(ສພຊ) – ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງ (ສພຂ) ສະຫວັນນະເຂດ ຊຸດທີ V ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນອັງຄານທີ 24 ພະຈິກນີ້ ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ ທັງເປັນປະທານຄະນະສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ເຊິ່ງມີທ່ານ ນາງ ສູນທອນ ໄຊຍະຈັກ ຄະນະເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນ ສສຊ ປະຈຳເຂດເລືອກຕັ້ງ, ທ່ານ ໂພໄຊ ໄຂຄຳພິທູນ ກຳມະການສູນກາງພັກ, ປະທານກຳມາທິການການຕ່າງປະເທດ ທັງເປັນ ສສຊ ປະຈຳເຂດເລືອກຕັ້ງ, ທ່ານ ນາງ ດາວວອນ ໄຊສຸລຽນ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ບັນດາທ່ານ ສສຊ ປະຈໍາເຂດເລືອກຕັ້ງ ແລະ ສະມາຊິກສະພາປະຊາຊົນແຂວງ (ສສຂ), ບັນດາທ່ານການນຳຂອງແຂວງ, ຕາງໜ້າອົງການຈັດຕັ້ງພັກ-ລັດຂັ້ນແຂວງ, ແນວລາວສ້າງຊາດແຂວງ, ອົງການກວດກາລັດແຂວງ, ອົງການກວດສອບປະຈຳພາກກາງ 2, ສະຫະພັນນັກຮົບເກົ່າແຂວງ, ອົງການຈັດຕັ້ງມະຫາຊົນແຂວງ, ສານປະຊາຊົນແຂວງ, ອົງການໄອຍະການປະຊາຊົນແຂວງ, ອົງການລັດທຽບເທົ່າພະແນກຂັ້ນແຂວງ, ປະທານຄະນະກຳມະການປົກຄອງເມືອງ-ນະຄອນ, ອະດີດ ສສຊ ປະຈຳເຂດເລືອກຕັ້ງ, ອະດີດ ສສຂ, ຕາງໜ້າສະຖາບັນການສຶກສາ ແລະ ຫົວໜ່ວຍທຸລະກິດພາຍໃນແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ; ກອງປະຊຸມຄັ້ງນີ້ ຈະໄດ້ດຳເນີນເປັນເວລາ 5 ວັນ (24-28 ພະຈິກ 2026) ເຊິ່ງຈະໄດ້ພິຈາລະນາ ແລະ ຕົກລົງບັນຫາສຳຄັນພື້ນຖານຂອງແຂວງສະຫວັນນະເຂດ ດັ່ງນີ້:
1. ບົດລາຍງານຂອງປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ10 ເດືອນຜ່ານມາ ແລະ ຄາດຄະເນໝົດປີ 2026;
2. ບົດລາຍງານຂອງຮອງປະທານຄະນະກໍາມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກພາຍໃນແຂວງ;
3. ການໂຮມກົງຈັກຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ເຂົ້າກັບຄະນະຄຸ້ມຄອງເຂດເສດຖະກິດແຂວງສະຫວັນນະເຂດ;
4. ການສະເໜີແຕ່ງຕັ້ງບຸກຄະລາກອນຂອງສະພາປະຊາຊົນແຂວງ;
5. ບົດລາຍງານຂອງອົງການກວດສອບປະຈຳພາກກາງ 2 ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບ ປະມານແຫ່ງລັດຂອງແຂວງ ປະຈຳປີ 2025;
6. ບົດລາຍງານຂອງອົງການກວດກາລັດແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027;
7. ບົດລາຍງານຂອງອົງການໄອຍະການປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027;
8. ບົດລາຍງານຂອງສານປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027;
9. ມະຕິກອງປະຊຸມສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຈຳນວນ 3 ສະບັບ, ໃນນີ້ ສ້າງໃໝ່ 1 ສະບັບ ຄື: ຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍກອງທຶນພັດທະນາກິລາ-ກາຍຍະກຳຂອງແຂວງ, ປັບປຸງ 2 ສະບັບ ຄື: ຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ-ສິ່ງປຸກສ້າງພາຍໃນແຂວງ ແລະ ຂໍ້ຕົກລົງຂອງຄະນະກໍາມະການປົກຄອງແຂວງ ວ່າດ້ວຍການຄຸ້ມຄອງຂີ້ເຫຍື້ອ;
10. ບົດລາຍງານຂອງສະພາປະຊາຊົນແຂວງ ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027.
ພາຍຫຼັງທ່ານ ບຸນໂຈມ ອຸບົນປະເສີດ ກ່າວເປີດກອງປະຊຸມຢ່າງເປັນທາງການ, ວາລະທີ 1 ຂອງກອງປະຊຸມ ໄດ້ຮັບຟັງການລາຍງານຈາກທ່ານ ນາງ ດາວວອນ ໄຊສຸລຽນ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດຂອງແຂວງ ໄລຍະ 10 ເດືອນ, ຄາດຄະເນໝົດປີ 2026 ແລະ ທິດທາງແຜນການປີ 2027; ທ່ານ ພູລຳພອນ ສີຫາວົງ ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາປະຊາຊົນແຂວງ ປະກອບຄຳເຫັນຕໍ່ບົດລາຍງານຂອງປະທານຄະນະກຳມະການປົກຄອງແຂວງ; ຈາກນັ້ນ, ປະທານກອງປະຊຸມໄດ້ມີຄຳເຫັນເຈາະຈີ້ມ ທັງໃຫ້ທິດຊີ້ນຳໃນການປະກອບຄຳເຫັນ, ບັນດາທ່ານ ສສຊ ແລະ ສສຂ ກໍໄດ້ສຸມໃສປະກອບຄຳເຫັນຕໍ່ບົດລາຍງານຢ່າງກົງໄປກົງ.
ໃນໄລຍະດຳເນີນກອງປະຊຸມ, ພໍ່ແມ່ປະຊາຊົນຊາວແຂວງສະຫວັນນະເຂດ ສາມາດສະເໜີຄໍາຄິດຄໍາເຫັນ ແລະ ຄຳສະເໜີຕໍ່ກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ: 041 156 ໂດຍບໍ່ເສຍຄ່າ ໃນໂມງລັດຖະການ.
(ນາງ ສຸພາວັນ ຫອມສະນິດ)

