


ໃນວາລະຕອນເຊົ້າຂອງພະຫັດ, ວັນທີ 2 ກຸມພາ 2023, ຢູ່ທີ່ສະໂມສອນແຂວງ(ບ້ານເຈງ) ກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາປະຊາຊົນແຂວງອຸດົມໄຊ ຊຸດທີ II ໄດ້ດໍາເນີນເປັນມື້ທີ 2, ໂດຍພາຍໃຕ້ການເປັນປະທານຂອງທ່ານ ຄໍາດີ ວົງລ້ອມ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມຄັ້ງນີ້ໂດຍມີທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາຄະນະບໍລິ ຫານງານພັກແຂວງ ເຈົ້າແຂວງອຸດົມໄຊ, ມີຮອງເຈົ້າແຂວງ, ບັນດາທ່ານຄະນະປະຈຳພັກແຂວງ, ກໍາມະການພັກແຂວງ, ເຈົ້າເມືອງ 7 ເມືອງ, ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ສະມາຊິກສະພາປະ ຊາຊົນແຂວງ ຊຸດທີ II, ຫົວໜ້າ-ຮອງຫົວໜ້າພະແນກ, ບັນດາທ່ານຕາງໜ້າອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດແຂວງ, ສະຫະພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, 2 ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ບັນດາທະນາຄານທຸລະກິດ ແລະ ແຂກເຊີນເຂົ້າຮ່ວມ.





ກອງປະຊຸມທ່ານ ທອງໄຊ ທໍ່ຈົງເລ່ຍຈີ ປະທານຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສພຂ, ໄດ້ຕາງໜ້າຄະນະປະຈໍາ ສພຂ ຂຶ້ນຜ່ານຮ່າງມະຕິຈໍານວນ 4 ສະບັບ ແລະ ທ່ານ ນາງ ຄໍາພອນ ພິມມະຈັນ ສະມາຊິກສະພາແຫ່ງຊາດ ຊຸດທີ IX ປະຈໍາເຂດເລືອກຕັ້ງທີ 04, ຮອງປະທານ ສພຂ ຂຶ້ນຜ່ານໜັງສືສະເໜີຂອງທ່ານເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງຫົວໜ້າພະແນກການ ແລະ ອົງການທຽບເທົ່າ. ຫຼັງຈາກນັ້ນ, ບັນດາທ່ານສະມາຊິກສະພາປະຊາຊົນແຂວງ ໄດ້ຄົ້ນຄວ້າ, ພິຈາລະນາ, ປະກອບຄໍາເຫັນຢ່າງມີຈຸດສຸມ, ເລິກເຊິ່ງ ແລະ ຮັບຮອງເອົາຮ່າງມະຕິ, ໜັງສືສະເໜີດັ່ງກ່າວ(ດ້ວຍໂທລະສັບມືຖື) ສຽງສ່ວນຫຼາຍແມ່ນເຫັນດີເປັນເອກກະພາບດັ່ງນີ້:




1. ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023;
– ສະມາຊິກສະພາປະຊາຊົນແຂວງທີ່ມີໜ້າຕົວຈິງ 29 ທ່ານ;
– ເຫັນດີ 29 ທ່ານ = 100%
– ບໍ່ເຫັນດີ 0 = 0%
– ບໍ່ອອກສຽງ 0 = 0%
– ລວມຄະແນນສຽງ 100%
2. ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານ ຂອງອົງການກວດສອບປະຈໍາພາກເໜືອ ປະຈຳປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ຜົນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2021 ຂອງແຂວງ;
– ສະມາຊິກສະພາປະຊາຊົນແຂວງທີ່ມີໜ້າຕົວຈິງ 29 ທ່ານ;
– ເຫັນດີ 24 ທ່ານ = 83%
– ບໍ່ເຫັນດີ 5 = 17%
– ບໍ່ອອກສຽງ 0 = 0%
– ລວມຄະແນນສຽງ 100%





3. ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ບົດລາຍງານການເຄື່ອນໄຫວວຽກງານຂອງອົງການກວດກາລັດແຂວງ ປະຈໍາປີ 2022 ແລະ ທິດທາງແຜນການ ປະຈໍາປີ 2023 ແລະ ການກວດກາຕາມຜົນການກວດສອບ ປະຈໍາປີ 2020 ຂອງອົງການກວດກາລັດແຂວງ;
– ສະມາຊິກສະພາປະຊາຊົນແຂວງທີ່ມີໜ້າຕົວຈິງ 29 ທ່ານ;
– ເຫັນດີ 22 ທ່ານ = 76%
– ບໍ່ເຫັນດີ 5 = 17%
– ບໍ່ອອກສຽງ 2 = 7%
– ລວມຄະແນນສຽງ 100%
4. ຮ່າງມະຕິ ວ່າດ້ວຍການຮັບຮອງເອົາ ລາຍງານແຜນການນໍາໃຊ້ງົບປະມານການລົງທຶນຂອງລັດ ບ້ວງກອງທຶນບູລະນະຮັກສາເສັ້ນທາງຫຼວງ ປະຈຳປີ 2022 ຂອງແຂວງອຸດົມໄຊ;
– ສະມາຊິກສະພາປະຊາຊົນແຂວງທີ່ມີໜ້າຕົວຈິງ 29 ທ່ານ;
– ເຫັນດີ 26 ທ່ານ = 90%
– ບໍ່ເຫັນດີ 2 = 7%
– ບໍ່ອອກສຽງ 1 = 3%
– ລວມຄະແນນສຽງ 100%
5. ໜັງສືສະເໜີຂອງທ່ານເຈົ້າແຂວງ ວ່າດ້ວຍການພິຈາລະນາ ຮັບຮອງເອົາການແຕ່ງຕັ້ງຫົວໜ້າພະແນກການ ແລະ ອົງການທຽບເທົ່າ.
– ສະມາຊິກສະພາປະຊາຊົນແຂວງທີ່ມີໜ້າຕົວຈິງ 29 ທ່ານ;
– ເຫັນດີ 28 ທ່ານ = 97%
– ບໍ່ເຫັນດີ 1 = 3%
– ບໍ່ອອກສຽງ 0 = 0%
– ລວມຄະແນນສຽງ 100%


ພາບ-ຂ່າວ: ແສງພອນ ອິນນະລົງ.