
ໃນຕອນເຊົ້າວັນທີ 25 ມັງກອນ 2024ນີ້, ທີ່ສະໂມສອນ 21 ມີນາແຂວງຄໍາມ່ວນ, ມື້ທີ 3 ຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II, ໂດຍການເປັນປະທານນຳພາດຳເນີນກອງປະຊຸມຂອງ ທ່ານ ນາງ ບັງອອນໄຊຍະສິດ ຮອງປະທານສະພາປະຊາຊົນແຂວງຄໍາມ່ວນ,ເຂົ້າຮ່ວມມີບັນດາທ່ານຄະນະປະທານກອງປະຊຸມ, ທ່ານ ວັນໄຊ ພອງສະຫັວນ ເຈົ້າແຂວງໆຄໍາມ່ວນ; ມີບັນດາຄະນະປະຈຳພັກແຂວງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ, ບັນດາທ່ານສະມາຊິກສະພາປະຊາຊົນຂັ້ນແຂວງຈາກ 10 ເຂດເລືອກຕັ້ງທົ່ວແຂວງຄໍາມ່ວນ, ຫົວໜ້າພະແນກການ, ເຈົ້າເມືອງ, ມີບັນດາທ່ານ ອາດີດການນໍາຂັ້ນສູງຂອງແຂວງ ແລະ ແຂກຖືກເຊີນ.
ຕາມວາລະກອງປະຊຸມໃນມື້ນີ້ຈະໄດ້ສືບຕໍ່ຮັບຟັງການຊີ້ແຈງ ແລະ ຕອບຄໍາຊັກຖາມຂອງຫົວໜ້າອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ, ພ້ອມນັ້ນໃນວາລະທີ 5 ຂອງກອງປະຊຸມຈະໄດ້ຄົ້ນຄວ້າ-ພິຈາລະນາ ຮັບຮອງເອົາຂໍ້ຕົກລົງຂອງ ເຈົ້າແຂວງຄຳມ່ວນ ກ່ຽວກັບວຽກງານການສ້າງ ແລະ ປັບປຸງນິຕິກຳໃຕ້ກົດໝາຍ ຂອງແຂວງ ຈຳນວນ 03 ສະບັບຄື: ຂໍ້ຕົກລົງຂອງເຈົ້າແຂວງໆຄໍາມ່ວນ ວ່າດ້ວຍການຫຼຸດຜ່ອນອຸບັດຕິເຫດ ແລະ ການຮັກສາຄວາມປອດໄພຕາມທ້ອງຖະໜົນຫຼວງ ພາຍໃນແຂວງຄໍາມ່ວນ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານອິນເຕີເນັດ ແລະ ການຕ້ານ, ສະກັດກັ້ນການກະທຳຄວາມຜິດຕ່າງໆຜ່ານທາງລະບົບຄອມພີວເຕີ ພາຍໃນແຂວງຄໍາມ່ວນ, ຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງ ແລະ ພັດທະນາທີ່ດິນປ່າໄມ້ ທົ່ວແຂວງຄໍາມ່ວນ.

ຈາກນັ້ນ, ປະທານກອງປະຊຸມໄດ້ມີຄໍາເຫັນ ແລະ ໃຫ້ທິດຊີ້ນຳໃນການຄົ້ນຄວ້າປະກອບຄໍາເຫັນ, ຫຼັງຈາກນັ້ນ, ບັນດາທ່ານ ສະມາຊິກສະພາປະຊາຊົນແຂວງ ໄດ້ປະກອບຄໍາເຫັນຕໍ່ ຮ່າງນິຕິກຳໃຕ້ກົດໝາຍ 3 ສະບັບ, ດັ່ງກ່າວໃຫ້ມີຄວາມຄົບຖ້ວນສົມບູນ, ແທດເໝາະ, ສອດຄ່ອງຕາມພາລະບົດບາດ, ສິດ ແລະ ໜ້າທີ ຕາມກົດໝາຍກຳນົດໄວ້.

ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຈະດໍາເນີນໄປໃນລະຫວ່າງວັນທີ 23 ຫາ ວັນທີ 26 ມັງກອນ 2024 ເປັນເວລາ 3 ວັນເຄິ່ງ ຈຶ່ງຈະສໍາເລັດ.
ບັນດາທ່ານສາມາດສົ່ງຄຳຄິດຄຳເຫັນ ແລະ ຄຳສະເໜີໄປຍັງສາຍດ່ວນຂອງກອງປະຊຸມ:ໝາຍເລກໂທລະສັບ 051 156 ໂດຍບໍ່ເສຍຄ່າ, ຕິດຕາມການຖ່າຍທອດສົດສຽງຜ່ານລະບົບ FM 95.5 mhz ຂອງແຂວງ.
ໂດຍ: ເອື້ອ ມະໂນສິງ