ພົບປະຢ້ຽມຢາມປະຊາຊົນຢູ່ ບ້ານວົງສົມພູ ແລະ ບ້ານພູໂຮມ ເມືອງພູວົງແຂວງອັດຕະປື.

ມ.ຖ. 11, 2026

ໃນວັນທີ 10 ມິຖຸນາ 2026 ທີ່ບ້ານວົງສົມພູ ແລະ ບ້ານພູໂຮມ ຂອງຕາແສງວົງໄຊ ເມືອງພູວົງ ແຂວງອັດຕະປື  ນໍາໂດຍ: ທ່ານ ດາບແກ້ວ ໄຊຍະແສງ ເລຂາພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງພູວົງ, ມີ ທ່ານ ພົ.ວ ສຸລິໄຊ ພິຈິດ ປະທານກໍາມາທິການ ປກຊ-ປກສ ສະພາແຫ່ງຊາດ, ສະມາຊິກສະພາແຫ່ງຊາດ ເຂດເລືອກຕັ້ງທີ 17 ພ້ອມດ້ວຍບັນດາທ່ານສະມາຊິກສະພາປະຊາຊົນແຂວງ  ປະຈໍາເຂດເລືອກຕັ້ງເມືອງພູວົງ ໄດ້ລົງພົບປະພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ ເພື່ອເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ   ສະພາປະຊາຊົນແຂວງອັດຕະປື ຊຸດທີ V, ມີພະນັກງານປົກຄອງຕາແສງ, ພະນັກງານກໍ່ສ້າງຮາກຖານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນສອງບ້ານເຂົ້າຮ່ວມຢ່າງພ້ອມພຽງ.ໃນໂອກາດດັ່ງກ່າວ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ໄດ້ນຳເອົາເນື້ອໃນບັນດາມະຕິຂອງກອງປະຊຸມຄັ້ງປະຖົມມະລືກ ຂອງສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງອັດຕະປື ຊຸດທີ V ຕິດພັນກັບແນວທາງນະໂຍບາຍຂອງພັກ ເຜີຍແຜ່ໃຫ້ແກ່ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນຮັບຮູ້, ເຊື່ອມຊຶມ ແລະ ເຂົ້າໃຈຢ່າງເລິກເຊິ່ງ. ໃນໂອກາດດຽວກັນນັ້ນ, ຄະນະຜູ້ແທນຍັງໄດ້ຮັບຟັງການລາຍງານສະພາບການພັດທະນາເສດຖະກິດ-ສັງຄົມ ຈາກອຳນາດການປົກຄອງບ້ານ ແລະ ຮັບຟັງຄຳຄິດ, ຄຳເຫັນ, ຄຳສະເໜີຂອງພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວ  ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ແລະ ການທຳມາຫາກິນຂອງພໍ່ແມ່ປະຊາຊົນ. ໃນນັ້ນ, ປະຊາຊົນໄດ້ຍົກຂຶ້ນມາສະເໜີໂດຍສະເພາະແມ່ນ ບັນຫາການປັບປຸງພື້ນຖານໂຄງລ່າງ (ເສັ້ນປູຢາງ, ນ້ຳໃຊ້) ແລະ ບັນຫາອື່ນໆ ທີ່ປິ່ນອ້ອມຊີວິດການເປັນຢູ່.ຈາກນັ້ນ, ບັນດາທ່ານສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ກໍ່ໄດ້ມີຄຳເຫັນອະທິບາຍ-ຊີ້ແຈງ ຕໍ່ກັບບາງບັນຫາທີ່ປະຊາຊົນສົນໃຈ ແລະ ມີຄຳສະເໜີ, ພ້ອມທັງໄດ້ລວບລວມເອົາຂໍ້ສະເໜີທີ່ຈຳເປັນຕ່າງໆ ເພື່ອແຈ້ງຕໍ່ພາກສ່ວນກ່ຽວຂ້ອງພິຈາລະນາແກ້ໄຂຕາມຂັ້ນຕອນໃນຕໍ່ໜ້າ.ຕອນທ້າຍ, ສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນແຂວງ ຍັງໄດ້ໃຫ້ກຽດໂອ້ລົມຕໍ່ອໍານາດການປົກຄອງບ້ານ ແລະ ປະຊາຊົນ ໂດຍໄດ້ເນັ້ນໜັກໃຫ້ຄະນະພັກ, ອຳນາດການປົກຄອງບ້ານ ເອົາໃຈໃສ່ຊີ້ນຳ-ນຳພາປະຊາຊົນ ແລະ ຄອບຄົວສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ດ້ວຍການຊຸກຍູ້ການຜະລິດເປັນສິນຄ້າ, ນຳໃຊ້ທ່າແຮງບົ່ມຊ້ອນຂອງທ້ອງຖິ່ນເຂົ້າໃນການປູກ-ການລ້ຽງ, ສ້າງອາຊີບທີ່ໝັ້ນຄົງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ເພີ່ມທະວີຄວາມສາມັກຄີປອງດອງພາຍໃນບ້ານໃຫ້ແໜ້ນແຟ້ນ, ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ, ພ້ອມທັງຮ່ວມກັນປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນຂອງຕົນ, ປັບປຸງແບບແຜນວິທີເຮັດວຽກໃຫ້ມີປະສິດທິພາບ, ເປັນເຈົ້າການໃນການຜັນຂະຫຍາຍມະຕິ, ຄຳສັ່ງຂອງຂັ້ນເທິງ ແລະ ເປັນແບບຢ່າງທີ່ດີໃຫ້ແກ່ປະຊາຊົນ ໃນການພັດທະນາບ້ານຊ່ອງໃຫ້ມີຄວາມສິວິໄລ.   (ວິນັດ)