loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພົບປະທາງໄກລະຫວ່າງລັດຖະສະພາໜຸ່ມ, ສະພາແຫ່ງຊາດລາວ ແລະ ລັດຖະສະພາໜຸ່ມຣັດເຊຍ, ສະພາສູງຣັດເຊຍ

ມ.ຖ. 5, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນບ່າຍຂອງວັນທີ 30 ພຶດສະພາ 2023 ທີ່ສະພາແຫ່ງຊາດ ໄດ້ມີກອງປະຊຸມພົບປະທາງໄກ ລະຫວ່າງ ຄະນະສະມາຊິກສະພາໜຸ່ມ, ສະພາແຫ່ງຊາດລາວ ແລະ ຄະນະສະມາຊິກລັດຖະສະພາໜຸ່ມຣັດເຊຍ, ສະພາສູງຣັດເຊຍ. ຝ່າຍລາວນຳໂດຍທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ຮອງປະທານກຳມາທິການບັນດາເຜົ່າ ທັງເປັນປະທານຄະນະສະມາຊິກສະພາໜຸ່ມຂອງສະພາແຫ່ງຊາດລາວ ພ້ອມດ້ວຍຄະນະເຂົ້າຮ່ວມ. ຈຸດປະສົງກໍເພື່ອແລກປ່ຽນບົດຮຽນໃນຂົງເຂດການສ້າງກົດໝາຍວ່າດ້ວຍຊາວໜຸ່ມລາວ ແລະ ຣັດເຊຍ ແລະ ເພື່ອຮັດແໜ້ນສາຍພົວພັນໃນຂອບ ສອງຝ່າຍໃຫ້ເປັນຮູບປະທຳຍິ່ງຂຶ້ນ ເຊິ່ງການພົບປະໃນຄັ້ງນີ້ ຈະເປັນໂອກາດດີໃນການເປີດໂອກາດໃຫ້ສອງຄະນະສະມາຊິກລັດຖະສະພາໜຸ່ມ ຂອງສະພາແຫ່ງຊາດລາວ ແລະ ສະພາສູງ ຣັດເຊຍ ໄດ້ມີການແລກປ່ຽນບົດຮຽນຕ່າງໆທີ່ ສອງຝ່າຍມີຄວາມສົນໃຈນຳກັນ ກ່ຽວກັບຊາວໜຸ່ມໄວໜຸ່ມ.
ໂອກາດນີ້, ທ່ານ ແກ້ວຈະເລີນ ເຊ່ຍຢິ້ງຢ່າງ ໄດ້ສະແດງຄວາມພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຕາງໜ້າ ຄະນະສະມາຊິກສະພາໜຸ່ມຂອງສະພາແຫ່ງຊາດລາວ ເຂົ້າຮ່ວມກອງປະຊຸມສຳມະນາພົບປະຮ່ວມກັບ ຄະນະສະມາຊິກລັດຖະສະພາໜຸ່ມ ຣັດເຊຍ, ອັນເປັນຄັ້ງປະຫວັດສາດ ທີ່ສອງຄະນະສະມາຊິກສະພາແຫ່ງຊາດໜຸ່ມ ໄດ້ມາພົບປະກັນ ໂດຍຜ່ານລະບົບອອນລາຍ ພາຍຫຼັງທີ່ແຕ່ງຕັ້ງຄະນະສະມາຊິກສະພາໜຸ່ມ ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2022 ຜ່ານມາ, ພ້ອມທັງແຈ້ງໃຫ້ຊາບ ພາລະບົດບາດ ແລະ ໜ້າທີ່ຂອງ ຄະນະສະມາຊິກ ສະພາແຫ່ງຊາດໜຸ່ມຂອງລາວ ແລະ ສະພາແຫ່ງຊາດລາວຈຳນວນໜຶ່ງ. ພ້ອມນີ້, ຄະນະຜູ້ແທນຝ່າຍລາວ ຍັງສະເໜີບົດແລກປ່ຽນ ກ່ຽວກັບກົດໝາຍວ່າດ້ວຍຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ການຈັດຕັ້ງປະຕິບັດກົດໝາຍ ຂອງ ສປປລາວ ໃນຜ່ານມາ ກໍຄືແຜນການຕໍ່ໜ້າ.
ໃນກອງປະຊຸມພົບປະຄັ້ງນີ້, ຝ່າຍຣັດເຊຍແມ່ນນຳໂດຍທ່ານ Andrei RAZZORENOV ປະທານກໍາມາທິການ ວຽກງານການຕ່າງປະເທດ ຄະນະສະມາຊິກລັດຖະສະພາໜຸ່ມ, ສະພາສູງ ແຫ່ງ ຣັດເຊຍ ໃນນາມເປັນ ປະທານ ກອງປະຊຸມ ໄດ້ກ່າວເປີດ ແລະ ສະເໜີໃຫ້ທີ່ປະຊຸມຊາບວ່າ ບັນດາທ່ານ ສະມາຊິກລັດຖະສະພາໜຸ່ມທີ່ເຂົ້າຮ່ວມກອງປະຊຸມ ລ້ວນແຕ່ແມ່ນຜູ້ທີ່ຮັບຜິດຊອບວຽກງານຊາວໜຸ່ມໄວໜຸ່ມ ຂອງສະພາສູງ ຣັດເຊຍ ທີ່ປະຈໍາການຢູ່ສະພາຂັ້ນສູນກາງ ແລະ ທ້ອງຖິ່ນ. ພ້ອມທັງຕີລາຄາສູງການພົບປະແລກປ່ຽນຄັ້ງນີ້ ເຖິງວ່າເປັນຄັ້ງທຳອິດຂອງສອງ ຄະນະສະມາຊິກສະພາໜຸ່ມຂອງ ລາວ ແລະ ຣັດເຊຍແຕ່ ສອງຝ່າຍໄດ້ແລກປ່ຽນຄຳເຫັນນຳກັນຢ່າງກົງໄປກົງມາ, ດ້ວຍຄວາມຈິງໃຈ ແລະ ມີຄວາມຮັບຜິດຊອບສູງ ເຊິ່ງຝ່າຍຣັດເຊຍລົງເລິກ 4 ຫົວຂໍ້ທີ່ຕິດພັນກັບຊາວໜຸ່ມໄວໜຸ່ມ ແລະ ການພັດທະນາຢູ່ ສ.ຣັດເຊຍ ເຊັ່ນ: 1) ກ່ຽວກັບໂຄງການຊາວໜຸ່ມໃນລັດເຊຍ. ການປະຕິບັດ, ການແລກປ່ຽນປະສົບການ, 2) ກົດໝາຍວ່າດ້ວຍການຊ່ວຍເຫຼືອຊາວໜຸ່ມໃນລັດເຊຍ ແລະ ສປປລາວ, 3) ອາສາສະໝັກໃນໄລຍະສຸກເສີນ ແລະ ໂລກລະບາດ, ການປະຕິບັດຂອງການຈັດຕັ້ງອາສາສະໝັກ, ວິທີການກະຕຸ້ນໃຫ້ກຳລັງໃຈ, 4) ການສະໜັບສະໜູນ ຊາວໜຸ່ມໃນລະດັບລັດ, ບົດຮຽນການປະຕິບັດທີ່ດີ ແລະ ປະສົບການໃໝ່.
ໃນຕອນທ້າຍ ສອງຝ່າຍໄດ້ຕີລາຄາສູງ ຕໍ່ການຈັດກອງປະຊຸມທາງໄກຮ່ວມກັນຄັ້ງນີ້ ໂດຍເຫັນໄດ້ວ່າມີເນື້ອໃນທີ່ດີ, ແທດຕົວຈິງຂອງຍຸກສະໄໝ ອັນເຮັດໃຫ້ສອງຝ່າຍສາມາດແລກປ່ຽນບົດຮຽນປະສົບການ, ການເຄື່ອນໄຫວ ຈັດຕັ້ງປະຕິບັດບົດບາດໜ້າທີ່ຂອງຕົນ ກໍຄືຂອງຊາວໜຸ່ມຂອງສອງປະເທດໃນໄລຍະຜ່ານມາ ແລະ ໃນຕໍ່ໜ້າ, ພ້ອມກັນນີ້, ສອງຝ່າຍຍັງໄດ້ເປັນເອກະພາບ ຈະສືບຕໍ່ພົວພັນຮ່ວມມື ໂດຍແລກປ່ຽນການພົບປະການຢ້ຽມຢາມ ທັງເຊິ່ງໜ້າ ແລະ ຜ່ານອອນລາຍທາງໄກນຳກັນ ເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບຊາວໜຸ່ມໄວໜຸ່ມ ກໍຄືສະມາຊິກສະພາໜຸ່ມຂອງ ສອງປະເທດ ໃນນາມທີ່ເປັນ “ກະດູກສັນຫຼັງຂອງຊາດ” ໃຫ້ເປັນປົກກະຕິ ແລະ ຕໍ່ເນື່ອງ.