກໍຄືຄະນະສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ໃນການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນຕາມກົດໝາຍ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງ  ໃຫ້ແທດເໝາະກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ ແລະ ການກຳນົດກົງຈັກເສນາທິການ ຂອງສະພາປະຊາຊົນແຂວງ ເປັນລະບົບ ແລະ ມີຄວາມເປັນເອກະພາບ; ພ້ອມດຽວກັນ ບັນດາທ່ານເຂົ້າຮ່ວມກອງປະຊຸມ ຍັງໄດ້ແລກປ່ຽນປະກອບຄຳຄິດເຫັນຕໍ່ກັບການສ້າງຕັ້ງກົງຈັກເສນາທິການ ພາຍໃນສະພາປະຊາຊົນແຂວງ ຢ່າງມີຈຸດສຸມ ເພື່ອເຮັດໃຫ້ການສ້າງຕັ້ງກົງຈັກໃນສະພາປະຊາຊົນແຂວງ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຕົວຈິງ.

ຂຽນໂດຍ ນາງ ວັນນີ ແຝງບົວວັນ