(ສພຊ) – ວັນທີ 20 ມີນານີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບປະຕິທິນ ແລະ ປຶ້ມບັນທຶກ ຈໍານວນ 200 ຊຸດ ມູນຄ່າ 38 ລ້ານກີບ; ຕາງໜ້າກ່າວມອບໂດຍທ່ານ ປອ. ນາງ ຈັນໂສດາ ພອນທິບ ຮອງປະທານສູນກາງສະຫະພັນແມ່ຍິງລາວ, ຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະ ເດັກ ທັງເປັນສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ແລະ ຕາງໜ້າ ສພຊ ກ່າວຮັບໂດຍທ່ານ ປອ. ອາຄົມ ປຣະເສີດ ຮອງເລຂາທິການສະພາແຫ່ງຊາດ ໂດຍມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.
ທ່ານ ປອ. ອາຄົມ ປຣະເສີດ ໄດ້ສະແດງຄວາມຂອບໃຈຕໍ່ການສະໜັບສະໜູນຄັ້ງນີ້ ແລະ ມອບໃບຍ້ອງຍໍຂອງຄະນະເລຂາທິການສະພາແຫ່ງຊາດ ເພື່ອຍ້ອງຍໍຜົນງານດີເດັ່ນໃນການປະກອບສ່ວນຊຸກຍູ້ ແລະ ອຸປະຖຳ.
(ນາງ ອາລິນ ສຸພິມມະປະດິດ)