loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພົບປະສອງຝ່າຍລາວ-ໄທ

ມ.ສ. 5, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນວັນທີ 3 ເມສາ 2023 ທີ່ສະພາແຫ່ງຊາດ ລາວ ໄດ້ມີການພົບປະສອງຝ່າຍລາວ-ໄທ ເຊິ່ງຝ່າຍລາວນໍາໂດຍ ທ່ານ ນາງ ທຸມມາລີ ວົງພະຈັນ ປະທານກໍາມາທິການວັດທະນະທໍາ-ສັງຄົມ ສະພາແຫ່ງຊາດ ແຫ່ງ ສປປ ລາວ ແລະ ຝ່າຍໄທ ນໍາໂດຍ ທ່ານ ວັນລົບ ຕັງຄະນານຸລັກ ປະທານກໍາມາທິການພັດທະນາສັງຄົມ ແລະ ກິດຈະການເດັກ, ເຍົາວະຊົນ, ສະຕີ, ຜູ້ສູງອາຍຸ, ຄົນພິການ ແລະ ຜູ້ດ້ອຍໂອກາດ ວຸດທິສະພາ ແຫ່ງຣາຊະອານາຈັກໄທ ໂດຍມີຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ.
​ ເພື່ອເປັນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີງາມຖານບ້ານໃກ້ເຮືອນຄຽງທີ່ມີຄວາມຜູກພັນກັນມາແຕ່ບູຮານນະການ, ມີຂະນົບທໍານຽມ, ວັດທະນະທໍາ, ຮີດຄອງປະເພນີ ແລະ ພາສາປາກເວົ້າທີ່ຄ້າຍຄືກັນ ລະຫວ່າງສອງປະເທດ ລາວ-ໄທ ເວົ້າລວມ ເວົ້າສະເພາະ ລະຫວ່າງສອງອົງການນິຕິບັນຍັດໃຫ້ຈະເລີນງອກງາມ ແລະ ເກີດດອກອອກຜົນຍິ່ງໆ ຂຶ້ນ ແລະ ເພື່ອພົບປະແລກປ່ຽນບົດຮຽນ ລະຫວ່າງກໍາມາທິການວັດທະນະທໍາ-ສັງຄົມ ແລະ ກໍາມາທິການພັດທະນາສັງຄົມ ວຸດທິສະພາແຫ່ງຣາຊະອານາຈັກໄທ ພາຍໃຕ້ຫົວຂໍ້ ບົດບາດຂອງກໍາມາທິການວັດທະນະທໍາ-ສັງຄົມ ໃນການສົ່ງເສີມຄວາມສະເໝີພາບຍິງ-ຊາຍ.
​ ໃນການພົບປະຄັ້ງນີ້ ທັງສອງຝ່າຍໄດ້ພ້ອມກັນຕີລາຄາສູງຕໍ່ການພົວພັນຮ່ວມມື ລະຫວ່າງສອງປະເທດ ກໍຄືສອງອົງການນິຕິບັນຍັດໃນໄລຍະຜ່ານມາ ໂດຍສະເພາະ ແມ່ນການຢ້ຽມຢາມທາງການ ຣາຊະອານາຈັກໄທ ຂອງພະນະທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໃນເດືອນ ຕຸລາ ປີ 2022 ແລະ ໄດ້ລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະພາແຫ່ງຊາດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ລັດຖະສະພາ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 31 ຕຸລາ 2022 ທີ່ກຸງເທບມະຫານະຄອນ ຣາຊະອານາຈັກໄທ. ນອກຈາກນັ້ນ, ຍັງໄດ້ແລກປ່ຽນຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມຂອງຄະນະຜູ້ແທນຂັ້ນສູງ ຂອງລັດຖະບານ, ບັນດາຂະແໜງການໃນລະດັບສູນກາງ ແລະ ທ້ອງຖິ່ນ, ໄດ້ມີການຮ່ວມມືກັນຈັດຕັ້ງປະຕິບັດສັນຍາ, ສົນທິສັນຍາ, ຂໍ້ຕົກລົງ ແລະ ບົດບັນທຶກຊ່ວຍຈໍາ ໂດຍຜ່ານຫຼາຍກົນໄກການຮ່ວມມືທີ່ມີໝາກຜົນ; ແຈ້ງໃຫ້ຮູ້ກ່ຽວກັບສິດພາລະບົດບາດ ທີ່ຕັ້ງ ແລະ ກົງຈັກຂອງສອງອົງການນິຕິບັນຍັດ, ພາລະບົດບາດ​ ສິດ ແລະ ໜ້າທີ່ຂອງກໍາມາທິການວັດທະນະທໍາ-ສັງຄົມ ແລະ ກໍາມາທິການພັດທະນາສັງຄົມ ວຸດທິສະພາແຫ່ງ ຣາຊະອະນາຈັກໄທ ແລະ ວຽກງານກ່ຽວກັບການສົ່ງເສີມຄວາມສະເໝີພາບຍິງ-ຊາຍ ໂດຍເພີ່ມບົດບາດຂອງແມ່ຍິງໃນວຽກງານນຳພາ-ຄຸ້ມຄອງ ແລະ ການມີສ່ວນຮ່ວມຂອງແມ່ຍິງໃນການພັດທະນາເສດຖະກິດ-ສັງຄົມຂອງສອງປະເທດ ນອກຈາກນີ້ ຄະນະຝ່າຍລາວຍັງໄດ້ສະເໜີ ບາງເນື້ອໃນຈິດໃຈ ດັ່ງນີ້: ສະເໜີໃຫ້ມີການສືບຕໍ່ແລກປ່ຽນການຢ້ຽມຢາມ ແລະ ໄປມາຫາສູ່ກັນໃຫ້ເປັນປົກກະຕິລະຫວ່າງ ກຳມາທິການວັດທະນະທຳ-ສັງຄົມ ສະພາແຫ່ງຊາດລາວ ກັບ ກຳມາທິການພັດທະນາສັງຄົມ ແລະ ກິດຈະກຳເດັກ, ເຍົາວະຊົນ, ສະຕີຼ, ຜູ້ສູງອາຍຸ, ຄົນພິການ ແລະ ຜູ້ດ້ອຍໂອກາດ ວຸດທິສະພາ ແຫ່ງຣາຊະອານາຈັກໄທ ເພື່ອແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ໃນການປະຕິບັດພາລະບົດບາດຂອງລັດຖະສະພາ; ໃຫ້ມີການແລກປ່ຽນຂໍ້ມູນໃນການຈັດຕັ້ງປະຕິບັດພາລະບົດບາດນິຕິບັນຍັດເປັນຕົ້ນ ການສ້າງ ແລະ ປັບປຸງກົດໝາຍ, ການຕິດຕາມກວດກາການຄຸ້ມຄອງ ແລະ ການປົກປ້ອງສິດຜົນ ປະໂຫຍດຂອງແຮງງານ, ການສົ່ງເສີມການທ່ອງທ່ຽວລະຫວ່າງສອງປະເທດ, ການພັດທະນາຊັບ ພະຍາກອນມະນຸດ ແລະ ອື່ນໆ ແລະ ສະເໜີສືບຕໍ່ສະໜັບສະໜູນການຈັດຕັ້ງປະຕິບັດບັນດາແຜນງານ, ໂຄງການ, ກິດຈະກຳຮ່ວມມື ພາຍໃຕ້ບັນດາກົນໄກການຮ່ວມມື ລາວ ແລະ ໄທ ໃຫ້ມີປະສິດທິພາບ ແລະປະສິດທິຜົນຍິ່ງຂຶ້ນ ແລະ ຄະນະຝ່າຍໄທກໍໄດ້ເຫັນດີຕໍ່ການສະເໜີດັ່ງກ່າວ ແລະ ຈະນໍາເອົາໄປສືບຕໍ່ປະຕິບັດ ແລະ ສະເໜີພາກສ່ວນກ່ຽວຂ້ອງເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນອັນດີງາມໃຫ້ດີຂຶ້ນກວ່າເກົ້າ.
(ພາບ ແລະ ຂ່າວ: ສອນສັກ ວັນວິໄຊ)