ສພຂ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄລຍະແຕ່ປີ 2026-2030

ພ.ຈ. 4, 2026

 ໃນວັນທີ 3 ພະຈິກ 2026, ສະພາປະຊາຊົນແຂວງອັດຕະປື ໄດ້ດຳເນີນກອງປະຊຸມສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ໄລຍະປີ 2026-2030 ຢ່າງເປັນທາງການ. ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໂດຍການເຂົ້າຮ່ວມເປັນປະທານ ແລະ ຊີ້ນຳກອງປະຊຸມ ຂອງທ່ານ ສູວັນສີ ແກ້ວວິເສີດ ຄະນະປະຈໍາພັກແຂວງ, ປະທານຄະນະກວດກາພັກ,ປະທານອົງການກວດກາລັດແຂວງ, ມີທ່ານ ນາງ ອ່ອນໃສ ມຽງລາວັນ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະຫ້ອງວ່າການ, ຫົວໜ້າ, ຮອງຫົວໜ້າຂະແໜງ, ຄະນະຮັບຜິດຊອບຂັ້ນແຂວງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມ.ກອງປະຊຸມໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ໃນໄລຍະ 2021-2025 ແລະ ທິດທາງການຈັດຕັ້ງປະຕິບັດໃນໄລຍະ ປີ 2026-2030, ພ້ອມທັງໄດ້ເປີດກວ້າງໃຫ້ ຜູ້ເຂົ້າຮ່ວມທັງໝົດໄດ້ປະກອບຄຳເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ. ນອກຈາກນີ້, ຄະນະຮັບຜິດຊອບຂັ້ນແຂວງ ຍັງໄດ້ຜ່ານຄໍາແນະນໍາຂອງຄະນະປະຈໍາພັກແຂວງ ສະບັບເລກທີ 318/ຄປພຂ ລົງວັນທີ 2 ພະຈິກ 2026 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໄລຍະປີ 2026-2030 ທົ່ວແຂວງ,  ຜ່ານມະຕິຕົກລົງ ສະບັບເລກທີ 64/ກມສພ, ລົງວັນທີ 24 ກໍລະກົດ 2026, ເຊື່ອມຊຶມຄໍາແນະນໍາຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ, ລົງວັນທີ 21 ສິງຫາ 2026 ວ່າດ້ວຍການຈັດຕັ້ງປະຕິບັດມະຕິຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ແລະ ເຜີຍແຜ່ເຊື່ອມຊຶມບາງມາດຕາຂອງມະຕິ 030/ກມສພ, ລົງວັນທີ 3 ມັງກອນ 2018 ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ.ໂອກາດນີ້, ທ່ານ ສູວັນສີ ແກ້ວວິເສີດ ມີຄຳເຫັນໂດຍເນັ້ນໜັກໃຫ້ຜູ້ເຂົ້າຮ່ວມ ໃຫ້ຍົກສູງສະຕິຄວາມຮັບຜິດຊອບການເມືອງ, ເຊີດຊູຄວາມເປັນແບບຢ່າງນຳໜ້າ ແລະ ຍຶດໝັ້ນຢ່າງເຂັ້ມງວດ ຕໍ່ຫຼັກການລວມສູນປະຊາທິປະໄຕຂອງພັກ. ທ່ານໄດ້ເນັ້ນຕື່ມວ່າ: ວຽກງານການສ້າງແຜນກຳນົດພະນັກງານ ແມ່ນວຽກງານຍຸດທະສາດທີ່ມີລັກສະນະຕັດສິນຊີ້ຂາດ ເຖິງການຄັດເລືອກເອົາຜູ້ທີ່ມີມາດຕະຖານຄົບຖ້ວນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ, ສາມາດຕອບສະໜອງໄດ້ກັບໜ້າທີ່ການເມືອງໃນໄລຍະໃໝ່ ດັ່ງນັ້ນ, ຜູ້ມີສິດປ່ອນບັດທາບທາມທຸກສະຫາຍ ຈົ່ງພ້ອມກັນໃຊ້ສິດປະຊາທິປະໄຕຂອງຕົນຢ່າງພາວະວິໄສ, ຕີລາຄາ ແລະ ເລືອກເອົາບຸກຄະລາກອນທີ່ໂດດເດັ່ນຢ່າງແທ້ຈິງ ໂດຍປາສະຈາກອະຄະຕິ ຫຼື ຜົນປະໂຫຍດສ່ວນຕົວ ເພື່ອຮັບປະກັນໃຫ້ໄດ້ພະນັກງານນຳພາ-ຄຸ້ມຄອງ ທີ່ມີຄຸນນະພາບສູງ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນຊຸມປີຕໍ່ໜ້າ (2026-2030).ຈາກນັ້ນ, ຄະນະຮັບຜິດຊອບໄດ້ດໍາເນີນການແຈກຢາຍບັດ, ແນະນໍາລະບຽບການທາບທາມຢ່າງລະອຽດ ພ້ອມທັງດໍາເນີນການປ່ອນບັດທາບທາມ ແຕ່ຮອບທີ 1 ຫາ ຮອບທີ 3 ຕາມລະບຽບການ ດ້ວຍບັນຍາກາດ ທີ່ເປັນປະຊາທິປະໄຕ, ໂປ່ງໃສ, ຖືກຕ້ອງ.