(ສພຊ) ໃນວັນທີ 8 ພະຈິກ 2022, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມຍົກສູງບົດບາດການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ໃຫ້ນາຍ ແລະ ພົນທະຫານ ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນໂທ ສຸວອນ ເລືອງບຸນມີ ກຳມະການສູນກາງພັກ ຮອງປະທານສະພາແຫ່ງຊາດ, ມີສະ ຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ, ຄະນະຕິດຕາມຈາກສະພາແຫ່ງຊາດ, ຄະນະກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ, ຄະນະພັກ-ຄະນະອຳ ນວຍການ, ບັນດາສະຫາຍພະນັກງານ-ຄູອາຈານ ພ້ອມນັກສຶກສາໃນ 44 ຫົວໜ່ວຍທີ່ຂຶ້ນກັບເຂົ້າຮ່ວມ.

ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ຫົວໜ້າການເມືອງ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຜ່ານບົດລາຍງານກ່ຽວກັບປະຫວັດຄວາມເປັນມາ ແລະ ຜົນສຳເລັດໂດຍຫຍໍ້ຂອງວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຖືສຳຄັນໃນການສຶກສາອົບຮົມການເມືອງ-ແນວຄິດການສ້າງພັກ, ສ້າງພະນັກງານ, ສ້າງອົງການຈັດຕັ້ງມະຫາຊົນ, ສະພາບແນວຄິດການເມືອງມີຄວາມໜັກແໜ້ນ, ກົມກອງມີຄວາມສະຫງົບ, ຄວາມສາມັກຄີເປັນເອກະພາບ ແລະ ຄວາມຮັບຜິດຊອບປະຕິບັດໜ້າທີ່ສູງ, ປະຕິບັດໜ້າທີ່ການເມືອງຂອງຕົນ ແລະ ການມອບໝາຍໜ້າທີ່ຂອງພັກ-ລັດ ກໍຄື ກະຊວງປ້ອງກັນປະເທດຢ່າງມີຜົນສຳເລັດສູງ.
ໃນກອງປະຊຸມ ທ່ານ ນາງ ສົມພຽນ ວົງໄຊ ປະທານຄະນະກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສະພາປະຊາຊົນນະຄອນຫຼວງວຽງຈັນ ໄດ້ສະເໜີເອກະສານທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ການຈັດ ຕັ້ງ ແລະ ການເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເຜີຍແຜ່ຜົນສຳເລັດ ກອງປະຊຸມສະ ໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ II.

ສະຫາຍ ພົນຈັດຕະວາ ສົມວັນ ທໍາມາໄຊ ຮອງປະທານກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບສະ ພາແຫ່ງຊາດ ໄດ້ສະເໜີເອກະສານຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ສິດ, ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນໄຫວຂອງກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ, ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບ ໃນກໍາລັງ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂງ.
ໂອກາດດັ່ງກ່າວ ສະຫາຍ ພົນໂທ ສຸວອນ ເລືອງບຸນມີ ໄດ້ສັງລວມຄວາມເຫັນ, ຕັ້ງຄຳຖາມເຈາະຈິ້ມ ແລະ ສະເໜີໃຫ້ຜູ້ແທນກອງປະຊຸມ ໄດ້ປະກອບຄຳເຫັນ ແລະ ໂອ້ລົມໃຫ້ນາຍ ແລະ ພົນທະຫານ ພ້ອມທັງເນັ້ນໃຫ້ຄະນະພັກ-ຄະ ນະອຳນວຍການ ຕະຫຼອດຮອດນາຍ ແລະ ພົນທະຫານ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ ເອົາໃຈໃສ່ຮັກສາມູນເຊື້ອອັນດີງາມຂອງກອງທັບ, ສືບຕໍ່ເຝິກຝົນທາດແທ້ປະຕິວັດ, ຄວາມຈົງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະເພື່ອຊາດ, ເພື່ອປະຊາຊົນຂອງນາຍ ແລະ ພົນທະຫານໃຫ້ຖືເປັນບັນຫາສໍາຄັນໃຈກາງ, ທັງເປັນການສືບທອດພາລະກິດປະຕິວັດທີ່ນັກຮົບປະຕິວັດຮຸ່ນທໍາອິດ ແລະ ຮຸ່ນຕໍ່ໆມາໄດ້ມອບໝາຍໃຫ້, ສ້າງຄວາມເປັນເອກະພາບສູງຕໍ່ແນວທາງນະໂຍ ບາຍຂອງພັກ, ກົດໝາຍຂອງລັດຢ່າງໜັກແໜ້ນ, ຖືເອົາກໍາລັງປະກອບອາວຸດເປັນກໍາລັງຫຼັກແຫຼ່ງ ໃນການຈັດຕັ້ງຜັນຂະ ຫຍາຍແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ທັງເປັນແບບຢ່າງທີ່ດີໃນການເຄົາລົບ ແລະ ປະຕິບັດລັດຖະທໍາມະນູນ ກໍຄື ກົດໝາຍ ຕໍ່ປະຊາຊົນ, ນາຍ ແລະ ພົນທະຫານ ຕ້ອງສືບຕໍ່ເຝິກຝົນລະບຽບວິໄນ, ຖືລະບຽບວິໄນເປັນທາດແທ້, ເປັນຊີວິດຈິດໃຈຂອງຕົນ ຕິດພັນກັບຈັນຍາບັນຂອງກອງທັບປະຕິວັດ, ລະບຽບວິໄນກອງທັບຕ້ອງເຄັ່ງຄັດ, ມີຄວາມເດັດຂາດໃນການບັງຄັບບັນຊາ, ເພື່ອປະຕິບັດໜ້າທີ່ເປັນຮົ້ວປ້ອງກັນຊາດທີ່ເຂັ້ມແຂງ, ສາມາດປົກປັກຮັກສາອະທິ ປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.
(ພາບ ແລະ ຂ່າວ: ອານຸສອນ ພູມມີທອນ)