
ໃນລະຫວ່າງວັນທີ 13-17 ມັງກອນ 2024 ທ່ານ ເລື່ອມ ສົນສີວິໄລ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແລະ ທ່ານ ທອງໄຊ ທໍຈົ່ງເລ່ຍຈີ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງເມືອງແບງ ໄດ້ລົງເຄື່ອນໄຫວພົບປະຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາ ມັນເທືອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II ຢູ່ເມືອງແບງ ລວມໄດ້ 10 ຈຸດ, 9 ບ້ານຄື: ບ້ານ ຈັນໃໝ່, ຂ້ອນ, ນໍ້າດໍ, ມົກວຽງ, ນໍ້າຂອງ, ໂຮມໄຊຄໍາ, ຫ້ວຍຫົກ, ພູສິງ, ນາງີ້ວ ແລະ ສະໂມສອນເມືອງແບງ ມີບັນດາທ່ານຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານຫຼັກແຫຼ່ງ, 2 ກໍາລັງ ປກຊ-ປກສ, ນາຍບ້ານ, ອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນເຂົ້າຮັບຟັງທັງໝົດ 898 ຄົນ, ຍີງ 374 ຄົນ.






ພ້ອມນັ້ນ, ສະມາຊິກສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ໄດ້ຊີ້ແຈງກັບທີ່ຕໍ່ກັບບັນດາຄໍາສະເໜີຂອງປະຊາຊົນ ແລະ ບາງຄໍາສະເໜີ ເຖິ່ງຂັ້ນສູນກາງ, ຂັ້ນແຂວງ ແມ່ນຈະໄດ້ສັງລວມ ແລະ ສະເໜີໃຫ້ພາກສ່ວນກ່ຽວຂ້ອງແກ້ໄຂຕາມລະບຽບການ.
