ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະເໜີຮ່າງກົດໝາຍວ່າດ້ວຍການທາງນໍ້າ (ສະບັບສ້າງໃໝ່)

ທ.ວ. 21, 2022

(ສພຊ) ໃນວັນທີ 20 ທັນວາ 2022 ທີ່ຫ້ອງປະຊຸມໃຫຍ່ຂອງສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໂດຍການເປັນປະທານກອງປະຊຸມຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ, ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ບັນດາທ່ານສະມາຊິກສະພາແຫ່ງຊາດ ຈາກ 18 ເຂດເລືອກຕັ້ງທົ່ວປະເທດ ພ້ອມດ້ວຍຄະນະຮັບຜິດຊອບຮ່າງກົດໝາຍ.
ທ່ານ ວຽງສະຫວັດ ສີພັນດອນ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍການທາງນໍ້າ (ສະບັບສ້າງໃໝ່) ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ IX ເຊິ່ງທ່ານໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍການທາງນໍ້າ ວ່າ: ເຫດຜົນ ແລະ ຄວາມຈໍາເປັນ ໃນການສ້າງກົດໝາຍວ່າດ້ວຍ ການທາງນໍ້າ ມີດັ່ງນີ້:
– ບໍ່ທັນມີກົດໝາຍ ຄຸ້ມຄອງວຽກງານການທາງນໍ້າ ສະເພາະ;
– ນິຕິກໍາ ທີ່ມີໃນປັດຈຸບັນ ຍັງບໍ່ທັນກຳນົດລະອຽດ, ຮັດກຸມ ກວມເອົາໜ້າທີ່ສໍາຄັນ ກ່ຽວກັບວຽກງານການທາງນໍ້າ ເຮັດໃຫ້ມີຄວາມຫຍຸ້ງຍາກ ໃນການຈັດຕັ້ງປະຕິບັດ;
– ແກ້ໄຂຂໍ້ຄົງຄ້າງໃນການຄຸ້ມຄອງວຽກງານການທາງນໍ້າ ໂດຍໃຫ້ເປັນລະບົບລວມສູນ, ມີການແບ່ງຂັ້ນຄຸ້ມຄອງລະຫວ່າງສູນກາງ ແລະ ທ້ອງຖິ່ນ, ລວມທັງບັນດາຂະແໜງການທີ່ກ່ຽວຂ້ອງ, ມີກົນໄກປະສານງານ ແລະ ຕິດຕາມກວດກາ ໃນການຈັດຕັ້ງປະຕິບັດ ວຽກງານການທາງນໍ້າ ທີ່ມີປະສິດທິພາບ ແລະ ປະສິດທິຜົນສູງ;
– ຮັບປະກັນການຈັດຕັ້ງປະຕິບັດ ສົນທິສັນຍາ ແລະ ສັນຍາສາກົນທີ່ ສປປລາວ ເປັນພາຄີ.
ຫຼັງຈາກນັ້ນ, ປະທານກອງປະຊຸມ ໄດ້ມີຄໍາເຈາະຈີ້ມ ແລະ ໃຫ້ທິດຊີ້ນໍາໃນການຄົ້ນຄວ້າປະກອບຄໍາເຫັນ ໃສ່ຮ່າງກົດໝາຍສະບັບດັ່ງກ່າວ. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງມີເຫດມີຜົນ ແລະ ກົງໄປກົງມາ. ພາຍຫຼັງບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາເຫັນແລ້ວ ຄະນະຮັບຜິດຊອບປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໄດ້ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາທີ່ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ. ຈາກນັ້ນ, ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມຄໍາເຫັນຂອງກອງປະຊຸມ.