(ສພຊ) ໃນຕອນເຊົ້າວັນທີ 7 ທັນວາ 2022 ໂດຍການເປັນປະທານຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ທ່ານ ປອ. ເພັດ ພົມພິທັກ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ.

ພາຍຫຼັງທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຊີ້ແຈງແລ້ວ, ປະທານກອງປະຊຸມ ໄດ້ສະເໜີບັນດາທ່ານ ສະມາຊິກສະພາແຫ່ງຊາດ ມີຄໍາຖາມເຈາະຈີ້ມເພີ່ມຕື່ມ ເພື່ອໃຫ້ທ່ານ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ຊີ້ແຈງກັບທີ່ ຕໍ່ບັນຫາທີ່ບັນດາທ່ານ ສະມາຊິກສະພາແຫ່ງຊາດ ໃຫ້ຄວາມສົນໃຈ.
