ພິທີມອບ-ຮັບໜ້າທີ່ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ສະພາປະຊາຊົນແຂວງອັດຕະປື

ມ.ຖ. 4, 2026

ວັນທີ 4 ມິຖຸນາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງອັດຕະປື ໄດ້ຈັດພິທີມອບ-ຮັບໜ້າທີ່ຢ່າງເປັນທາງການ ລະຫວ່າງ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ (ຜູ້ເກົ່າ ແລະ ຜູ້ໃໝ່) ໂດຍການເປັນປະທານຂອງ ທ່ານ ບຸນເຖິງ ດວງສະຫວັນ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ. ມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ມີບັນດາທ່ານຄະນະປະຈຳສະພາປະຊາຊົນແຂວງ, ຄະນະກໍາມະການ, ຄະນະຫ້ອງວ່າການ, ຫົວໜ້າພະແນກການ, ສະມາຊິກສະພາປະຊາຊົນແຂວງ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.ໃນພິທີ, ໄດ້ຮັບຟັງການຜ່ານມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກຂອງສະພາປະຊາຊົນແຂວງອັດຕະປື ຊຸດທີ V ການແຕ່ງຕັ້ງປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ, ພ້ອມທັງຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 5 ປີຜ່ານມາ ແລະ ທິດທາງໃນຕໍ່ໜ້າຂອງຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ; ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກມອບ-ຮັບໜ້າທີ່ ດັ່ງນີ້: ປະທານຄະນະກໍາມະການເສດຖະກິດ ແລະ ການເງີນ: ລະຫວ່າງ ທ່ານ ສຸກສຳລານ ໄຊຍະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ໃໝ່). ປະທານຄະນະກໍາມະການວັດທະນະທໍາ-ສັງຄົມ ແລະ ຊົນເຜົ່າ: ລະຫວ່າງ ທ່ານ ແຫວນຄໍາ ປະທຸມມະແສງ (ຜູ້ເກົ່າ) ແລະ ທ່ານ ນາງ ສຸກວິໄລ ວຽງໄຊ (ຜູ້ໃໝ່) ແລະ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ: ລະຫວ່າງ ທ່ານ ນາງ ແສງອາລຸນ ວົງສາທິການ (ຜູ້ເກົ່າ) ແລະ ທ່ານ ພົງສະຫວັນ ພົມມະວົງ (ຜູ້ໃໝ່).ໃນຕອນທ້າຍ, ທ່ານ ບຸນເຖິງ ດວງສະຫວັນ ໄດ້ມີຄຳເຫັນໂອ້ລົມ ແລະ ຊີ້ນຳຕໍ່ພິທີ ເຊິ່ງທ່ານໄດ້ເນັ້ນໜັກວ່າ: ການມອບ-ຮັບໜ້າທີ່ໃນຄັ້ງນີ້ ແມ່ນການສືບຕໍ່ປັບປຸງ ແລະ ສັບຊ້ອນບຸກຄະລາກອນເຂົ້າໃນຕຳແໜ່ງງານທີ່ສຳຄັນຂອງສະພາປະຊາຊົນຂັ້ນແຂວງ; ທັງເປັນການເພີ່ມທະວີການນຳພາ-ຊີ້ນຳວຽກງານຂອງຄະນະກຳມະການ ແລະ ຫ້ອງວ່າການໃຫ້ດຳເນີນໄປຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ. ທັງນີ້ ກໍເພື່ອຮັບປະກັນການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງອົງຄະນະພັກແຂວງອັດຕະປື ແລະ ການຈັດຕັ້ງປະຕິບັດມະຕິກອງປະຊຸມຄັ້ງປະຖົມມະລືກຂອງສະພາປະຊາຊົນແຂວງ ເຂົ້າໃນການເຄື່ອນໄຫວວຽກງານຕົວຈິງຂອງກົງຈັກສະພາປະຊາຊົນແຂວງໃຫ້ມີປະສິດທິຜົນສູງສຸດ, ເພື່ອແນໃສ່ນຳເອົາຜົນປະໂຫຍດຕົວຈິງມາສູ່ປະເທດຊາດ ກໍ່ຄືແຂວງອັດຕະປື, ພ້ອມດຽວກັນນັ້ນ, ທ່ານຍັງໄດ້ສະແດງຄວາມຍ້ອງຍໍຊົມເຊີຍຢ່າງຈິງໃຈ ຕໍ່ຜົນງານອັນພົ້ນເດັ່ນທີ່ຄະນະກໍາມະການ ຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ IV ຍາດມາໄດ້ໃນຕະຫຼອດໄລຍະ 5 ປີຜ່ານມາ ແລະ ຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບໜ້າທີ່ໃໝ່ ຈົ່ງຍົກສູງຄວາມຮັບຜິດຊອບການເມືອງ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນ ແລະ ສືບຕໍ່ມູນເຊື້ອອັນດີງາມ ເພື່ອເຮັດໃຫ້ການປະຕິບັດໜ້າທີ່ວຽກງານໃນໄລຍະໃໝ່ ໄດ້ຮັບຜົນສຳເລັດຢ່າງສະຫງ່າງາມ. (ພາບ-ຂ່າວ:ວິນັດ)