(ສພຊ) – ເນື່ອງໃນໂອກາດທີ່ສະພາແຫ່ງຊາດລາວ ຈະເປັນເຈົ້າພາບຈັດກອງປະຊຸມໄອປາ ຄັ້ງທີ 45, ສະພາແຫ່ງຊາດ ພວມຂຸ້ນຂ້ຽວສ້າງຫໍມູນເຊື້ອປະຫວັດສາດຂອງສະພາແຫ່ງຊາດ ແລະ ພວມຮີບໂຮມເອົາບັນດາວັດຖຸພັນທີ່ສຳຄັນ ເພື່ອມາປະກອບໃສ່ຫ້ອງມູນເຊື້ອໃຫ້ມີຄວາມຄົບຖ້ວນສົມບູນ, ທັງເປັນການເກັບຮັກສາວັດຖຸພັນທີ່ມີຄຸນຄ່າມາໄວ້ຫ້ອງມູນເຊື້ອ ເຊິ່ງຈະເປັນບ່ອນທີ່ພະນັກງານ-ລັດ ຖະກອນ, ປະຊາຊົນ, ນ້ອງນັກຮຽນ ສາມາດເຂົ້າຊົມ ແລະ ສາມາດຮຽນຮູ້ໄດ້ປະຫວັດສາດຂອງສະພາແຫ່ງຊາດລາວ ທີ່ມີອາຍຸໃກ້ຈະຮອດ 50 ປີ ໃນປີ 2025 ໜ້ານີ້; ຕອນບ່າຍວັນຈັນທີ 2 ກັນຍາຜ່ານມາ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ໄດ້ໃຫ້ກຽດຮັບບັນດາວັດຖຸພັນທີ່ກ່ຽວຂ້ອງເຖິງການເຕີບໃຫຍ່ຂະຫຍາຍຕົວຂອງສະພາແຫ່ງຊາດ ໂດຍການມອບຈາກທ່ານ ສິງ ເລືອງວີຫານ ຫົວໜ້າກົມວຽກງານຊົນເຜົ່າ, ກຳມາທິການບັນດາເຜົ່າ ຜູ້ທີ່ເກັບຮັກສາວັດຖຸພັນດັ່ງກ່າວມາເປັນເວລາຫຼາຍປີ. ທ່ານ ສິງ ເລືອງວີຫານ ໄດ້ກ່າວວ່າ: ວັດຖຸຈະມີຄ່າເມື່ອຢູ່ຖືກທີ່ ແລະ ໂດຍເຫັນໄດ້ຄວາມສຳຄັນຂອງວັດຖຸພັນ ທ່ານຈຶ່ງໄດ້ນຳມາມອບໃຫ້ຫ້ອງມູນເຊື້ອ ເຊິ່ງປະກອບມີ: ປຶ້ມຮັບເງິນ ເດືອນຂອງພະນັກງານສະພາປະຊາຊົນສູງສຸດ, ຫີບບ່ອນບັດເລືອກຕັ້ງ, ກາປະທັບຄະນະປະຈຳສະພາປະຊາຊົນສູງສຸດ, ແມ່ພິມບັດເຊີນ, ໄມໂຄຣໂຟນທີ່ໃຊ້ໃນຫ້ອງປະຊຸມສະພາປະຊາຊົນສູງສຸດ ແລະ ຫຼຽນກາທີ່ລະລຶກຕ່າງໆ. ນອກນີ້, ທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ຍັງໄດ້ມອບເຄື່ອງຂອງຂວັນທີ່ຕ່າງປະເທດມອບໃຫ້ທ່ານ ເພື່ອປະກອບເຂົ້າເປັນວັດຖຸພັນໃນຫ້ອງມູນເຊື້ອ ແລະ ປະຫວັດສາດ ຕື່ມອີກ.
![](https://na.gov.la/wp-content/uploads/2024/09/458512005_1047666114029540_6092933069394183791_n.jpeg)
ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ສະແດງຄວາມຊົມເຊີຍ ແລະ ຂອບໃຈ ຕໍ່ການມອບວັດຖຸພັນດັ່ງກ່າວ ພ້ອມທັງຮຽກຮ້ອງໃຫ້ບັນດາທ່ານຫາກມີວັດຖຸ ຫຼື ອຸປະກອນຕ່າງໆທີ່ເຫັນວ່າເປັນມູນເຊື້ອປະຫວັດສາດທີ່ກ່ຽວພັນເຖິງສະພາແຫ່ງຊາດແຕ່ລະຊຸດ ກໍສາມາດນຳມາປະກອບສ່ວນເຂົ້າໃນ ພິພິທະພັນຂອງສະພາແຫ່ງຊາດໄດ້.
(ນາງ ອາລິນ ສຸພິມມະປະດິດ)