loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

(ສພຂ) ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜັນ ໜ່ວຍພັກສະພາປະຊາຊົນແຂວງວຽງຈັນ.

ກ.ຍ. 20, 2023 | ເຂດ 10 ວຽງຈັນ

ໃນຕອນເຊົ້າຂອງວັນທີ 15 ກັນຍາ 2023 ສະພາປະຊາຊົນແຂວງໄດ້ຈັດພິທີ ມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ໜ່ວຍພັກສະພາປະຊາຊົນແຂວງວຽງຈັນ ປະຈໍາປີ 2022 ໂດຍໃຫ້ກຽດເປັນປະທານຮ່ວມຂອງສະຫາຍນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງວຽງຈັນ, ສະຫາຍ ນາງ ຈັນທະຄອນ ສີອໍາພອນ, ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ເລຂາໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມມີ ຄະນະພັກສະພາປະຊາຊົນແຂວງ, ແຂກຖຶກເຊີນຈາກ ຄະນະຈັດຕັ້ງແຂວງ, ຄະນະກວດກາແຂວງ, ອົງການໄອຍະການປະຊາຊົນແຂວງ, ສານປະຊາຊົນແຂວງ, ພະແນກຍຸຕິທໍາແຂວງ,ຄະນະໂຄສະນາ-ອົບຮົມແຂວງ, ພະແນກແຜນການ ແລະ ການລົງທຶນແຂວງ ແລະ ສະມາຊິກພັກພາຍໃນໜ່ວຍສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຮັບຟັງການຂຶ້ນຜ່ານບົດສະຫຼຸບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ,ໜັ້ກແໜ້ນປະຈໍາປີ 2022 ແລະ ທິດທາງແຜນການປະຈໍາປີ 2023 ໜ່ວຍພັກສະພາປະຊາຊົນແຂວງ  ປະກອບມີຄະນະພັກ 3 ສະຫາຍ,ຍິງ 1 ສະຫາຍ,ມີ 4 ຈຸພັກຂື້ນກັບຄື: ຈຸພັກຄະນະເລຂາທິການ, ຈຸພັກຄະນະກໍາມະການເສດຖະກິດ,ແຜນການ ແລະ ການເງິນ, ຈຸພັກຄະນະກໍາມະການຍຸຕິທໍາ ແລະ ປກຊ-ປກສ, ຈຸພັກຄະນະກໍາມະການວັດທະນາທໍາ-ສັງຄົມ ແລະ ບັນດາເຜົ່າ,ມີສະມາຊິກພັກທັງໜົດ 35 ສະຫາຍ,ຍິງ 12 ສະຫາຍ,ສໍາຮອງ 2 ສະຫາຍ ຈາກນັ້ນກອງປະຊຸມຍັງໄດ້ຮັບຟັງການຂື້ນຜ່ານມະຕິຕົກລົງຂອງຄະນະພັກຂັ້ນເທິ່ງ ວ່າດ້ວຍການມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກ  ແໜ້ນໃຫ້ແກ່ໜ່ວຍພັກສະພາປະຊາຊົນແຂວງ ຊຶ່ງໃຫ້ກຽດຂື້ນມອບໂດຍ ສະຫາຍ ນາງ ຈັນທະບູນ ໂພສາລາດ ຄະນະປະຈໍາພັກແຂວງ ແລະ ຕ່າງໜ້າຮັບເອົາໂດຍແມ່ນ ສະຫາຍ ນາງ ຈັນທະຄອນ ສີອໍາພອນ ແລະ ສະຫາຍ ທ່ານ ບຸນນໍາ ຈັນທອງສີ ໜ່ວຍພັກສະພາປະຊາຊົນແຂວງວຽງຈັນ.

ຕ້ອນທ້າຍກອງປະຊຸມ ສະຫາຍ ນາງ ຈັນທະບູນ ໂພສາລາດ ໄດ້ມີຄໍາເຫັນໂອລົມ ຊຶ່ງສະຫາຍໄດ້ກ່າວຍ້ອງຍໍຊົມເຊີຍ ທີ່ໜ່ວຍພັກສະພາປະຊາຊົນແຂວງໄດ້ເອົາໃຈໃສສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທໍາປະຕິວັດ, ມີອຸດົມການສັງຄົມນິຍົມ, ມີຄວາມບໍລິສຸດຕໍ່ປະເທດຊາດ, ມີຄວາມສາມັກຄີພາຍໃນໜູຄະນະ ປະຕິບັດຕາມ 5 ຫຼັກການ ແລະ 3 ທິດນໍາຂອງພັກ ຮັບປະກັນໄດ້ການຈັດຕັ້ງປະຕິບັດຫຼັກການລວມສູນປະຊາທິປະໄຕ ເປັນເຈົ້າການປັບປຸງແບບແຜນວິທີເຮັດວຽກໃຫ້ດີຂຶ້ນ.