(ສພຊ) – ພິທີມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຫົວໜ້າກົມ, ຮັກສາການຫົວໜ້າກົມ ຜູ້ໃໝ່ ຂອງບັນດາກົມທີ່ຂຶ້ນກັບຫ້ອງວ່າການສະພາແຫ່ງຊາດ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 8 ມິຖຸນາ 2026 ທີ່ສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ, ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນຳວຽກງານຫ້ອງວ່າການສະພາແຫ່ງຊາດ, ເຂົ້າຮ່ວມມີທ່ານ ບຸນຈັນ ສີວົງພັນ ກຳມະການສູນກາງພັກ, ຫົວໜ້າຫ້ອງວ່າການສະພາແຫ່ງຊາດ, ບັນດາຮອງປະທານກຳມາທິການພາຍໃນສະພາແຫ່ງຊາດ, ຄະນະຫ້ອງວ່າການສະພາແຫ່ງຊາດ, ພະນັກງານ-ລັດຖະກອນທີ່ຂຶ້ນກັບຫ້ອງວ່າການສະພາແຫ່ງຊາດ ແລະ ແຂກຖືກເຊີນຈາກຫ້ອງວ່າການສູນກາງພັກ, ຫ້ອງວ່າການສຳນັກງານປະທານປະເທດ ແລະ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ.
ໃນພິທີ, ຕາງໜ້າຈາກກົມເລຂານຸການ, ກົມສື່ມວນຊົນ, ກົມກວດກາ, ກົມບໍລິຫານ ແລະ ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ໄດ້ຂຶ້ນລາຍງານສະຫຼຸບວຽກງານໂດຍຫຍໍ້ຂອງກົມທີ່ຂຶ້ນກັບຄະນະເລຂາທິການສະພາແຫ່ງຊາດ (ຫ້ອງວ່າການສະພາແຫ່ງຊາດໃນປັດຈຸບັນ) ໃນຕະຫຼອດໄລຍະ 5 ປີຜ່ານມາ. ຈາກນັ້ນ, ກໍໄດ້ມີການເຊັນບົດບັນທຶກການມອບ-ຮັບໜ້າທີ່ລະຫວ່າງຫົວໜ້າກົມຜູ້ເກົ່າ ແລະ ຫົວໜ້າກົມ, ຮັກສາການຫົວໜ້າກົມ ຜູ້ໃໝ່ ຄື: ກົມຈັດຕັ້ງ ແມ່ນລະຫວ່າງທ່ານ ແສງແກ້ວ ວົງນະລາດ ແລະ ທ່ານ ສະເຫຼີມໄຊ ນາມບຸດ; ກົມເລຂານຸການ ແມ່ນລະຫວ່າງທ່ານ ຄຳສະໄໝ ສຳມາວົງ ແລະ ທ່ານ ສຸລະສັກ ສຸວັນນະວົງ; ກົມກວດກາ ແມ່ນລະຫວ່າງທ່ານ ນາງ ຫວັນໄຊ ຈັນທະລາ ແລະ ທ່ານ ແສງແກ້ວ ວົງນະລາດ; ກົມສື່ມວນຊົນ ແມ່ນລະຫວ່າງທ່ານ ສຸລະສັກ ສຸວັນນະວົງ ແລະ ທ່ານ ບໍ ຫານປະເສີດ; ກົມການເງິນ ແມ່ນລະຫວ່າງທ່ານ ນາງ ດາວເພັດ ສີຫາວົງ ແລະ ທ່ານ ນາງ ເຂັມພອນ ພຸດທະພັນ; ກົມບໍລິຫານ-ພິທີການ, ຫ້ອງການຄຸ້ມຄອງຫໍສະພາແຫ່ງຊາດ ລວມເຂົ້າເປັນກົມບໍລິຫານ ແມ່ນລະຫວ່າງທ່ານ ພົງສະຫວັນ ແກ້ວລະຄອນ, ທ່ານ ເພັດພອນໃຈ ສິນລະປະກິດ ແລະ ທ່ານ ຄຳແທ່ນ ວິລະກຸນ.
ໃນພິທີມອບ-ຮັບດັ່ງກ່າວ, ທ່ານຮອງປະທານສະພາແຫ່ງຊາດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບັນດາທ່ານຫົວໜ້າກົມຜູ້ເກົ່າ ທີ່ໄດ້ທຸ່ມເທສະຕິປັນຍາ, ຄວາມຮູ້ຄວາມສາມາດ, ຄວາມຮັບຜິດຊອບ ແລະ ຄວາມເສຍສະຫຼະ ໃນການປະຕິບັດໜ້າທີ່ຕະຫຼອດໄລຍະຜ່ານມາ ແລະ ໄດ້ສະແດງຄວາມຍິນດີຊົມເຊີຍຕໍ່ບັນດາທ່ານທີ່ໄດ້ຮັບການແຕ່ງຕັ້ງເປັນຫົວໜ້າກົມ, ຮັກສາການຫົວໜ້າກົມ ຜູ້ໃໝ່ ທີ່ໄດ້ຮັບຄວາມໄວ້ວາງໃຈຈາກການຈັດຕັ້ງ ໃຫ້ມາຮັບຜິດຊອບໜ້າທີ່ວຽກງານໃນຕຳແໜ່ງໃໝ່; ການຈັດພິທີມອບ-ຮັບໜ້າທີ່ຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພາະເປັນການປະຕິບັດຕາມທິດປັບປຸງກົງຈັກຂອງພັກ-ລັດ ໃຫ້ມີຄວາມກະທັດຮັດ, ໂລ່ງລ່ຽນ ແລະ ມີປະສິດທິຜົນ ເພື່ອໃຫ້ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນຂອງສະພາແຫ່ງຊາດ ຊຸດທີ X ມີຄວາມສອດຄ່ອງກັບສະພາບໜ້າທີ່ວຽກງານຂອງອົງການນິຕິບັນຍັດໃນໄລຍະໃໝ່.
ທ່ານຮອງປະທານສະພາແຫ່ງຊາດ ຍັງໄດ້ມີຄໍາເຫັນເນັ້ນໜັກຕໍ່ບາງບັນຫາໃນຂົງເຂດວຽກງານຂອງຫ້ອງວ່າການສະພາແຫ່ງຊາດ ເປັນຕົ້ນ: ວຽກງານແນວຄິດ-ການເມືອງ ທີ່ເປັນວຽກໜຶ່ງທີ່ສໍາຄັນຫຼາຍ ເພື່ອສ້າງໃຫ້ພະນັກງານມີຄວາມອຸ່ນອຽນທຸ່ນທ່ຽງ, ມີຫຼັກໝັ້ນການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມເປັນແບບຢ່າງທີ່ດີ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ວຽກງານ; ສືບຕໍ່ປັບປຸງສັບຊ້ອນ, ຈັດວາງບຸກຄະລາກອນ ຂັ້ນຮອງຫົວໜ້າກົມ, ຂັ້ນພະແນກ ແລະ ວິຊາການພາຍໃນສະພາແຫ່ງຊາດ ໃຫ້ສຳເລັດໂດຍໄວ; ເອົາໃຈໃສ່ຍົກສູງຄຸນນະພາບໃນການເປັນເສນາທິການໃນການຄົ້ນຄວ້າກະກຽມເນື້ອໃນຕ່າງໆ ເປັນຕົ້ນ: ການສ້າງແຜນການ, ການສັງລວມ ແລະ ສະຫຼຸບລາຍງານຜົນການເຄື່ອນໄຫວວຽກງານ ໃຫ້ມີຄວາມຖືກຕ້ອງ, ຮອບດ້ານ ແລະ ທັນເວລາ; ປັບປຸງກົນໄກການປະສານງານພາຍໃນຫ້ອງວ່າການສະພາແຫ່ງຊາດ, ພາຍໃນສະພາແຫ່ງຊາດ ແລະ ກັບບັນດາກະຊວງ-ອົງການກ່ຽວຂ້ອງ ກໍຄືກັບສະພາປະຊາຊົນຂັ້ນແຂວງ ໃຫ້ມີຄວາມໂລ່ງລ່ຽນ, ຈະແຈ້ງ, ມີຄຸນນະພາບ, ທັນການ; ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະ ກອນຢູ່ຫ້ອງວ່າການສະພາແຫ່ງຊາດ, ວຽກງານພັກ-ພະນັກງານ, ວຽກງານຈັດຕັ້ງ-ກວດກາ, ວຽກງານບໍລິຫານ-ພິທີການ, ວຽກງານການເງິນ, ວຽກງານສື່ມວນຊົນ, ວຽກງານຄຸ້ມຄອງຕຶກສະພາແຫ່ງຊາດ ເພື່ອເຮັດໃຫ້ວຽກງານຂອງສະພາແຫ່ງຊາດ ດຳເນີນໄປຢ່າງຄ່ອງຕົວ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

