loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ສນສ ເປີດກອງປະຊຸມປະຈຳປີ 2021

ມ.ຖ. 9, 2022 | SlideMobile

​     (ສພຊ) ໃນຕອນເຊົ້າວັນທີ 2 ມີນາ 2022 ສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ (ສນສ) ໄດ້ເປີດກອງປະຊຸມປະຈຳປີ2021 ຂອງ ສນສ ໂດຍການເປັນປະທານຂອງທ່ານ ປອ. ຢ່າງກູ້ຢ່າງລືໄຊ ຫົວໜ້າ ສນສ, ເຂົ້າຮ່ວມມີທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ (ສພຊ) ທັງເປັນຜູ້ຊີ້ນຳສນສ; ມີຮອງຫົວໜ້າ ສນສ, ຮອງປະທານກຳມາທິການ ແລະສະ ມາຊິກສະພາແຫ່ງຊາດ (ສສຊ) ຈາກ 18 ເຂດເລືອກຕັ້ງ.

       ກອງປະຊຸມໄດ້ສະຫລຸບຕີລາຄາການເຄື່ອນໄຫວວຽກງານຂອງ ສນສ ປະຈຳປີ 2021; ຮັບຟັງການສະເໜີແຜນພັດທະນາວຽກງານຂອງ ສນສ ໄລຍະ 5 ປີ (2021-2025); ຮັບຟັງບົດສະລຸບການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ທິດທາງແຜນການ ປີ 2022 ຈາກນັ້ນ, ​ຜູ້ແທນກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ແລກປ່ຽນຄໍາເຫັນ ເພື່ອໃຫ້ເນື້ອໃນເລິກເຊິ່ງ, າງຂວາງ ແລະ ສອດຄ່ອງກັບຄວາມຕ້ອງການໃນການພັດທະນາວຽກງານຂອງສະຖາບັນ ເຊິ່ງວຽກງານຄົ້ນ ຄວ້າຫົວຂໍ້ວິທະຍາສາດ, ຫົວຂໍ້ຫລັກສູດ, ທັກສະຕ່າງໆ ແລະ ການສະໜອງຂໍ້ມູນຂ່າວສານ ລ້ວນແຕ່ຮັບໃຊ້ໃຫ້ແກ່ການຈັດຕັ້ງ ແລະການເຄື່ອນໄຫວຂອງບັນດາກົງຈັກການຈັດຕັ້ງຂອງ ສພຊ ກໍຄືການປະຕິບັດ 3 ພາລະບົດບາດຂອງ ສພຊ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ມີປະສິດທິຜົນດີກວ່າເກົ່າ.

ໂອກາດດັ່ງກ່າວ ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສໍາເລັດຂອງວຽກງານແຕ່ລະດ້ານທີ່ຍາດມາໄດ້ ໃນປີ 2021 ຜ່ານມາ ເຊິ່ເຫັນວ່າ ຄະນະສະຖາບັນໄດ້ເອົາໃຈໃສ່ນຳພາຢ່າງໃກ້ສິຕໍ່ຄະນະສູນ ແລະ ພະນັກງານລັດຖະກອນ ໃນການປະຕິບັດໜ້າທີ່ວຽກງານຕາມພາລະບົດບາດແລະ ມີຜົນສຳເລັດໃນຫາຍດ້ານຕາມທີ່ໄດ້ສະແດງອອກໃນບົດສະຫລຸຕີລາຄາການເຄື່ອນໄຫວວຽກງານໃນປີຜ່ານມາພ້ອມທັງໄດ້ວາງທິດທາງແຜນການ ໃນປີ2022 ໂດຍໄດ້ກຳນົດແຜນວຽກຈຸດສຸມແຕ່ລະດ້ານ, ກຳນົດແຜນງານ ແລະ ໂຄງການຕ່າງໆ ມີຄວາມຖືກຕ້ອງ ແລະ ສອດຄ່ອງກັບພາລະບົດບາດ ແລະ ໜ້າທີ່ຂອງສະຖາບັນເຊິ່ເປັນຂີດໝາຍໃໝ່ໃນການພັດທະນາວຽກງານຂອງສະຖາບັນໃຫ້ເຕີບໃຫຍຂະຫຍາຍຕົວເລື້ອຍໆ.

(ພາບ ແລະ ຂ່າວ: ນາງ ນິດຕາ ຄຸນປາກດີ)