loader image

ສະພາແຫ່ງຊາດ ແຫ່ງ ສປປ ລາວ

The National Assembly of the LAO PDR

ຜ່ານການອອກແບບໂລໂກກອງປະຊຸມໃຫຍ່ໄອປາ-45

ພ.ພ. 15, 2024 | SlideMobile, ຂ່າວເດັ່ນ

(ສພຊ) – ໃນຕອນສວາຍຂອງວັນທີ 15 ພຶດສະພາ 2024 ທີ່ສະພາແຫ່ງຊາດ ໄດ້ມີການຈັດກອງປະຊຸມຜ່ານການອອກແບບໂລໂກ (Logo) ກອງປະຊຸມໃຫຍ່ໄອປາ-45 ພາຍໃຕ້ການເປັນປະທານຂອງທ່ານ ສັນຍາ ປຣະເສີດ ປະທານກໍາມາທິການການຕ່າງປະເທດ, ຫົວໜ້າອະນຸກໍາມະການກອງເລຂາແຫ່ງຊາດໄອປາ-45 ໂດຍມີບັນດາທ່ານຈາກພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ການອອກແບບໂລໂກ ພາຍໃຕ້ຂອບເນື້ອໃນຕ້ອງສະແດງໃຫ້ເຫັນສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນຂອງອາຊຽນ; ຄວາມມີວຸດທິພາວະ ແລະ ຄວາມເຂັ້ມແຂງຂອງອາຊຽນ; ຄວາມກ້າຫານ, ຊົງກຽດ ແລະ ຄວາມມຸ່ງໝັ້ນຂອງອາຊຽນ; ຄວາມເປັນມິດ ແລະ ຄວາມວັດທະນາຖາວອນຂອງອາຊຽນ; ສະແດງໃຫ້ເຫັນເຖິງການເຊື່ອມໂຍງ-ເຊື່ອມຈອດທາງດ້ານເສດຖະກິດ ແລະ ການໄປມາຫາສູ່ຂອງປະຊາ ຊົນພາຍໃນຊາດອາຊຽນ ແລະ ຄວາມເປັນເອກະລັກຂອງຊາດລາວໃນຖານະເປັນປະ ທານໄອປາ ຄັ້ງທີ 45. ສຳລັບຮູບແບບນັ້ນ ຕ້ອງເປັນຮູບແບບວົງມົນ; ມີສັນຍະລັກຂອງຊາດລາວ; ມີໂລໂກຂອງໄອປາ ແລະ ມີສີຟ້າອ່ອນ, ສີຟ້າເຂັ້ມ, ສີແດງ ແລະ ສີຄໍາ.
ການອອກແບບໃນຄັ້ງນີ້ ຖ້າຫາກຜ່ານການຄັດເລືອກຈະໄດ້ຮັບລາງວັນເປັນເງິນສົດ 10 ລ້ານກີບ ເຊິ່ງມີ 5 ພາກສ່ວນສະໝັກເຂົ້າຮ່ວມແຂ່ງຂັນການອອກແບບໂລໂກດັ່ງກ່າວ ປະກອບມີ: ທ່ານ ສອນໄຊ ແກ້ວມະນີໂຄດ, ທ່ານ ເກດສະໜາ ຈັນທະລາດ, ທ່ານ ທະນູສອນ ບັນນະວົງ, ບໍລິສັດ ໂຊກປັນຍາ ແລະ ທ່ານ ນາງ ສອນປະດິດ ເມືອງປາກ.
(ຂ່າວ ແລະ ພາບ: ສອນສັກ ວັນວິໄຊ)