loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພາປະຊາຊົນແຂວງໄຊຍະບູລີ ໄດ້ຮັບເຄື່ອງຊ່ວຍເຫຼືອ

ພ.ພ. 19, 2024 | ເຂດ 7 ໄຊ​ຍະບູລີ

ໃນວັນທີ 7 ພຶດສະພາ 2024 ນີ້, ທ່ານ ນາງ ປະທຸມທອງ ດ້ວງເງິນ ວ່າການຫົວໜ້າອົງການກາແດງແຂວງໄຊຍະບູລີ ພ້ອມດ້ວຍຄະນະ ໄດ້ນໍາເອົາເຄື່ອງຊ່ວຍ ເຫຼືອບັນເທົາທຸກປະເພດເຄື່ອງຄົວເຮືອນ ແລະ ເກີບ, ຈໍານວນ 16 ແກັດ, ລວມມູນຄ່າ 19, 392 000 ກີບ. ມອບໃຫ້ແກ່ສະພາປະຊາ ຊົນແຂວງ ຕາງໜ້າກ່າວຮັບໂດຍທ່ານ ບຸນໄທ ສີເທບ ປະ ທານຄະນະ ກໍາມະການວັດທະນະທໍາ-ສັງຄົມ ແລະ ບັນ ດາເຜົ່າ. ເຄື່ອງດັ່ງກ່າວຈະນໍາໄປມອບໃຫ້ແກ່ພໍ່ແມ່ປະຊາ ຊົນຜູ້ທີ່ຖືກໄພ ພິບັດທາງທໍາມະຊາດ, ຜູ້ປ່ຽວພອຍດ້ອຍໂອກາດ, ຜູ້ທຸກຍາກ ແລະ ອື່ນໆ ຢູ່ເຂດຫາງໄກຊອກຫລີກ ບັນດາເມືອງຂອງແຂວງໄຊຍະບູລີ.
                                                                                    ໂດຍ: ອິນທີ ຂຽວສີຟ້າ