ສນສ ເຄື່ອນໄຫວເກັບກຳຂໍ້ມູນຢູ່ ສພຂ ໄຊສົມບູນ

ພ.ພ. 8, 2025 | SlideMobile, ຂ່າວ ສພຊ, ຂ່າວເດັ່ນ

(ສພຂ) – ວັນທີ 6 ພຶດສະພາຜ່ານມາ, ທ່ານ ຄຳແທ່ນ ວິລະກຸນ ຮອງຫົວໜ້າສະຖາບັນຄົ້ນຄວ້ານິຕິກຳສະພາແຫ່ງຊາດ (ສນສ) ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວວຽກງານຢູ່ສະພາປະຊາຊົນແຂວງ (ສພຂ) ໄຊສົມບູນ; ເຂົ້າຮ່ວມເຮັດວຽກນຳຄະນະ ມີທ່ານ ຄຳພູທອນ ວົງພະຈັນ ຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານປະທານ-ຮອງປະ ທານຄະນະກໍາມະການ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານພາຍໃນ ສພຂ; ຈຸດປະສົງຂອງການເຄື່ອນ ໄຫວວຽກງານຄັ້ງນີ້ ແມ່ນເພື່ອເກັບກຳ ແລະ ສຶກສາຂໍ້ມູນພື້ນຖານໃຫ້ແກ່ການກໍານົດຫົວຂໍ້, ເນື້ອໃນ ແລະ ຮູບການໃນການເຝິກອົບຮົມ, ການຍົກສູງຂີດຄວາມສາມາດໃຫ້ແກ່ສະມາຊິກສະພາແຫ່ງຊາດ, ສະມາຊິກສະພາປະຊາຊົນແຂວງ ທັງເປັນການປັບປຸງການປະສານງານ ແລະ ການປະຕິບັດໜ້າທີ່ວຽກງານທີ່ກ່ຽວຂ້ອງ ລະຫວ່າງ ສນສ ກັບ ສພຂ ໄຊສົມບູນ ໃຫ້ມີຄວາມສະດວກຂຶ້ນ.
(ນາງ ອໍາໄພພອນ ແກ້ວວິໄລ)