

ຕາມວາລະພິເສດຂອງກອງປະຊຸມ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຄະນະປະທານກອງປະຊຸມ ໄດ້ຜ່ານໜັງສືສະເໜີ ຂອງທ່ານປະທານປະເທດ ກ່ຽວກັບການເຂົ້າຮັບອຸດໜູນບໍານານຂອງທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ. ຈາກນັ້ນ, ທ່ານ ພັນຄໍາ ວິພາວັນ ຜ່ານສະພາບການເຄື່ອນໄຫວວຽກງານຂອງຕົນໃນໄລຍະຜ່ານມາ ຕໍ່ກອງປະຊຸມ.
ປະທານກອງປະຊຸມ ມີຄໍາເຫັນຕໍ່ຜົນງານການເຄື່ອນໄຫວວຽກງານຂອງທ່ານ ພັນຄໍາ ວິພາວັນ ໃນໄລຍະຜ່ານມາ. ຈາກນັ້ນ, ປະທານກອງປະຊຸມ ໄດ້ມອບກະຕ່າຂອງຂວັນໃຫ້ທ່ານ ພັນຄໍາ ວິພາວັນ ເພື່ອເປັນການຍ້ອງຍໍສັນລະເສີນເຖິງຜົນງານການປະຕິວັດຂອງທ່ານໃນໄລຍະຜ່ານມາ.

ຈາກນັ້ນ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສືບຕໍ່ຜ່ານໜັງສືສະເໜີ ຂອງທ່ານປະທານປະເທດ ກ່ຽວກັບການແຕ່ງຕັ້ງທ່ານ ປອ. ສອນໄຊ ສີພັນດອນ ຂຶ້ນດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ແທນທ່ານ ພັນຄໍາ ວິພາວັນ. ຫຼັງຈາກນັ້ນ, ປະທານກອງປະຊຸມ ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ປະກອບຄໍາເຫັນໃສ່ໜັງສືສະເໜີດັ່ງກ່າວ ຢ່າງກົງໄປກົງມາ ແລະ ມີເຫດມີຜົນ. ຈາກນັ້ນ, ປະທານກອງປະຊຸມໄດ້ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ລົງຄະແນນສຽງຮັບຮອງເອົາທ່ານ ປອ. ສອນໄຊ ສີພັນດອນ ເປັນນາຍົກລັດຖະມົນຕີ ແຫ່ງ ສປປລາວ ເຊິ່ງຜົນການລົງຄະແນນສຽງ ລວມຈໍານວນສະມາຊິກສະພາແຫ່ງຊາດທີ່ເຂົ້າຮ່ວມ 151 ທ່ານ, ເຫັນດີ 149 ທ່ານ, ບໍ່ເຫັນດີ 2 ທ່ານ ແລະ ບໍ່ອອກສຽງ 0 ທ່ານ.

ຕາມວາລະພິເສດຂອງກອງປະຊຸມ, ທ່ານ ປອ. ສອນໄຊ ສີພັນດອນ ກ່າວຮັບໜ້າທີ່ດໍາລົງຕໍາແໜ່ງເປັນ ນາຍົກລັດຖະມົນຕີ ແຫ່ງ ສປປລາວ ຕາມການສະເໜີຂອງປະທານປະເທດ ແລະ ການພິຈາລະນາ, ຮັບຮອງການແຕ່ງຕັ້ງ ຂອງສະມາຊິກສະພາແຫ່ງຊາດ.


