ມອບ-ຮັບກ້ອງຖ່າຍຮູບ ເພື່ອຊຸກຍູ້ວຽກງານສື່ມວນຊົນ ຂອງສະພາແຫ່ງຊາດ

​ກ.ກ. 4, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນບ່າຍວັນທີ 30 ມິຖຸນາ 2023 ໄດ້ມີພິທີມອບ-ຮັບກ້ອງຖ່າຍຮູບ 5D Mark II ພ້ອມກັບເລນ 24-105 mm ລວມມູນຄ່າ 25 ລ້ານກີບ ແລະ ມອບເງິນສົດ 4 ລ້ານກີບ ເພື່ອຊຸກຍູ້ວຽກງານສື່ມວນຊົນຂອງສະພາແຫ່ງຊາດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແລະ ເພື່ອເປັນການສະໜັບສະໜູນໜັງສືພິມ ຜູ້ແທນປະຊາຊົນ ສະບັບພິເສດ ເຊິ່ງເປັນສະບັບທີ່ສັງລວມຂໍ້ມູນໃນໄລຍະດຳເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແຕ່ວັນທີ 26 ມິຖຸນາ-18 ກໍລະກົດ 2023 ເຊິ່ງມອບໂດຍທ່ານ ຄຳປະສິດ ເທບວົງສາ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 16 ແຂວງເຊກອງ ແລະ ຕາງໜ້າຮັບໂດຍທ່ານ ປອ. ພິດສະໄໝ ບຸນວິໄລ ຫົວໜ້າກົມສື່ມວນຊົນ ຄະນະເລຂາທິການສະພາແຫ່ງຊາດ, ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພິຍານ.
ໂອກາດດັ່ງກ່າວ, ທ່ານ ປອ. ພິດສະໄໝ ບຸນວິໄລ ຍັງໄດ້ສະແດງຄວາມຂອບໃຈ ແລະ ຊົມເຊີຍໃນການປະກອບສ່ວນມອບເຄື່ອງອຸປະຖຳໃນຄັ້ງນີ້ ຫວັງວ່າຈະໄດ້ຮັບການອຸປະຖຳວຽກງານສື່ມວນຊົນໃນຄັ້ງຕໍ່ໄປຕື່ມອີກ.