ມີຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ ມາຍັງກອງປະຊຸມສະໄໝວິສາມັນ 153 ສາຍ, 208 ເລື່ອງ

ກ.ກ. 11, 2026

(ສພຊ) – ຕອນແລງວັນສຸກທີ 10 ກໍລະກົດນີ້, ທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນສໍາເລັດກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມສະໄໝວິສາມັນເທື່ອທີ 1 ໄດ້ດຳເນີນຂຶ້ນນັບແຕ່ວັນທີ 6 ຫາ ວັນທີ 10 ກໍລະກົດ 2026 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ພ້ອມດ້ວຍບັນດາທ່ານຮອງປະທານສະພາແຫ່ງຊາດ ໂດຍມີການນຳຂັ້ນສູງພັກ-ລັດ, ອະດີດການນຳພັກ-ລັດ, ສະມາຊິກລັດຖະບານ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມຢ່າງພ້ອມພຽງ; ມາຮອດຕອນບ່າຍຂອງມື້ນີ້, ກອງປະຊຸມໄດ້ສຳເລັດຜົນຢ່າງຈົບງາມ. ກອງປະຊຸມສະໄໝວິສາມັນຄັ້ງນີ້ ໄດ້ພິຈາລະນາບັນຫາສຳຄັນພື້ນຖານຂອງປະເທດຊາດ ຄື:
1. ຮັບຟັງບົດລາຍງານຂອງລັດຖະບານ ກ່ຽວກັບຜົນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026;
2. ການພິຈາລະນາຂໍ້ສະເໜີຂອງລັດຖະບານ ກ່ຽວກັບການຍົກລະດັບບັນຫາການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຂຶ້ນເປັນວາລະແຫ່ງຊາດ;
3. ການພິຈາລະນາຮັບຮອງເອົາການສ້າງ ແລະ ປັບປຸງກົດໝາຍ 2 ສະບັບ ຄື: ກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສະບັບສ້າງໃໝ່) ແລະ ກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ).
ກອງປະຊຸມໄດ້ຮັບຟັງການຊີ້ແຈງຂອງທ່ານນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຈຳນວນ 9 ທ່ານ, ເຊິ່ງສ່ວນໃຫຍ່ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ເຊິ່ງຕິດພັນກັບຂົງເຂດຄວາມຮັບຜິດຊອບຂອງລັດຖະບານ ແລະ ບັນດາບັນຫາທີ່ສັງຄົມພວມໃຫ້ຄວາມສົນໃຈ; ສສຊ ໄດ້ຍົກສູງຄວາມຮັບຜິດຊອບການເມືອງຂອງຕົນ ໃນການປະກອບຄຳຄິດຄຳເຫັນ ແລະ ລົງຄະແນນສຽງຕໍ່ 4 ມະຕິ ດ້ວຍຄະແນນສູງສຸດ ແຕ່ 99% ຂຶ້ນໄປ ຄືດັ່ງນີ້:
1. ມະຕິຮັບຮອງເອົາບົດລາຍງານຂອງລັດຖະບານ ວ່າດ້ວຍການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ດ້ວຍຄະແນນສຽງ 99.39%;
2. ມະຕິຮັບຮອງເອົາວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ດ້ວຍຄະແນນສຽງ 99.39%;
3. ມະຕິຮັບຮອງເອົາກົດໝາຍວ່າດ້ວຍຄັງເງິນແຫ່ງລັດ (ສ້າງໃໝ່) ດ້ວຍຄະແນນສຽງ 99.38%;
4. ມະຕິຮັບຮອງເອົາກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ປັບປຸງ) ດ້ວຍຄະແນນສຽງ 100%.
ທ່ານ ບຸນຈັນ ສີວົງພັນ ຍັງໃຫ້ຮູ້ອີກວ່າ: ໃນໄລຍະດຳເນີນກອງປະຊຸມ ມີປະຊາຊົນບັນດາເຜົ່າ ໄດ້ສົ່ງຄຳຄິດຄຳເຫັນຜ່ານໂທລະສັບສາຍດ່ວນ (156) ມາຍັງກອງປະຊຸມ ສພຊ ມີທັງໝົດ 153 ສາຍ, ລວມທັງໝົດ 208 ເລື່ອງ ເຊິ່ງພົວພັນເຖິງການພັດທະນາເສດຖະກິດ-ສັງຄົມ, ການຄຸ້ມຄອງບໍລິຫານລັດ ເປັນຕົ້ນ ບັນຫາລາຄາໄຟຟ້າແພງ, ເສັ້ນທາງເປ່ເພ, ການຂຸດຄົ້ນບໍ່ແຮ່ຊະຊາຍ, ລາຄາສິນຄ້າອຸປະໂພກ-ບໍລິໂພກແພງ, ບັນຫາຢາເສບຕິດ ແລະ ອື່ນໆ.