ພິທີມອບ-ຮັບຖັງດັບເພີງ

ກ.ກ. 7, 2026

(ສພຊ) – ວັນທີ 2 ກໍລະກົດນີ້ ທີ່ສະພາແຫ່ງຊາດ ໄດ້ຈັດພິທີມອບ-ຮັບຖັງດັບເພີງ ຈຳນວນ 100 ບັ້ງ ລວມມູນຄ່າທັງໝົດ 60 ລ້ານກີບ ໃຫ້ແກ່ສະພາແຫ່ງຊາດ, ຕາງໜ້າຮັບໂດຍທ່ານ ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ ແລະ ຕາງໜ້າມອບໂດຍທ່ານ ນາງ ຢູ ຮອນ ຊຸກ (YOO HYUN SOOK) ປະທານສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທຳ ແຊຣີງ ເຊິ່ງມີທ່ານ ບຸນທັນ ບຸນວິໄລ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພະຍານ