loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ລັດຖະທຳມະນູນ ແຫ່ງ ສປປລາວ ແມ່ນກົດໝາຍພື້ນຖານຂອງລັດ ສປປລາວ

ສ.ຫ. 15, 2022 | SlideMobile

ການປະກາດໃຊ້ລັດຖະທຳມະນູນ ສະບັບທຳອິດ ຂອງ ສປປລາວ ແມ່ນຂີດໝາຍປະຫວັດສາດ ແຫ່ງການເຕີບໃຫຍ່ເຂັ້ມແຂງ ຂອງລັດປະຊາທິປະໄຕປະຊາຊົນລາວ ຈາກການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ດ້ວຍແນວທາງ, ມະຕິ, ຄຳສັ່ງ ຕາມກົນໄກບໍລິຫານເກື້ອກູນໄປສູ່ການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕາມກົນໄກເສດຖະກິດຕະຫລາດ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມຂອງປະເທດເຮົາ.
ລັດຖະທຳມະນູນ ແຫ່ງ ສປປລາວ ໄດ້ຢັ້ງຢືນເຖິງຜົນງານອັນຍິ່ງໃຫຍ່, ພິລະອາດຫານ ຂອງປະຊາຊົນລາວບັນດາເຜົ່າ ໃນພາລະກິດຕໍ່ສູ້ກູ້ຊາດ ກໍຄືປົກປັກຮັກສາ ແລະ ສ້າງສາປະເທດຊາດ ພາຍໃຕ້ການນຳພາອັນປີຊາສາມາດ ຂອງພັກປະຊາຊົນປະຕິວັດລາວ ເຊິ່ງເປັນການປະກາດຢ່າງສະຫງ່າຜ່າເຜີຍໃຫ້ປະຊາຊົນລາວບັນດາເຜົ່າ ແລະ ປະຊາຊົນຊາວໂລກຮັບຮູ້ວ່າ: ສປປລາວ ເປັນປະເທດໜຶ່ງທີ່ມີເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ລວມທັງເຂດນ່ານນ້ຳ, ນ່ານຟ້າ ແລະ ເປັນປະເທດເອກະພາບຂອງທຸກຊົນເຜົ່າ ທີ່ບໍ່ຕັດແຍກອອກຈາກກັນໄດ້ຢ່າງເດັດຂາດ, ປະຊາຊົນລາວບັນດາເຜົ່າມີສິດອິດສະຫລະພາບ, ເປັນເຈົ້າຂອງປະເທດຊາດ, ມີຄວາມສາມັກຄີ ແລະ ຄວາມສະເໝີພາບ ແລະ ດຳລົງຊີວິດ ພາຍໃຕ້ລັດຖະທຳມະນູນ ແລະ ກົດໝາຍ.
ລັດຖະທຳມະນູນ ແຫ່ງ ສປປລາວ ແມ່ນກົດໝາຍພື້ນຖານຂອງລັດ ສປປລາວ ເຊິ່ງໄດ້ຢັ້ງຢືນຢ່າງຈະແຈ້ງເຖິງຄວາມມຸ່ງມາດປາຖະໜາອັນແຮງກ້າຂອງປະຊາຊົນລາວບັນດາເຜົ່າ ໃນການຮ່ວມກັນສ້າງປະເທດລາວໃຫ້ເປັນປະເທດສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ, ກຳນົດລະບອບການເມືອງ, ລະບອບເສດ ຖະກິດ-ສັງຄົມ, ສິດ ແລະ ພັນທະພື້ນຖານຂອງພົນລະເມືອງລາວ, ລະບົບສາຍໄຍການຈັດຕັ້ງ ແລະ ການເຄື່ອນ ໄຫວ ຂອງກົງຈັກລັດ ຕາມຫລັກການລວມສູນປະຊາທິປະໄຕ; ກຳນົດກ່ຽວກັບພາສາ, ຕົວອັກສອນ, ທຸງຊາດ, ເພງຊາດ, ເຄື່ອງໝາຍຊາດ, ນະຄອນຫລວງ, ສະກຸນເງິນ ຂອງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ.
ສຳລັບການສ້າງ ແລະ ປັບປຸງລັດຖະທຳມະນູນ ແຫ່ງ ສປປລາວ ພາຍຫລັງປະເທດເຮົາໄດ້ຮັບການສະຖາປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975 ເປັນຕົ້ນມາ ພັກປະຊາຊົນປະຕິວັດລາວ ໄດ້ນຳພາປວງຊົນລາວທັງຊາດຈັດຕັ້ງປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ພັດທະນາປະເທດຊາດ ຕາມທິດກ້າວຂຶ້ນສູ່ສັງຄົມນິຍົມ ໂດຍສະເພາະໃນໄລຍະແຕ່ປີ 1975-1985 ເປັນໄລຍະເວລາທີ່ພັກເຮົາໄດ້ສຸມໃສ່ນຳພາເຕົ້າໂຮມຄວາມສາມັກຄີປອງດອງຊາດ ເພື່ອປົກປັກຮັກສາໝາກຜົນຂອງການປະຕິວັດ ທີ່ຫາກໍຍາດມາໄດ້ ຮຳບາດແຜສົງຄາມ, ຟື້ນຟູເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່າ ເຊິ່ງໄດ້ເຮັດໃຫ້ປະເທດຊາດ ໄດ້ມີສະຖຽນລະພາບການເມືອງນັບມື້ມີຄວາມໝັ້ນຄົງ, ເສດຖະກິດ-ສັງຄົມ ມີການຂະຫຍາຍຕົວດີຂຶ້ນ; ນັບແຕ່ປີ 1986 ເປັນຕົ້ນມາ ພັກເຮົາໄດ້ນຳພາທົ່ວປວງຊົນທັງຊາດ ຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການ ເຊິ່ງໄດ້ເລັ່ງທວງໃຫ້ລັດເຮົາຕ້ອງດຳເນີນການປົກຄອງສັງຄົມດ້ວຍກົດໝາຍ; ສະນັ້ນ, ສະພາປະຊາຊົນສູງສຸດ ຊຸດທີ II ເຊິ່ງມີຄະນະກຳມະການຮ່າງລັດຖະທຳມະນູນ ເປັນເສນາທິການນັ້ນ ຈຶ່ງໄດ້ດຳເນີນການຄົ້ນຄວ້າ ແລະ ສ້າງຮ່າງລັດຖະທຳມະນູນ ແຫ່ງ ສປປລາວ ນັບແຕ່ ປີ 1989 ເປັນຕົ້ນມາ ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນສູງສຸດ ຊຸດທີ II ໃນວາລະປະຊຸມຕອນບ່າຍວັນທີ 14 ສິງຫາ 1991 ໄດ້ລົງຄະແນນສຽງຢ່າງເປັນເອກະສັນຮັບຮອງເອົາລັດຖະທຳມະນູນ ຂອງ ສປປລາວ ແລະ ທ່ານ ພູມີ ວົງວິຈິດ ຮັກສາການປະທານປະເທດ ໄດ້ອອກລັດຖະດໍາລັດ ສະບັບເລກທີ 55/ປທ, ລົງວັນທີ 15 ສິງຫາ 1991 ວ່າດ້ວຍການປະກາດໃຊ້ລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດ.
​ ການຄົ້ນຄວ້າ ແລະ ສ້າງລັດຖະທໍາມະນູນ ແຫ່ງ ສປປລາວ ສະບັບທໍາອິດ ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກ ໃຫຍ່ຫລວງນາໆປະການ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາ ໂດຍກົງຂອງປະທານ ໄກສອນ ພົມວິຫານ ແລະ ການນໍາພາຕົວຈິງຂອງທ່ານ ໜູຮັກ ພູມສະຫວັນ ລັດຖະທໍາມະນູນ ແຫ່ງ ສປປລາວ ໄດ້ຮັບການສ້າງຂຶ້ນ ແລະ ປະກາດໃຊ້ຢ່າງສະຫງ່າຜ່າເຜີຍ ຕາມແນວຄິດຊີ້ນໍາຂອງປະທານ ໄກສອນ ພົມວິຫານ ທີ່ວ່າ: ລັດຖະທໍາມະນູນ ຕ້ອງເປັນຂອງລາວ ຢ່າງແທ້ຈິງ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງພັກປະຕິວັດປະຊາຊົນ ກໍາມະກອນ ແລະ ຊາວຜູ້ອອກແຮງງານລາວ ເປັນຜູ້ກໍາອໍານາດ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງລະບອບເສດຖະກິດຫລາຍພາກສ່ວນ ດ້ວຍຮູບການກໍາມະສິດທີ່ແຕກຕ່າງກັນ, ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຫລັກການອໍານາດ ເອກະພາບ ຫລື ຫລັກການລວມສູນປະຊາທິປະໄຕ ໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງລັດ ແລະ ລັດຖະທໍາມະນູນ ຕ້ອງສ່ອງແສງເຖິງຄວາມສາມັກຄີ ແລະ ຄວາມສະເໝີພາບລະຫວ່າງເຜົ່າຕ່າງໆພາຍໃນຊາດ.
ລັດຖະທໍາມະນູນ ສະບັບປີ 1991 ປະກອບມີ 10 ໝວດ, 80 ມາດຕາ ຄື: ໝວດທີ I ລະບອບການເມືອງ; ໝວດທີ II ລະບອບເສດຖະກິດ; ໝວດທີ III ສິດ ແລະ ພັນທະພື້ນຖານຂອງພົນລະເມືອງ; ໝວດທີ IV ສະພາແຫ່ງຊາດ; ໝວດທີ V ປະທານປະເທດ; ໝວດທີ VI ລັດຖະບານ; ໝວດທີ VII ການປົກຄອງທ້ອງຖິ່ນ; ໝວດທີ VIII ອົງການຕຸລາການ; ໝວດທີ IX ພາສາ, ອັກສອນ, ເຄື່ອງໝາຍຊາດ, ທຸງຊາດ, ເພງຊາດ ແລະ ນະຄອນຫລວງ; ໝວດທີ X ບົດບັນຍັດສຸດທ້າຍ; ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບທໍາອິດ ແລະ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ຢ່າງຮອບດ້ານມີຫລັກການຂອງພັກ ໃຫ້ກ້າວເຂົ້າສູ່ລວງເລິກ, ສະພາແຫ່ງຊາດ ຊຸດທີ V ຈຶ່ງໄດ້ພິຈາລະນາ ແລະ ຮັບຮອງເອົາລັດຖະທຳມະນູນ ສະບັບປັບປຸງ ຢູ່ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 3 ແລະ ປະທານປະເທດ ແຫ່ງ ສປປລາວ ໄດ້ອອກລັດຖະດໍາລັດປະກາດໃຊ້ ສະບັບເລກທີ 32/ປທປທ, ໃນວັນທີ 28 ພຶດສະພາ 2003. ລັດຖະທຳມະນູນ ສະບັບປັບປຸງ ປີ 2003 ປະກອບມີ 11 ໝວດ, 98 ມາດຕາ, ໝວດທີ່ເພີ່ມເຂົ້າໃໝ່ແມ່ນໝວດທີ III ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ໄດ້ປັບປຸງຊື່ຂອງໝວດທີ IX ຈາກ “ອົງການຕຸລາການ” ມາເປັນ “ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ”.
ຜ່ານການຈັດຕັ້ງປະຕິບັດລັດຖະທໍາມະນູນ ສະບັບປັບປຸງ ປີ 2003, ມາຮອດປີ 2015 ສະພາແຫ່ງຊາດ ຊຸດທີ VII ໄດ້ປັບປຸງລັດຖະທໍາມະນູນ ແຫ່ງ ສປປລາວ ຄັ້ງທີ 2. ລັດຖະທຳມະນູນ ສະບັບປັບປຸງ ປີ 2015 ແມ່ນເພື່ອຕອບສະໜອງຕໍ່ການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ໃຫ້ເຂົ້າສູ່ລວງເລິກ ເປັນຕົ້ນການປັບປຸງລະບົບອຳນາດແຫ່ງລັດຂັ້ນຕ່າງໆ ໃຫ້ມີປະສິດທິພາບສູງ, ມີຄວາມສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ, ສ້າງບາດລ້ຽວໃໝ່ໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດ ແລະ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໃນໄລຍະໃໝ່. ເນື້ອໃນຂອງລັດຖະທຳມະນູນ ສະບັບປີ 2015 ປະກອບມີ 14 ໝວດ 119 ມາດຕາ. ໜວດທີເພີ່ມເຂົ້າໃໝ່ແມ່ນໝວດທີ VIII ວ່າດ້ວຍສະພາປະຊາຊົນທ້ອງຖິ່ນ; ໝວດທີ XI ວ່າດ້ວຍການກວດສອບແຫ່ງລັດ ແລະ ໝວດທີ XII ວ່າດ້ວຍຄະນະກຳມະການເລືອກຕັ້ງ.
ໃນວັນທີ 12 ສິງຫາ 2022 ທີ່ສະພາແຫ່ງຊາດ, ທ່ານ ສຈ. ປອ. ຈະເລີນ ເຍຍປາວເຮີ ຮອງປະທານສະພາແຫ່ງຊາດ ທັງເປັນປະທານກຳມາທິການກົດໝາຍ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນບາງຕອນສໍາຄັນ ເນື່ອງໃນໂອກາດວັນລັດຖະທຳມະນູນແຫ່ງຊາດ ຄົບຮອບ 31 ປີ (15 ສິງຫາ 1991-15 ສິງຫາ 2022).