ພິທີມອບ-ຮັບເງິນຊ່ວຍເຫຼືອໄພພິບັດນໍ້າຖ້ວມ

ກ.ຍ. 7, 2026

(ສພຊ) – ວັນທີ 03 ກັນຍານີ້ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບເງິນ 200 ລ້ານກີບ ເພື່ອຊ່ວຍເຫຼືອໄພພິບັດນໍາຖ້ວມຢູ່ບັນດາແຂວງທີ່ຖືກຜົນກະທົບ, ຕາງໜ້າຮັບໂດຍທ່ານ ນາງ ສູນທອນ ໄຊຍະຈັກ ຮັກສາການແທນປະທານສະພາແຫ່ງຊາດ ແລະ ຕາງໜ້າມອບໂດຍທ່ານ ກົວ ກຸຍໄຫ (GUO GUIHAI) ຜູ້ອໍານວຍການບໍລິສັດ ກຸ່ມອາຣ໌ແອວ (ລາວ) ບໍ່ແຮ່ ຈໍາກັດຜູ້ດຽວ ເຊິ່ງມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ; ໂອກາດນີ້, ທ່ານ ນາງ ສູນທອນ ໄຊຍະຈັກ ໄດ້ມອບໃບຍ້ອງຍໍຂອງປະທານຄະນະປະຈຳສະພາແຫ່ງຊາດ ໃຫ້ບໍລິສັດດັ່ງກ່າວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຄັ້ງນີ້ ເພື່ອເປັນການສັນລະເສີນຜົນງານ ແລະ ຄຸນງາມຄວາມດີ ຢ່າງສົມກຽດ.