

ທ່ານ ຊິນໂຊ ອາເບະ ເປັນຜູ້ນຳທີ່ມີວິໄສທັດກວ້າງໄກ ແລະ ເປັນຜູ້ມີບົດບາດສຳຄັນໃຫຍ່ຫຼວງ ໃນການຊີ້ນຳ-ນຳພາ ກໍຄືການຍົກສູງຖານະບົດບາດຂອງປະເທດຍີ່ປຸ່ນ ໃນເວທີພາກພື້ນ ແລະ ສາກົນ, ພ້ອມທັງເປັນຜູ້ນຳທີ່ປະກອບສ່ວນສຳຄັນໃນການຊຸກຍູ້ສົ່ງເສີມ ແລະ ເພີ່ມທະວີການພົວພັນ ແລະ ການຮ່ວມມື ທີ່ມີມາແຕ່ດົນນານ ລະຫວ່າງ ສປປລາວ ແລະ ປະເທດຍີ່ປຸ່ນ ແລະ ກ້າວໄປເຖິງຍົກລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດ. ໃນໄລຍະເວລາແຫ່ງຄວາມໂສກເສົ້າເສຍດາຍ ຕໍ່ການຈາກໄປຂອງ ທ່ານ ຄັ້ງນີ້ ໃນນາມຕາງໜ້າສະພາແຫ່ງຊາດ, ບັນດາສະມາຊິກສະພາແຫ່ງຊາດ, ປະຊາຊົນລາວບັນດາເຜົ່າ ແລະ ໃນນາມສ່ວນຕົວ ຂໍແບ່ງປັນຄວາມເສົ້າໂສກເສຍໃຈ, ຄວາມອາໄລອາວອນ ຢ່າງສຸດຊຶ້ງ ຮ່ວມກັບລັດຖະສະພາ, ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ກໍຄືຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງທ່ານ ຊິນໂຊ ອາເບະ ມານະທີ່ນີ້ດ້ວຍ.

(ພາບ ແລະ ຂ່າວ: ສົມນຶກ ແກ້ວໄຊຍະຈັກ)