ວັນທີ 5 ກຸມພາ 2025 ທີ່ສະພາປະຊາຊົນແຂວງ ອັດຕະປື ໄດ້ມີພິທີ ມອບ-ຮັບລົດຖີບຈາກໂຄງການ ນໍ້າໃຈຮັກຊາດລາວ ໃຫ້ໂຮງຮຽນ ສາມັນກີນນອນ ຊົນເຜົ່າ ເຊິ່ງຕາງໜ້າກ່າວມອບໂດຍທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ແລະ ຕາງໜ້າກ່າວຮັບໂດຍທ່ານ ໄມແສງ ດວງສີ ວ່າການອໍານວຍການໂຮງຮຽນສາມັນກີນນອນ ຊົນເຜົ່າ, ມີຄະນະນໍາຈາກສະພາປະຊາຊົນແຂວ, ຄູ,ອາຈານ ແລະ ນັກຮຽນ ຈໍານວນໜຶ່ງເຂົ້າຮ່ວມ ເປັນສັກຂີພະຍານ.
ທ່ານ ໄມແສງ ດວງສີ ວ່າການອໍານວຍການໂຮງຮຽນສາມັນກີນນອນ ຊົນເຜົ່າ ໄດ້ສະແດງຄວາມຂອບໃຈຢ່າງຍິ່ງມາຍັງສະພາປະຊາຊົນແຂວງ ກໍ່ຄືສະພາແຫ່ງຊາດ ແລະ ຜູ້ໃຫ້ການຊ່ວຍເຫຼືອສະໜັບສະໜຸນ ໃນຄັ້ງນີ້, ທັງໃຫ້ຄໍາໝັ້ນສັນຍາວ່າຈະນໍາເອົາລົດຖີບຈໍານວນດັ່ງກ່າວນໍາໃຊ້ໃຫ້ຖືກຕ້ອງຕາມຈຸດປະສົງ ແລະ ເປົ້າໝາຍໂດຍສະເພາະນັກຮຽນທີ່ດ້ອຍໂອກາດ, ຜຸ້ຮຽນດີຮຽນເກັ່ງຂອງໂຮງຮຽນ ເພື່ອໃຫ້ກໍາລັງໃຈ ແລະ ເປັນພາຫະນະອໍານວຍຄວາມສະດວກຂອງນ້ອງໆນັກຮຽນ,
ລົດຖີບທີ່ມອບໃນຄັ້ງນີ້, ມີຈໍານວນ 15 ຄັນ ລວມມູນຄ່າ 20 ລ້ານກວ່າກີບ ເຊິ່ງໄດ້ຮັບການສະໜັບສະໜູນຈາກໂຄງການ ນໍ້າໃຈຮັກລາວ ຂອງມູນນິທິຈີນ ເພື່ອພັດທະນາຊົນນະບົດ.
(ວິນັດ ສີສຸລາດ)