
ຕອນບ່າຍຂອງວັນພະຫັດ, ວັນທີ 21 ມີນາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກສະພາປະຊາຊົນແຂວງ ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນ, ໂດຍການເປັນປະທານຂອງສະຫາຍ ທອງຄານ ວັດສະດາກອນ ເລຂາຫນ່ວຍພັກສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມພິທີມີສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ ປະທານສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ/ສໍາຮອງພາຍໃນໜ່ວຍພັກສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ;


ໃນພິທີ, ພາຍຫຼັງຄະນະຈັດຕັ້ງໄດ້ກ່າວຈຸດປະສົງ, ສະເໜີຜູ້ເຂົ້າຮ່ວມ, ສະຫາຍ ນ. ວັນສີ ພວງມະໄລ ຮອງເລຂາໜ່ວຍພັກ, ໄດ້ຜ່ານມະຕິຂອງຄະນະປະຈໍາພັກແຂວງ ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງເປັນສະມາຊິກພັກສົມບູນ ຈໍານວນ 4 ສະຫາຍ, ພ້ອມນັ້ນ, ໄດ້ຈັດພິທີເລື່ອນສະມາຊິກພັກສໍາຮອງເຂົ້າເປັນສະມາຊິກພັກສົມບູນຢ່າງເປັນທາງການ.
ປະຕິບັດຕາມວາລະ, ທາງຄະນະພັກ ຍັງໄດ້ຜ່ານບົດສະຫລຸບປະຈໍາເດືອນມີນາ ເຊິ່ງຕະຫລອດໄລຍະ 1 ເດືອນຜ່ານມາ ຄະນະໜ່ວຍພັກໄດ້ເອົາໃຈ ໃສ່ໃນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດຕິດແທດສະມາຊິກພັກ, ດໍາເນີນຊີວິດພັກເປັນປົກກະຕິ, ເຮັດໃຫ້ສະມາຊິກພັກພາຍໃນໜ່ວຍມີແນວຄິດອຸ່ນອ່ຽນທຸ່ນທ່ຽງ, ມີທັດສະນະຫຼັກໝັ້ນ, ມີຄວາມສາມັກຄີເປັນຈິດໜຶ່ງໃຈດຽວ, ປະຕິບັດກົດລະບຽບພັກ, ປະຕິບັດໜ້າທີ່ຄວາມຮັບຜິດຊອບດ້ານວຽກງານວິຊາສະເພາະຂອງຕົນສໍາເລັດຕາມການມອບໝາຍ ແລະ ໄດ້ວາງທິດທາງແຜນການປະຈໍາເດືອນເມສາ 2024; ຫຼັງຈາກນັ້ນ, ບັນດາສະຫາຍສະມາຊິກພັກ ໄດ້ປະກອບຄໍາຄິດຄໍາເຫັນໃສ່ຮ່າງບົດສະຫຼຸບດັ່ງກ່າວ, ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນ ຢ່າງຈິງອົກຈິງໃຈ, ກົງໄປກົງມາ;

ຕອນທ້າຍ, ສະຫາຍ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານ ສພຂ ໄດ້ມີຄໍາເຫັນເນັ້ນໜັກໃຫ້ສະມາຊິກພັກຍົກສູງວຽກງານການເມືອງແນວຄິດຂອງຕົນເອງ, ບຸກບືນປະຕິບັດກົດລະບຽບຂອງພັກປະຊາຊົນປະຕິວັດລາວ – ກົດຫມາຍຂອງລັດ, ຝຶກຝົນຫລໍ່ຫລອມຕົນເອງໃຫ້ກາຍເປັນສະມາຊິກພັກດີເດັ່ນ, ເຂົ້າຮ່ວມດໍາເນີນຊີວິດແຕ່ລະເດືອນ, ເສຍເງິນສະຕິໃຫ້ປົກກະຕິ, ເຂົ້າຮ່ວມບັນດາວຽກງານຂອງອົງການຈັດຕັ້ງມະຫາຊົນ, ເສີມຂະຫຍາຍຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ ໃນອົງການຈັດຕັ້ງ, ໃນສັງຄົມ ແລະ ສືບຕໍ່ປະຕິບັດຫນ້າທີ່ວຽກງານວິຊາສະເພາະທີ່ຕົນໄດ້ຮັບມອບຫມາຍໃຫ້ສໍາເລັດ.
