ພິທີມອບ-ຮັບ ໜ້າທີ່ຄະນະນໍາສະພາປະຊາຊົນແຂວງຫຼວງພະບາງ

ມ.ສ. 28, 2026

ພິທີ ມອບ – ຮັບ ໜ້າທີ່ລະຫວ່າງ ທ່ານ ສີວອນ ວົງຄໍາຈັນ ຫົວໜ້າຫ້ອງວ່າການສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ສົມໃຈ ຢ່າທໍ່ຕູ້ ຫົວໜ້າຫ້ອງວ່າການສະພາປະຊົນແຂວງ ຊຸດທີ V, ທ່ານ ພອນເລີດ ໄຊຍະນາ  ປະທານຄະນະກໍາມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ພັອ ວິລະສິນ ມິດຕະພອນ ປະທານຄະນະກໍາມະການປ້ອງກັນຊາດ -ປ້ອງກັນຄວາມສະຫງົບ ແລະ ຍຸຕິທໍາ ສະພາປະຊົນແຂວງ ຊຸດທີ V; ທ່ານ ສົມມາລີ ຄໍາເກັ່ງ ປະທານຄະນະກໍາມະການເສດ ຖະກິດ, ການເງິນ ແລະ ສິ່ງແວດລ້ອມ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ສົມຈິດ ສິງລໍຄໍາ ປະທານຄະນະກໍາມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ ສະພາປະຊົນແຂວງ ຊຸດທີ V; ທ່ານ ນາງ ແກ້ວລາ ມະນີຈິດ ປະທານຄະນະກໍາມະການວັດທະນະທໍາ – ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ສະພາປະຊົນແຂວງ ຊຸດທີ IV ແລະ ທ່ານ ອານຸສັກ ພອນສະຫວັນ ປະທານຄະນະກໍາມະການ ວັດທະນະທໍາ – ສັງຄົມ, ບັນດາເຜົ່າ ແລະ ສາສະໜາ ສະພາປະຊົນແຂວງ ຊຸດທີ V;  ໄດ້ຈັດຂຶ້ນໃນວັນທີ 27 ເມສາ 2026, ທີ່ຫ້ອງປະຊຸມສະພາປະຊາຊົນແຂວງຫຼວງພະບາງ ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈໍາເຂດເລືອກຕັ້ງທີ VI ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V, ມີບັນດາທ່ານຄະນະປະຈໍາສະພາປະຊາຊົນແຂວງ, ສະມາຊິກສະພາປະຊາຊົນແຂວງ ແຂກຖືກເຊີນ ແລະ ພະນັກງານພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພະຍານ.

       ໃນພິທີ, ໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບການປະຕິບັດໜ້າທີ່ວຽກງານໃນໄລຍະ 05 ປີຜ່ານມາ ແລະ ທິດທາງແຜນ ການຂອງບັນດາຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ ຈາກນັ້ນ, ໄດ້ມີການລົງລາຍເຊັນໃສ່ບົດບັນທຶກ ມອບ – ຮັບ ໜ້າທີ່ລະຫວ່າງ ຜູ້ເກົ່າ ແລະ ຜູ້ໃໝ່.

       ໃນພິທີມອບ – ຮັບໜ້າທີ່ ດັ່ງກ່າວຍັງໄດ້ຮັບຟັງການມີຄໍາເຫັນຂອງ ທ່ານ ບຸນເລື່ອມ ມະນີວົງ ເຊິ່ງທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານບັນດາທ່ານ ປະທານຄະນະກໍາມະການ ແລະ ຫົວໜ້າຫ້ອງວ່າການ ຜູ້ເກົ່າ ທີ່ໄດ້ຕັ້ງໜ້າຈັດຕັ້ງປະຕິບັດໜ້າທີ່ວຽກງານທີ່ຮັບຜິດຊອບມີຜົນສໍາເລັດຫຼາຍດ້ານ. ພ້ອມທັງເນັ້ນໜັກໃຫ້ບັນດາຄະນະກໍາມະການ ແລະ ຫ້ອງວ່າການສະພາປະຊາຊົນແຂວງ

ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມສາມັກຄີພາຍໃນໃຫ້ມີຄວາມໜັກ  ແໜ້ນ, ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫ່ຍ ຄັ້ງທີ IX ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນແຂວງ ຊຸດທີ V ໂດຍສະເພາະແມ່ນທິດ ທາງແຜນວຽກງານຈຸດສຸມ (2026 -2030) ຂອງສະພາປະຊາ ຊົນແຂວງ ຊຸດທີ V ຫັນເປັນແຜນການແຜນງານລະອຽດ; ເອົາໃຈໃສ່ໃນການເປັນເສນາທິການວຽກງານຮອບດ້ານ ແລະ ຕິດຕາມຊຸກຍູ້ພາກສ່ວນກ່ຽວຂ້ອງ ໃນການກະກຽມດ້ານເນື້ອໃນໃຫ້ແກ່ກອງປະຊຸມສະພາປະຊາຊົນແຂວງ, ກອງປະຊຸມຄະນະປະຈໍາສະພາປະຊາຊົນແຂວງ ແລະ ການສ້າງຄວາມ ເຂັ້ມແຂງໃຫ້ພະນັກງານພາຍໃນ  ສະພາປະຊາຊົນແຂວງອີກດ້ວຍ.

ຂ່າວ ແລະ ພາບ: ຄໍາຫຼ້າ ພອນພິລາ