ມອບເງິນຊ່ວຍເຫຼືອ 3 ເມືອງ ແຂວງສະຫວັນນະເຂດ

ມ.ສ. 27, 2026

(ສພຊ) – ໃນໂອກາດເຂົ້າຮ່ວມກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ V, ວັນທີ 24 ເມສາ 2026 ທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ ທັງເປັນສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 13 ໄດ້ມອບເງິນຊ່ວຍເຫຼືອໃຫ້ເມືອງພີນ, ເມືອງຊົນນະບູລີ ແລະ ເມືອງອາດສະພັງທອງ ທີ່ປະສົບອຸທົກກະໄພ ແລະ ອັກຄີໄພ ໂດຍມອບໃຫ້ເມືອງລະ 30 ລ້ານກີບ ລວມທັງໝົດ 90 ລ້ານກີບ ເຊິ່ງເງິນຈຳນວນດັ່ງກ່າວ ແມ່ນໄດ້ມາຈາກການລະດົມທຶນຂອງ ສສຊ ປະຈຳເຂດເລືອກຕັ້ງທີ 13; ການມອບເງິນຄັ້ງນີ້ ເປັນການສະແດງເຖິງຄວາມຫ່ວງໄຍຂອງບັນດາທ່ານສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 13 ໃນຖານະເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດຂອງປະຊາຊົນບັນດາເຜົ່າ ກໍຄືປະຊາຊົນໃນເຂດປະສົບໄພ ພ້ອມທັງເປັນກຳລັງໃຈໃຫ້ທ້ອງຖິ່ນ ຟື້ນຟູຄວາມເສຍຫາຍ ແລະ ກັບຄືນສູ່ສະພາບປົກກະຕິໂດຍໄວ.
ໂອກາດນີ້, ຍັງໄດ້ມອບປຶ້ມ 50 ປີ ແຫ່ງການພົວພັນລະຫວ່າງສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ຈຳນວນ 99 ຫົວ ໃຫ້ສະພາປະຊາຊົນເເຂວງ ແລະ ທ່ານ ສົມບູນ ສີຫານາດ ສສຊ ປະຈຳເຂດເລືອກຕັ້ງທີ 13 ໄດ້ມອບຄອມພິວເຕີຕັ້ງຕັກ (laptop) ຈຳນວນ 2 ໜ່ວຍ ລວມມູນຄ່າ 28 ລ້ານກີບ ໃຫ້ຫ້ອງວ່າການສະພາປະຊາຊົນເເຂວງ.
(ກົງທະນູຄຳ ພິພັດເສລີ)