ພົບປະສອງຝ່າຍ ລະຫວ່າງ 2 ຮອງປະທານສະພາແຫ່ງຊາດ ລາວ ແລະ ຫວຽດນາມ

ມ.ຖ. 1, 2023 | SlideMobile, ຂ່າວເດັ່ນ

(ສພຊ) ວັນທີ 28 ກຸມພາ 2023 ຄະນະຜູ້ແທນສະພາແຫ່ງຊາດລາວ ນຳໂດຍສະຫາຍ ຄຳໃບ ດຳລັດ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະ ໄດ້ພົບປະສອງຝ່າຍກັບສະຫາຍ ຫງວຽນ ຄາກ ດິ໋ງ ກຳມະການສູນກາງພັກ, ຮອງປະທານສະພາແຫ່ງຊາດ ສສ.ຫວຽດນາມ ພ້ອມດ້ວຍຄະນະ ທີ່ສະພາແຫ່ງຊາດ ສສ.ຫວຽດນາມ.
ໃນການພົບປະຄັ້ງນີ້, ສະຫາຍ ຮອງປະທານສະພາແຫ່ງຊາດລາວ ໄດ້ມີຄຳເຫັນວ່າ: ການຢ້ຽມຢາມຄັ້ງນີ້, ເປັນການຜັນຂະຫຍາຍຜົນການຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປລາວ ຂອງສະຫາຍ ປະທານສະພາແຫ່ງຊາດ ຫວຽດນາມ ໃນເດືອນ ພຶດສະພາ 2022 ທີ່ຜ່ານມາ, ທັງເປັນການປະຕິບັດບົດບັນທຶກການຮ່ວມມື ລະຫວ່າງ ສອງສະພາແຫ່ງຊາດ ລາວ-ຫວຽດນາມ ໃນການແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ພ້ອມນີ້ ຍັງເປັນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດຫວຽດນາມ ໃຫ້ນັບມື້ນັບກ້າວເຂົ້າສູ່ລວງເລິກ ແລະ ເປັນຮູບປະທຳ ຂຶ້ນເທື່ອລະກ້າວ. ສຳລັບວຽກທີ່ຈະສົນທະນາ ແລະ ແລກປ່ຽນນໍາກັນ ແມ່ນລົງເລິກກ່ຽວກັບລະບົບກົງຈັກການຈັດຕັ້ງ, ບຸກຄະລາກອນ, ການປະເມີນບຸກຄະລາກອນທີ່ສະພາເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ, ຜ່ານການຄົ້ນຄວ້ານຳກັນ ແມ່ນມີບັນຍາກາດດີ, ບັນດາສະຫາຍ ໄດ້ລາຍງານດ້ວຍຄວາມຈິງໃຈ; ສໍາລັບທິດທາງຮ່ວມມືໃນຕໍ່ໜ້າ: ສືບຕໍ່ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ, ປະຕິບັດບົດບັນທຶກ ຂອງສອງສະພາແຫ່ງຊາດທີ່ລົງນາມຮ່ວມກັນ; ເພີ່ມທະວີການຊຸກຍູ້ ການສ້າງຊັບພະຍາກອນມະນຸດ, ສ້າງພະນັກງານ ກໍຄືເຝິກອົບຮົມຊ່ວຍ ສະພາທ້ອງຖິ່ນຂອງລາວ ໃຫ້ຫຼາຍຂຶ້ນ. ຊຸກຍູ້ ແລະ ສ້າງເງື່ອນໄຂ ໃຫ້ສະພາປະຊາຊົນຂັ້ນທ້ອງຖິ່ນ ໂດຍສະເພາະບັນດາແຂວງທີ່ມີຊາຍແດນຕິດຈອດ ໄດ້ມີການພົບປະ, ແລກປ່ຽນບົດຮຽນ ແລະ ໄປມາຫາສູ່ ເຊິ່ງກັນ ແລະ ກັນ.
ຈາກນັ້ນ, ສະຫາຍ ຮອງປະທານສະພາແຫ່ງຊາດລາວ ພ້ອມດ້ວຍຄະນະ ຍັງໄດ້ເຂົ້າຢ້ຽມຂ່ຳນັບສະຫາຍ ເວືອງ ດິງ ເຫວະ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ ເຊິ່ງສະຫາຍກໍໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຊົມເຊີຍຕໍ່ຜົນສຳເລັດໃນການເຄື່ອນໄຫວເຮັດວຽກຢູ່ ສສ.ຫວຽດນາມ ຂອງສະຫາຍ ຮອງປະທານສະພາແຫ່ງຊາດລາວ ໃນຄັ້ງນີ້ ພ້ອມອວຍພອນໃຫ້ສາຍພົວພັນມິດຕະພາບອັນສະຫງ່າ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ຈົ່ງໝັ້ນຄົງຂະໜົງແກ່ນຕະຫຼອດກາລະນານ.
ກ່ອນໜ້ານີ້, ຄະນະຜູ້ແທນສະພາແຫ່ງຊາດລາວ ຍັງໄດ້ພົບປະເຮັດວຽກກັບສະຫາຍ ນາງ ຫງວຽນ ທິ ແທງ ກຳມະການສູນກາງພັກ, ຫົວໜ້າຄະນະວຽກງານສະມາຊິກສະພາແຫ່ງຊາດຫວຽດນາມ ພ້ອມດ້ວຍຄະນະ ເຊິ່ງທັງສອງຝ່າຍ ໄດ້ແລກປ່ຽນບົດຮຽນກ່ຽວກັບວຽກງານກົງຈັກຂອງສະພາປະຊາຊົນຂັ້ນແຂວງ; ວຽກງານການເລືອກຕັ້ງ; ການປະເມີນຜົນຕໍ່ການປະຕິບັດໜ້າທີ່ ບຸກຄະລາກອນດຳລົງຕຳແໜ່ງ ທີ່ສະພາແຫ່ງຊາດເລືອກຕັ້ງ ແລະ ຮັບຮອງເອົາການແຕ່ງຕັ້ງ; ການປະເມີນຜົນຕໍ່ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ຂອງ ສະມາຊິກສະພາແຫ່ງຊາດ; ການປະເມີນນະໂຍບາຍຕໍ່ ສະມາຊິກສະພາແຫ່ງຊາດ. ພ້ອມນັ້ນ, ທັງສອງຝ່າຍ ຍັງໄດ້ຖາມ-ຕອບ ແລກປ່ຽນຄຳຄິດຄຳເຫັນໃນບັນດາຫົວຂໍ້ທີ່ມີຄວາມສົນໃຈ.