(ສພຊ) ໃນຕອນບ່າຍຂອງວັນທີ 21 ກັນຍາ 2023 ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບ ຫຼຽນກາລະ ນຶກ 65 ປີ ໃຫ້ແກ່ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ຄັ້ງທີ 2; ໂດຍການເປັນປະທານຂອງສະ ຫາຍ ຮສ. ປອ. ລິນຄຳ ດວງສະຫວັນ ກຳມະການສຳຮອງສູນກາງພັກ, ຄະນະປະຈຳພັກ, ຜູ້ຊີ້ນຳວຽກງານອົງການ ຈັດຕັ້ງມະຫາຊົນ ສະພາແຫ່ງຊາດ; ເຂົ້້າຮ່ວມມີ ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ກຳມະການຄະນະບໍລິຫານງານສູນ ກາງຊາວໜຸ່ມປະຊາຊົນປະຕິວັດລາວ, ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ສະພາແຫ່ງຊາດ ພ້ອມດ້ວຍບັນດາສະຫາຍກຳມະການຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ, ສະຫາຍສະມາຊິກຊາວໜຸ່ມ ເຂົ້້າ ຮ່ວມຢ່າງເປັນຂະບວນຟົດຟື້ນ.
ໂດຍປະຕິບັດຕາມບົດແນະນຳວ່າດ້ວຍການຍ້ອງຍໍຂອງສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ສະບັບ ເລກທີ 541/ລຂ, ລົງວັນທີ 14/10/2021 ແລະ ການຕົກລົງເຫັນດີຂອງ ຄະນະພັກສະພາແຫ່ງຊາດ, ຄະນະ ບໍລິ ຫານງານຊາວໜຸ່ມສະພາແຫ່ງຊາດ ຈຶ່ງໄດ້ຈັດພິທີ ມອບ-ຮັບ ຫຼຽນກາລະນຶກວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 65 ປີ ຄັ້ງນີ້ ເພື່ອຍ້ອງຍໍສັນລະເສີນ ການນຳພັກ-ລັດ, ຄະນະບໍລິຫານງານຊາວໜຸ່ມ, ສະມາຊິກຊາວໜຸ່ມຮຸ່ນອາວຸໂສ, ສະມາຊິກຊາວໜຸ່ມຜູ້ທີ່ມີຜົນງານດີເດັ່ນຂອງສະພາ ແຫ່ງຊາດ ລວມທັງໝົດ 194 ສະຫາຍ.

ໃນພິທີ, ສະຫາຍ ພອນແກ້ວ ຕົ້ນວໍລະຈິດ ໄດ້ມີຄຳເຫັນ ກ່ຽວກັບຄວາມໝາຍຄວາມສຳຄັນ ໃນການຈັດ ພິທີ ມອບ-ຮັບ ຫຼຽນໃນຄັ້ງນີ້ວ່າ: ຂະບວນການວິວັດແຫ່ງການເຕີບໃຫຍ່ຂະ ຫຍາຍຕົວຂອງຄະນະຊາວໜຸ່ມປະຊາ ຊົນປະຕິວັດລາວ ພາຍໃຕ້ຮົ່ມທຸງປະຕິວັດຂອງພັກ ຕະຫຼອດໄລຍະຜ່ານມາ ບໍ່ວ່າເວລາໃດຊາວໜຸ່ມກໍໄດ້ຮັບການ ຖະນຸຖະໜອມ ແລະ ເອົາໃຈໃສ່ຊີ້ນຳ-ນຳພາ ຈາກສູນກາງພັກ, ຄະນະພັກ-ຄະນະນຳ ແຕ່ລະຂັ້ນ, ຊາວໜຸ່ມພວກເຮົາ ຍາມໃດກໍຮັກສາໄດ້ມູນເຊື້ອອັນດີງາມຂອງຕົນ ແລະ ສາມາດເສີມຂະ ຫຍາຍໄດ້ບົດບາດປະຈັນບານໃນທຸກຂົງເຂດ ວຽກງານທັງຢູ່ສູນກາງ ແລະ ທ້ອງຖິ່ນ ໃນພາລະກິດປະຕິວັດຂອງພັກ, ສະມາຊິກຊາວໜຸ່ມຫຼາຍສະຫາຍ ໄດ້ເສຍສະ ຫຼະເພື່ອປະເທດຊາດອັນແສນຮັກ ແລະ ຫວງແຫນຂອງພວກເຮົາ, ມີຫຼາຍສະຫາຍໄດ້ກາຍເປັນວິລະຊົນ-ນັກຮົບແຂ່ງ ຂັນ ແລະ ການນໍາຂັ້ນສູງຂອງພັກ-ລັດ ນັບແຕ່ອະດີດຈົນເຖິງ ປັດຈຸບັນ ຜົນງານເຫຼົ່ານັ້ນ ບໍ່ສາມາດສັງລວມໄດ້ໝົດ ແຕ່ພວກເຮົາຂໍອະນຸຍາດຍົກເຫດການໃຫຍ່ໆ ແລະ ລາຍງານຜົນງານທີ່ພົ້ນເດັ່ນຈໍານວນໜຶ່ງ ແຫ່ງການເຕີບໃຫຍ່ ເຂັ້ມແຂງ ຂອງຄະນະຊາວໜຸ່ມ ປະຊາຊົນປະຕິວັດລາວ ຕະຫຼອດໄລຍະ 65 ປີ ຜ່ານມາພາຍໃຕ້ການນຳພາຂອງພັກ. ພາຍຫຼັງພັກປະຊາຊົນປະຕິວັດລາວ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955 ໂດຍມີທ່ານປະທານ ໄກ ສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກ ແລະ ບັນດາທ່ານການນຳຮຸ່ນທຳອິດ ທີ່ເປັນຫຼັກແຫຼ່ງໃນການນໍາພາປະ ຊາຊົນລາວບັນດາເຜົ່າຕໍ່ສູ້ຢ່າງພິລະອາດຫານ ເພື່ອປົດປ່ອຍຊາດ ກອບກູ້ເອົາເອກະລາດ, ສິດເສລີພາບ ແລະ ຜືນ ແຜ່ນດິນອັນຄົບຖ້ວນມາສູ່ປະຊາຊົນ ແລະ ຊາວໜຸ່ມລາວບັນດາເຜົ່າທົ່ວປະເທດ ໄດ້ກ້າວເດີນໄປຕາມພັກດ້ວຍ ຄວາມເຊື່ອໝັ້ນອັນແຮງກ້າ ໄດ້ປະກອບສ່ວນ ຢ່າງຕັ້ງໜ້າ, ເສຍສະຫຼະປະເທດຊາດ ແລະ ພາລະກິດຂອງພັກຢ່າງອົງ ອາດກ້າຫານ, ຈາກນັ້ນ ສູນກາງພັກໂດຍ ປະທານ ໄກສອນ ພົມວິຫານ ໄດ້ຊີ້ນຳ ແລະ ຈັດຕັ້ງນຳພາ ຄະນະຊາວ ໜຸ່ມຕະລຸມບອນໃນຖັນແຖວກຳລັງປະກອບ ອາວຸດສັງລວມແລ້ວ ບໍ່ວ່າຍາມໃດ ເວລາໃດ ພັກ ແມ່ນຖືເອົາຊາວ ໜຸ່ມເປັນແຂນຂວາຂອງພັກ, ເປັນກຳລັງປະຈັນ ບານທີ່ໄວ້ເນື້ອເຊື່ອໃຈຂອງພັກ, ຖືເຍົາວະຊົນເປັນໜໍ່ແໜງ ແລະ ເປັນອະນາຄົດສົດໃສຂອງຊາດ ພ້ອມດຽວກັນ ຊາວໜຸ່ມລາວ ກໍມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ຕັ້ງໜ້າ ເຝິກຝົນຫຼໍ່ຫຼອມຕົນເອງໃນຂະບວນການຕົວຈິງ ແລະ ເຂົ້າຮ່ວມທຸກຂະບວນການດ້ວຍຄວາມຮັບຜິດຊອບສູງອາດ ເວົ້າໄດ້ວ່າ: ບໍ່ວ່າວຽກນ້ອຍ ຫຼື ວຽກໃຫຍ່, ວຽກສ່ຽງເປັນ ສ່ຽງຕາຍ ຊາວໜຸ່ມກໍມີໜ້າ ຕະຫຼອດໄລຍະ 65 ປີ ແຫ່ງ ການກໍາເນີດ ແລະ ຂະຫຍາຍຕົວໃຕ້ຮົ່ມ ທຸງຂອງພັກ ຈຶ່ງສົມຄວນທີ່ຈະໄດ້ຮັບການຊຸກຍູ້, ສົ່ງເສີມ ແລະ ຍ້ອງຍໍສັນ ລະເສີນ ຈາກພັກ-ລັດ ແລະ ຈາກການຈັດ ຕັ້ງຊາວໜຸ່ມ ເພື່ອຊຸກຍູ້ ແລະ ໃຫ້ກຳລັງໃຈ ຕໍ່ການຈັດຕັ້ງຊາວໜຸ່ມ, ສະ ມາຊິກຊາວໜຸ່ມ ສືບຕໍ່ແຂ່ງຂັນສ້າງຂະບວນການໃຫ້ຟົດຟື້ນກ່ວາເກົ່າ ໂດຍສະເພາະໃນໄລຍະນີ້ ຍັງຈະປະເຊີນກັບ ສິ່ງທ້າທາຍທົດສອບຫຼາຍອັນ ຈຶ່ງຕ້ອງໄດ້ປະດິດສ້າງຫຼາຍກ່ວາເກົ່າ ຈຶ່ງຮຽກຮ້ອງໃຫ້ມີກົນໄກໃໝ່ ເພື່ອຍູ້ດັນກໍາລັງ ແຮງດັ່ງກ່າວ ດ້ວຍເຫດນີ້ຈຶ່ງ ໄດ້ມີພິທີມອບຫຼຽນກາລະນຶກ 65 ປີ ຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ ສະມາຊິກຊາວໜຸ່ມສະ ພາແຫ່ງຊາດ ແລະ ອະດີດຊາວໜຸ່ມຈຳນວນ 194 ສະຫາຍ ເຊິ່ງເປັນຄັ້ງທີສອງ ສະຫຼຸບໄດ້ ວ່າຄະນະນໍາຂັ້ນຕ່າງໆ ກໍຄືສະມາຊິກຊາວໜຸ່ມ ແລະ ອະດີດຊາວໜຸ່ມພາຍໃນສະພາແຫ່ງຊາດ ຈຳນວນ 400 ກວ່າ ສະຫາຍ ແມ່ນໄດ້ຮັບຫຼຽນກາລະນຶກ 65 ປີ; ສະຫາຍຍັງແຈ້ງໃຫ້ຮູ້ຕື່ມວ່າ: ພິເສດ ໃນວັນທີ 11 ສິງຫາ 2023 ຜ່ານມາ ຄະນະບໍລິຫານງານຊາວໜຸ່ມສະພາແຫ່ງຊາດ ຮ່ວມກັບຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການສໍານັກ ງານນາຍົກ ລັດຖະມົນຕີ, ອົງການໄອຍະການປະຊາຊົນສູງສຸດ ແລະ ບໍລິສັດ ສິຣິໂຊກ ທີ່ປຶກສາການຄ້າ ແລະ ການ ລົງທຶນຈຳກັດ ໄດ້ຈັດການແຂ່ງຂັນເຕະບານຊາຍ ເພື່ອຊິງຂັນຄະນະພັກສະພາແຫ່ງຊາດ ເນື່ອງໃນໂອກາດສະເຫຼີມສະ ຫຼອງວັນ ລັດຖະທຳມະນູນແຫ່ງຊາດ ຄົບຮອບ 32 ປີ. ຜ່ານການແຂ່ງຂັນແມ່ນທີມບານເຕະຊາຍຊາວໜຸ່ມຂອງສະ ພາແຫ່ງຊາດ ໄດ້ຮັບຂັນຊະນະເລີດອັນດັບ 1 ນັ້ນກໍແມ່ນຜົນງານລວມອັນໜຶ່ງທີ່ສະແດງໃຫ້ເຫັນເຖິງຄວາມ ຮັບຜິດ ຊອບ, ຄວາມສາມັກຄີ, ຄວາມທຸ້ມເທ ໃນການກຽມຄວາມພ້ອມໃນທຸກໆດ້ານຕະຫຼອດເວລາ ຂອງຄະນະ ບໍລິຫານ ງານ ກໍຄືສະມາຊິກຊາວໜຸ່ມຂອງສະພາແຫ່ງຊາດ ຈຶ່ງສາມາດຍາດໄດ້ໄຊຊະນະດັ່ງກ່າວ.

ຕອນທ້າຍສະຫາຍ ຮສ. ປອ. ລິນຄຳ ດວງສະຫວັນ ໄດ້ມີຄຳເຫັນໂອ້ລົມ ຄະນະບໍລິຫານງານຊາວໜຸ່ມ ສະ ພາແຫ່ງຊາດ ກໍຄືສະມາຊິກຊາວໜຸ່ມ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາ ສະມາຊິກ ຊາວໜຸ່ມ ພ້ອມໃຫ້ທິດຊີ້ນຳ ເພື່ອໃຫ້ຄະນະບໍລິຫານງານຊາວໜຸ່ມ ໄດ້ສືບຕໍ່ຈັດຕັ້ງປະຕິບັດ ໃນຕໍ່ໜ້າໃຫ້ມີການຫັນ ປ່ຽນທີ່ໜັກແໜ້ນ ແລະ ເປັນຂະບວນຟົດຟື້ນ ເພາະວ່າຈະຢູ່ໃນຂົງເຂດວຽກງານໃດກໍ ມີຊາວໜຸ່ມເຂົ້າຮ່ວມທັງທຸ້ມ ເທສະຕິປັນຍາ ກຳລັງກາຍ ເຂົ້າທຸກໜ້າທີ່ວຽກງານເພື່ອນຳເອົາຜົນປະໂຫຍດ ມາໃຫ້ປະເທດຊາດ. ກໍຄືໄລຍະປົກ ປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຊາວໜຸ່ມຍາມໃດກໍເປັນກຳລັງກຽມ ພ້ອມປະຈັນບານ ທຸກໜ້າທີ່ ວຽກງານທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.
(ຂ່າວ: ນາງ ໄຊໂສພາພອນ ມິ່ງມຸງຄຸນ; ພາບ: ສອນສັກ ວັນວິໄຊ)