ພິທີເຄື່ອນຍ້າຍອັດຖິ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I

​ພ.ຈ. 23, 2022 | SlideMobile

(ສພຊ) ວັນທີ 20 ພະຈິກ 2022 ໄດ້ມີພິທີເຄື່ອນຍ້າຍອັດຖິຂອງທ່ານ ສີທົນ ກົມມະດໍາ ອະດີດຮອງປະທານສະພາປະຊາຊົນສູງສຸດ ຊຸດທີ I ໄປສະຖິດໄວ້ທີ່ສຸສານນັກຮົບປະຕິວັດແຫ່ງຊາດ ຫຼັກ 24 ນະຄອນຫຼວງວຽງຈັນ ນໍາໂດຍທ່ານ ປອ. ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ; ມີບັນດາທ່ານຄະນະປະຈໍາສະພາແຫ່ງຊາດ, ພະນັກງານ-ລັດຖະກອນ ພາຍໃນສະພາແຫ່ງຊາດ ແລະ ຍາດພີ່ນ້ອງເຂົ້າຮ່ວມ.
ທ່ານ ສີທົນ ກົມມະດຳ ເກີດເມື່ອວັນທີ 13 ສິງຫາ 1910 ທີ່ບ້ານທົ່ງຫວາຍ, ຕາແສງທົ່ງຫວາຍ, ເມືອງປາກຊ່ອງ, ແຂວງຈຳປາສັກ ເປັນບຸດຂອງເຈົ້າພະຍາຂອມ ກົມມະດໍາ (ອົງກົມມະດໍາ) ແລະ ນາງ ແພງສີ ກົມມະດໍາ ເຊິ່ງເປັນຄອບຄົວເຈົ້າກົກເຈົ້າເຫຼົ່າ ໃນຊົນເຜົ່າລະເວນ (ຢຣຸ) ທີ່ມີຄວາມຮັກຊາດ. ເນື່ອງຈາກພໍ່ຂອງທ່ານ ເປັນເຈົ້າກົກເຈົ້າເຫຼົ່າ ຂອງຊົນເຜົ່າລະເວນ ທີ່ມີນໍ້າໃຈຮັກຊາດອັນສູງສົ່ງ, ສະນັ້ນ, ຕອນຍັງນ້ອຍ ເມື່ອອາຍຸ 7 ປີ ທ່ານໄດ້ຮຽນໜັງສືຂອມ ເປັນພາສາລາວເທິງ ເຊິ່ງແມ່ນພໍ່ຂອງທ່ານເປັນຜູ້ຄົ້ນຄິດປະດິດສ້າງຂຶ້ນມາດ້ວຍຕົນເອງ. ເມື່ອອາຍຸໄດ້ 13 ປີ ທ່ານກໍໄດ້ເປັນສະໝຽນຂອງພໍ່ ແລະ ໄດ້ເຝິກແອບວິຊາປ້ອງກັນຕົວ. ທ່ານໄດ້ຮັບການສຶກສາອົບຮົມຈາກພໍ່ແມ່ ໃຫ້ມີນ້ຳໃຈຮັກເຊື້ອແພງຊາດ, ຮັກຄວາມເປັນທຳ, ມີຈິດໃຈເດັດດ່ຽວອົງອາດກ້າຫານ. ເມື່ອອາຍຸ 18 ປີ ທ່ານກໍໄດ້ເປັນທະຫານຄຽງບ່າຄຽງໄຫຼ່ກັບພໍ່.
ໃນພິທີ, ທ່ານ ປອ. ນາງ ສູນທອນ ໄຊຍະຈັກ ໄດ້ກ່າວວ່າ: ຕາງໜ້າໃຫ້ການນຳພັກ-ລັດ ກໍຄືສະພາແຫ່ງຊາດ, ພະນັກງານ-ລັດຖະກອນ, ກຳລັງປະກອບອາວຸດ ແລະ ປວງຊົນລາວທັງຊາດ ຂໍຈົດຈຳຄຸນງາມຄວາມດີ ແລະ ຜົນງານຂອງທ່ານ ສີທົນ ກົມມະດໍາ ໄວ້ຢ່າງບໍ່ມີວັນຫຼົງລືມ. ຄຸນງາມຄວາມດີຂອງທ່ານ ຍັງຝັງເລິກຢູ່ໃນດວງໃຈຂອງປະຊາຊົນລາວບັນດາເຜົ່າສະເໝີ, ວິຖີຊີວິດ, ຄວາມຕັ້ງໃຈເດັດດ່ຽວ, ຄວາມເສຍສະຫຼະທີ່ຍິ່ງໃຫຍ່ຂອງທ່ານ ຈະເປັນບົດຮຽນທີ່ດີ ໃຫ້ແກ່ຄົນຮຸ່ນຫຼັງ ໄດ້ເອົາເປັນແບບຢ່າງໃນການດຳເນີນວຽກງານສ້າງສາ ແລະ ພັດທະນາປະເທດຊາດ ໃຫ້ຈະເລີນຮຸ່ງເຮືອງຂຶ້ນເລື້ອຍໆ. ຈາກຜົນງານ ແລະ ຄຸນງາມຄວາມດີຂອງທ່ານ ທີ່ໄດ້ປະກອບສ່ວນເຂົ້າໃນພາລະກິດຕໍ່ສູ້ປົດປ່ອຍຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ສະນັ້ນ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ ຈຶ່ງຕົກລົງນຳເອົາອັດຖິຂອງທ່ານ ມາສະຖິດໄວ້ຢູ່ສຸສານນັກຮົບປະຕິວັດຫຼັກ 24 ຢ່າງສົມກຽດ.
(ພາບ ແລະ ຂ່າວ: ນາງ ກົງໃຈ ແສງອໍາພັນ)