
ຕອນເຊົ້າຂອງວັນທີ 26 ກຸມພາ 2024 ຢູ່ທີ່ຫ້ອງປະຊຸມສະພາປະຊາຊົນແຂວງ, ໜ່ວຍພັກຮາກຖານສະພາປະຊາຊົນແຂວງ ໄດ້ຈັດພິທີປະກາດຄະນະປ້ອງກັນພາຍໃນສະພາປະຊາຊົນແຂວງ ເຂົ້າຮ່ວມມີສະຫາຍ ສົມພົງ ມ່ວງສົມບັດ, ຄະນະພັກ, ຮອງຫົວໜ້າຫ້ອງສັນຕິບານກອງບັນຊາການປ້ອງກັນຄວາມສະຫງົບແຂວງ ແລະ ສະຫາຍ ທອງຄານ ວັດສະດາກອນ ເລຂາໜ່ວຍພັກສະພາປະຊາຊົນແຂວງ, ມີບັນດາສະຫາຍຄະນະພັກ, ສະມາຊິກພັກສົມບູນ ແລະ ສໍາຮອງ ພາຍໃນໜ່ວຍພັກສະພາປະຊາຊົນແຂວງ ເຂົ້າຮ່ວມ.
ພິທີ, ໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານປ້ອງກັນພາຍໃນສະພາປະຊາຊົນແຂວງ ປະຈໍາປີ 2023 ແລະ ທິດທາງແຜນການປະຈໍາປີ 2024, ຜ່ານຂໍ້ຕົກລົງແຕ່ງຕັ້ງຄະນະໜ່ວຍປ້ອງກັນພາຍໃນສະພາປະຊາຊົນແຂວງ ແລະ ໄດ້ຮັບຟັງການມີຄໍາເຫັນຈາກສະຫາຍ ສົມພົງ ມ່ວງສົມບັດ, ຄະນະພັກ, ຮອງຫົວໜ້າຫ້ອງສັນຕິບານກອງບັນຊາການປ້ອງກັນຄວາມສະຫງົບແຂວງ.




ປະຕິບັດຄາມວາລະ, ຍັງໄດ້ສືບຕໍ່ຈັດພິທີຍົກຍ້າຍບ່ອນປະຈໍາການ ຂອງສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ, ໂດຍການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີຮອງປະທານສະພາປະຊາຊົນແຂວງ, ບັນດາທ່ານໃນຄະນະປະຈໍາສະພາປະຊາຊົນແຂວງ, ແຂກເຊີນ, ຫົວໜ້າຂະແໜງ-ຮອງຂະແໜງ ພາຍໃນສະພາປະຊາຊົນແຂວງເຂົ້າຮ່ວມຢ່າງພ້ອມພຽງ.


ພິທີ, ຜູ້ຕາງໜ້າຈາກຄະນະຈັດຕັ້ງແຂວງ ໄດ້ຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການສັບປ່ຽນໜ້າທີຂອງນາຍຕໍາຫຼວດ ສະບັບເລກທີ 107/ຄປພຂ, ລົງວັນທີ 6 ກຸມພາ 2024, ເຊິ່ງໄດ້ຕົກລົງໃຫ້ທ່ານ ພັທ ສອນວິໄລ ຕຸລາທອງ ຮອງຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບແຂວງ, ທັງເປັນສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04 ແຂວງອຸດົມໄຊ ມາປະຈໍາການຢູ່ສະພາປະຊາຊົນແຂວງ ແລະ ຫຼັງຈາກນັ້ນ, ທ່ານ ຄໍາດີ ວົງລ້ອມ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນໍາ ເຊິ່ງ ທ່ານກ່າວວ່າ: ການຍົກຍ້າຍ-ແຕ່ງຕັ້ງຊັບຊ້ອນໃນຄັ້ງນີ້ ກໍ່ເພື່ອເປັນການປັບປຸງກົງຈັກການຈັດຕັ້ງໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ສາມາດຕອບສະໜອງກັບຄວາມຮຽກຮອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່, ພ້ອມກັນສືບຕໍ່ຍົກສູງແບບແຜນການນຳພາ, ການສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ແກ່ສະມາຊິກພັກພະນັກງານ-ພະນັກງານ ຢູ່ຖັນແຖວຄວາມຮັບຜິດຊອບໃຫ້ໜັກແໜ້ນ, ເຂັ້ມແຂງ ປັບປຸງຍົກລະດັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຢູ່ແຕ່ລະຂົງເຂດໃຫ້ໄດ້ຮັບຜົນດີກ່ວາເກົ່າ, ຍົກສູງສະຕິຄວາມເປັນເຈົ້າການຕໍ່ໜ້າທີ່ການເມືອງຂອງຕົນ, ປະກອບສ່ວນເຂົ້າໃນວຽກງານຮັກສາຄວາມສະຫງົບທາງດ້ານການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ພ້ອມກັນສຸມໃສ່ປະຕິບັດບັນດາແຜນງານ ແລະ ໂຄງການທີ່ໄດ້ກໍານົດໄວ້ໃຫ້ປະກົດຜົນເປັນຈິງ.

