
ໃນລະຫວ່ງວັນທີ 5-9 ກຸມພາ 2024 ທ່ານ ຄໍາເຜີຍ ງອນວັນຄໍາ ກໍາມະການປະຈໍາພັກແຂວງ, ຮອງປະ ທານສະພາປະຊາຊົນແຂວງ, ທັງເປັນສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ແລະ ທ່ານ ນ. ແສງອາລຸນ ປັນຍາລໍ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້, ທ່ານ ພທ ເພັດສະຫວັນ ໄຊອຸ່ນຄໍາ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງນາໝໍ້ ໄດ້ລົງພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ບ້ານ ຫ້ວຍຫຼັກ, ນໍ້າຍອນ, ສະປື, ຜາຄໍາ, ເພຍໄມ້ໃຫຍ່, ຕືກາ, ເພຍໄມ້ນ້ອຍ, ນໍ້າໂມງ, ນໍ້າເງິນ ແລະ ບ້ານ ນາສະຫວ່າງ ເມືອງນາໝໍ້ ມີຜູ້ເຂົ້າຮ່ວມທັງໝົດ 487 ຍິງ 136 ຄົນ.





ໂອກາດດັ່ງກ່າວ, ທ່ານຍັງໄດ້ໂອ້ລົມ ກ່ອນອື່ນໄດ້ສະແດງຄວາມຊົມເຊີຍອົງການປົກຄອງບ້ານ ຕໍ່ກັບການຈັດຕັ້ງປະຕິບັດໜ້າທີ່ຕາມການມອບໝາຍ, ໄດ້ພ້ອມກັນສຸມໃສ່ເຫື່ອແຮງປະກອບສ່ວນເຂົ້າໃນການພັດທະນາບ້ານ, ພັດທະນາທ້ອງຖິ່ນ, ເຮັດໃຫ້ບ້ານມີຄວາມສະຫງົບໂດຍພື້ນຖານ, ປະຊາຊົນພາຍໃນບ້ານມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ. ພ້ອມດຽວກັນນັ້ນ, ທ່ານຍັງໄດ້ມອບຄອມພີວເຕີ້ຕັ້ງໂຕະ ຈໍານວນ 1 ຊຸດ, ມູນຄ່າ 10,385,000 ກີບ ໃຫ້ອົງການປົກຄອງບ້ານ ນາສະຫວ່າງ ແລະ ທ່ານໄດ້ເນັ້ນໜັກໃຫ້ນໍາໃຊ້ເຂົ້າໃນວຽກງານລວມ ໃຫ້ເກີດຜົນປະໂຫຍດສູງສຸດ.
