loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພະແນກກະສິກຳແລະປ່າໄມ້ແຂວງສາລະວັນ ມອບເງິນສົມທົບເຂົ້າໃສ່ຫ້ອງການສະພາຫຼັງໃໝ່

ມ.ຖ. 31, 2022 | ເຂດ 14 ສາ​ລະ​ວັນ

ຕອນເຊົ້າຂອງວັນທີ 30 ມີນາ 2022 ນີ້, ທ່ານ ນາງ ດາວມະນີ ປະສານສອນ ຮອງຫົວໜ້າຫ້ອງການບໍລິຫານ ແລະ ຈັດຕັ້ງ ຕາງໜ້າໃຫ້ພະແນກກະສິກຳ ແລະ ປ່າໄມ້ແຂວງສາລະວັນ ມອບເງິນ ຈຳນວນ 20 ລ້ານກີບ ໃຫ້ສະພາປະຊາຊົນແຂວງສາລະວັນ, ເພື່ອສົມທົບເຂົ້າໃສ່ການສ້ອມແປງຕໍ່ເຕີມອາຄານ, ປູເດີ່ນ ແລະ ຮົ້ວອ້ອມ ຂອງຫ້ອງການສະພາປະຊາຊົນແຂວງ ຫຼັງໃໝ່ ຕັ້ງຢູ່ບ້ານຫຼັກສອງ ເມືອງ ແລະ ແຂວງສາລະວັນ; ໃຫ້ກຽດຮັບໂດຍ ທ່ານ ຂັນໄຊ ລັດຖະເຮົ້າ ຄະນະປະຈໍາພັກແຂວງ ຮອງປະທານ ສະພາປະຊາຊົນແຂວງ ເຂົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ມີຮອງປະທານສະພາປະຊາຊົນແຂວງ, ເລຂາທິການ ສະພາປະຊາຊົນແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມໃນຄັ້ງນີ້.
ພ້ອມດຽວກັນ,ທ່ານ ຂັນໄຊ ລັດຖະເຮົ້າ ຮອງປະທານສະພາປະຊາຊົນແຂວງສາລະວັນ ກໍ່ໄດ້ສະແດງຄວາມຂອບໃຈ ມາຍັງພະແນກກະສິກຳ ແລະ ປ່າໄມ້ແຂວງ ທີ່ປະກອບສ່ວນຊ່ວຍເຫຼືອໃນຄັ້ງນີ້ ແລະ ໃຫ້ຄຳໝັ້ນສັນຍາວ່າຈະນຳໃຊ້ເຂົ້າໃນວຽກງານສ້ອມແປງຕໍ່ເຕີມຫ້ອງການສະພາຫຼັງໃໝ່ໃຫ້ສຳເລັດ ແລະ ທັນຕາມກຳນົດເວລາ.

ພາບແລະຂ່າວ: ດີລຳພົນ ພົມມະຈັນ