ພົບປະຢ້ຽມຢາມ, ເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ສພຊ ຊຸດທີX ແລະ ສພຂ ຊຸດທີV ຢູ່ເມືອງນາແລ

ມ.ຖ. 11, 2026

ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ໃນການເປັນຕົວແທນແຫ່ງສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາເຜົ່າ ໃຫ້ສຳເລັດຕາມລະດັບຄາດໝາຍ ໃນລະຫວ່າງວັນທີ 9 – 10 ມິຖຸນາ 2026  ນໍາໂດຍທ່ານ ນາງ ອຳໄພວອນ ລ້ອມບຸນແພງ ກຳມະການສູນກາງພັກ ຄະນະປະຈໍາສະພາແຫ່ງຊາດ ປະທານກຳມາທິການວັດທະນາທໍາ-ສັງຄົມ ແລະ ຊົນເຜົ່າ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ3 ແຂວງຫລວງນ້ຳທາ ແລະ ທ່ານ ບຸນປີ ໄລປະເສີີດ ກຳມະການຄະນະປະຈໍໍາສະພາປະຊາຊົນແຂວງ ຮອງປະທານສະພາປະຊາຊົນແຂວງ ພ້ອມດ້ວຍຄະນະ, ໄດ້ລົງພົບປະຢ້ຽມຢາມພະນັກງານຫລັກແຫລ່ງ ແລະ ພໍ່ແມ່ປະຊາຊົນ 4 ບ້ານເທດສະບານເມືອງ ເຂົ້າຮ່ວມຮັບຟັງມີ ຄະນະນໍາຂອງເມືອງ, ພະນັກງານຫລັກແຫລ່ງ, ຄະນະປະທານກຳມະການປົກຄອງຕາແສງ, ອຳນາດການປົກຄອງບ້ານ ພ້ອມດ້ວຍປະຊາຊົນ, ນ້ອງນັກຮຽນເຂົ້້າຮ່ວມ 270 ຄົນ.

ເພື່ອນຳເອົາເນື້ອໃນຈິດໃຈຜົນສຳເລັດຂອງກອງປະຊຸມຄັ້ງປະຖົມມະລຶກຂອງສະພາແຫ່ງຊາດ ຊຸດທີ X(ສພຊ) ແລະ ປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີV(ສພຂ) ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມໃຫ້ພະນັກງານຫລັກແຫລ່ງ, ພໍ່ແມ່ປະຊາຊົນ ໃຫ້ຮັບຮູ້ເຊື່ອມຊຶມ ຊຶ່ງກອງປະຊຸມຄັ້ງປະຖົມມະລຶກຂອງ ສພຊ ໄດ້ພິຈາລະນາ, ຮັບຮອງເອົາວຽກງານສຳຄັນຂອງປະເທດຊາດຄື: ເລືອກຕັ້ງ ປະທານສະພາແຫ່ງຊາດ ຊຸດທີX; ເລືອກຕັ້ງ ບັນດາຮອງປະທານສະພາແຫ່ງຊາດ ແລະ ກໍາມະການຄະນະປະຈໍາສະພາແຫ່ງຊາດ; ຮັບເອົາກົງຈັກຂອງສະພາແຫ່ງຊາດ ຊຸດທີ X ແລະ ການແຕ່ງຕັ້ງບັນດາປະທານກໍາມາທິການ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ; ເລືອກຕັ້ງ ນາຍົກລັດຖະມົນຕີ; ພິຈາລະນາ, ຮັບຮອງເອົາໂຄງປະກອບກົງຈັກຂອງລັດຖະບານ ແລະ ການແຕ່ງຕັ້ງບັນດາຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ; ຮັບຮອງເອົາວຽກງານລັດຖະບານ; ຮັບຮອງເອົາ ບົດລາຍງານຂອງສານປະຊາຊົນສູງ; ອົງການໄອຍະການປະຊາຊົນສູງສຸດ; ຮັບຮອງເອົາ ບົດລາຍງານຂອງອົງການກວດສອບແຫ່ງລັດ; ອົງການກວດກາແຫ່ງລັດ; ບົດລາຍງານກ່ຽວກັບແຜນການເຄື່ອນໄຫວ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X; ຮັບຮອງເອົາ ບົດລາຍງານກ່ຽວກັບແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ X.

ພ້ອມດຽວກັນ ຍັງໄດ້ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ V ຊຶ່ງໄດ້ພິຈາລະນາຮັບຮອງເອົາວຽກງານສໍາຄັນຂອງແຂວງຄື; ຮັບຮອງເລືອກຕັ້ງປະທານສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາເລືອກຕັ້ງ ຮອງປະທານ, ກໍາມະການຄະນະປະຈໍາ ສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ໂຄງປະກອບກົງຈັກ ຂອງສະພາປະຊາຊົນ ຊຸດທີ V; ຮັບຮອງເອົາ ປະທານຄະນະກໍາມະການປົກຄອງແຂວງ; ຮັບຮອງເອົາ ໂຄງປະກອບກົງຈັກ ແລະ ບຸກຄະລາກອນ ຂອງຄະນະກໍາມະການປົກ ຄອງແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ຮັບຮອງເອົາ ບຸກຄະລາກອນ ຂອງອົງການກວດກາລັດຂັ້ນແຂວງ; ຮັບຮອງເອົາ ວຽກງານຂອງອົງການປົກຄອງແຂວງ; ການຮັບຮອງເອົາ ວຽກງານຂອງອົງການກວດກາລັດແຂວງ; ການຮັບຮອງເອົາ ວຽກງານຂອງອົງການໄອຍະການປະຊາຊົນແຂວງ ແລະ ສານປະຊາຊົນແຂວງ; ການຮັບຮອງເອົາ ວຽກງານຂອງສະພາປະຊາຊົນແຂວງ ຊຸດທີ V; ຮັບຮອງເອົາ ແຜນການສ້າງ-ປັບປຸງນິຕິກຳຂອງແຂວງ.

ພ້ອມດຽວກັນ ຜູ້ເຂົ້າຮ່ວມ ຍັງໄດ້ສະເໜີບັນຫາທີ່ພົບຄວາມຫຍຸ້ງຍາກຢູ່ພາຍໃນບ້ານ, ເມືອງ ເພື່ອໃຫ້ສະພາປະຊາຊົນແຂວງ ຊຸກຍູ້ສະເໜີຫາພາກສ່ວນທີ່ກ່ຽວຂ້ອງ ຫາວິທີທາງແກ້ໄຂ ຕາມຄວາມເປັນຈິງ. ; ໂອກາດນີ້ ທ່ານ ນາງ ອຳໄພວອນ ລ້ອມບຸນແພງ ຍັງໄດ້ນໍາເອົາຄອມພິວເຕີຕັ້ງໂຕະ ແລະ ປຣິນເຕີ ຈຳນວນ 1 ຊຸດ,ມູນຄ່າ 14.100.000 ມອບໃຫ້ຫ້ອງວ່າການປົກຄອງເມືອງ ນາແລ ນອກນັ້ນ ສະພາປະຊາຊົນແຂວງ ຍັງໄດ້ນໍາເອົາເຄື່ອງນຸ່ງຫົ່ມມອບໃຫ້ນ້ອງນ້ອຍນັກຮຽນທີ່ທຸກຍາກຂາດເຂີນ ຢູ່ໂຮງຮຽນ ມສ ເມືອງນາແລ ແລະ ບ້ານພູຫລວງ ມູນຄ່າ 5.150.000ກີບ      

ຂ່າວ ວັນນີ ແຝງບົວວັນ