ມອບນ້ຳດື່ມຊຸກຍູ້ກອງປະຊຸມສະໄໝວິສາມັນເທື່ອທີ 1

ກ.ກ. 7, 2026

(ສພຊ) – ວັນທີ 7 ກໍລະກົດນີ້ ທີ່ສະພາແຫ່ງຊາດ (ສພຊ) ໄດ້ມີພິທີມອບ-ຮັບນໍ້າດື່ມຫົວເສືອ ຂະໜາດ 350 ມິລິລິດ ຈຳນວນ 100 ຫີບ ລວມມູນຄ່າ 6.7 ລ້ານກີບ ຈາກບໍລິສັດ ເບຍລາວ ຈຳກັດ ເພື່ອປະກອບສ່ວນຊຸກຍູ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງ ສພຊ ຊຸດທີ X, ມອບໂດຍທ່ານ ນາງ ທິບພາພອນ ຄຳມະນີວົງ ຕາງໜ້າບໍລິສັດ ເບຍລາວ ຈຳກັດ ແລະ ຕາງໜ້າຮັບໂດຍທ່ານ ຈັນໄລວັນ ພົມມາໄຊ ຮອງຫົວໜ້າກົມບໍລິຫານ, ຫ້ອງວ່າການສະພາແຫ່ງຊາດ ເຊິ່ງມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.