loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ພະນັກງານຫຼັກແຫຼ່ງ ຂົງເຂດການເມືອງ, ຂົງເຂດວັດຖະນະທໍາສັງຄົມ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ຮັບຟັງການເຜີຍແຜ່ຜົນສໍາເລັດກອງປະຊຸມສະໄຫມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ຊຸດທີ II

ມ.ກ. 10, 2024 | ເຂດ 11 ບໍລິຄຳໄຊ

      ໃນຕອນເຊົ້າວັນທີ 9 ມັງກອນ 2024 ຢູ່ທີ່ສະໂມສອນແຂວງບໍລິຄໍາໄຊ ໄດ້ຈັດພິທີເຜີຍແຜ່ຜົນສໍາເລັດກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ບໍລິຄໍາໄຊ ຊຸດທີ II ຂຶ້ນ  ໂດຍໃຫ້ກຽດເປັນປະທານ ຂອງທ່ານ ປອ ສຸວັນນີ ໄຊຊະນະ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ. ມີບັນດາຄະນະພະແນກ, ຫົວໜ້າຂະແໜງ, ຮອງຫົວໜ້າຂະແໜງ, ຕະຫຼອດຮອດພະນັກງານວິຊາການ ຂົງເຂດການເມືອງ, ຂົງເຂດວັດຖະນະທໍາສັງຄົມ, ແນວລາວສ້າງຊາດ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ໂຮງຮຽນທິດສະດີການເມືອງ-ການປົກຄອງແຂວງ ເຂົ້າຮ່ວມຮັບຟັງ.

ກອງປະຊຸມ ສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນແຂວງ ບໍລິຄໍາໄຊ,ຊຸດທີ II, ແມ່ນເຫດການ ການເມືອງທີ່ສໍາຄັນທາງປະຫວັດສາດຂອງພັກເຮົາ, ເປັນກອງປະຊຸມສືບຕໍ່ຢຶດໝັ້ນ ແລະ ເພີ່ມເຕີມເສີມຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຂົ້າສູ່ລວງເລິກ ແລະ ກໍານົດທັດສະນະແຫ່ງການສ້າງການຫັນປ່ຽນຢ່າງແຂງແຮງຕໍ່ການນໍາພາ-ຊີ້ນໍາປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມ ຕາມທີ່ພັກ-ລັດເຮົາວາງໄວ້; ການຈັດຕັ້ງເຊື່ອມຊຶມຜົນສໍາເລັດກອງປະຊຸມໃນຄັ້ງນີ້ ກໍເພື່ອແນໃສ່ເຮັດໃຫ້ພະນັກງານນໍາພາຫຼັກແຫຼ່ງ – ນໍາພາຄຸ້ມຄອງແຕ່ລະຂັ້ນ  ພາຍໃນແຂວງ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊິ່ງ ແລະ ກໍາແໜ້ນເນື້ອໃນ ມະຕິຄໍາສັ່ງ ແລະ ວຽກງານຈຸດສຸມໃນດ້ານຕ່າງໆ ທີ່ຕ້ອງເອົາໃຈໃສ່ນໍາພາ-ຊີ້ນໍາຢູ່ໃນແຕ່ລະຂົງເຂດວຽກງານຕາມຄວາມຮັບຜິດຊອບ, ຕິດພັນກັບການເສີມຂະຫຍາຍຄວາມເປັນເຈົ້າການໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດໃຫ້ເປັນແຜນງານ, ເປັນໂຄງການ ແລະ ກິດຈະກໍາລະອຽດໃນແຕ່ລະຂະແໜງການ ທ້ອງຖິ່ນຮາກຖານ ເພື່ອຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນຕົວຈິງ, ສ້າງໄດ້ຜົນສໍາເລັດໃໝ່ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ.

ນອກຈາກນີ້  ກໍ່ເພື່ອເຮັດໃຫ້ບັນດາຜູ້ເຂົ້້າຮ່ວມ ເຊື່ອມຊຶມ ໄດ້ພ້ອມກັນປະກອບຄໍາຄິດເຫັນ  – ສົນທະນາແລກປ່ຽນ, ບັນຫາຕ່າງໆ ຕໍ່ກັບ ສສຊ – ສສຂ  ເພື່ອນໍາເອົາ ເຫດ ແລະ ຜົນໃນການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ນໍາໄປສົມທົບກັບຂະແໜງການ, ເມືອງ, ແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເພື່ອຄົ້ນຄ້ວາພິຈາລະນາ ປັບປຸງ – ແກ້ໄຂຕາມຂັ້ນຕອນ ແລະ ລະບຽບການວາງອອກ. ເພຶ່ອແນ່ໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າມີຄວາມໜັກແໜ້ນເຂັ້ມແຂງ, ຖືກຕ້ອງ – ສອດຄ່ອງຕາມສະພາບຄວາມເປັນຈີງ ແລະ ຫັນເຂົ້າສູ້ລະບຽບກົດໝາຍເທື່ອລະກ້າວ.

ຂ່າວ-ພາບ: ໂສລະຢ໋າ