ຜົນສຳເລັດກອງປະຊຸມສໍາມະນາວິທະຍາສາດ ການນຳຂັ້ນສູງ

ພ.ພ. 5, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2023 ທີ່ສະພາແຫ່ງຊາດ ນະຄອນຫຼວງວຽງຈັນ ໄດ້ສຳເລັດກອງປະຊຸມສໍາມະນາວິທະຍາສາດ ການນຳຂັ້ນສູງ ໃນຫົວຂໍ້: ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດ ທິພາບ ແລະ ປະສິດທິຜົນ ໂດຍການເປັນປະທານຮ່ວມຂອງທ່ານ ສົມມາດ ພົລເສນາ ຮອງປະທານສະພາແຫ່ງຊາດ ແລະ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະຕີ; ມີບັນດາທ່ານປະທານ-ຮອງປະທານກໍາມາທິການ, ລັດຖະ ມົນຕີ-ຮອງລັດຖະມົນຕີ, ຕາງໜ້າຄະນະເລຂາທິການ, ຄະນະກົມ, ຄະນະພະແນກ ແລະ ພະນັກງານວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ ເຊິ່ງກອງປະຊຸມມີສອງຮູບແບບຄື: ແບບອອນລາຍ ແລະ ກັບທີ່ ສ່ວນພະແນກແຜນການ ແລະ ການລົງທຶນຂອງແຂວງຫົວພັນ, ແຂວງວຽງຈັນ, ສະຫວັນນະເຂດ ແລະ ແຂວງຈໍາປາສັກ ເຂົ້າຮ່ວມໃນຮູບແບບອອນລາຍ.
ທັງນີ້, ກໍເພື່ອຈັດຕັ້ງປະຕິບັດຕາມແຜນການ ເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ແນໃສ່ປະກອບສ່ວນເຂົ້າໃນການປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຂໍ້ຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໃຫ້ບັນລຸຕາມແຜນ ກໍຄືການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຕາມທິດມີຄຸນນະພາບ, ໝັ້ນທ່ຽງ ແລະ ຍືນຍົງ ເຊິ່ງເປັນເປົ້າໝາຍທີ 1 ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຕາມທີ່ໄດ້ກໍານົດໃນແຜນ 5 ປີ ຄັ້ງທີ IX (2021-2025) ເວົ້າລວມ, ເວົ້າສະເພາະ ແມ່ນປະຕິບັດການຈັດສັນງົບປະມານລົງທຶນຂອງລັດໃຫ້ສອດຄ່ອງຕາມລັດຖະທໍາມະນູນ, ກົດໝາຍ ໃຫ້ມີຜົນສັກສິດ ແລະ ມີປະສິດທິພາບ ທັນເວລາພິຈາລະນາຮັບຮອງຢູ່ກອງປະຊຸມສະພາແຫ່ງຊາດ ແລະ ຈັດຕັ້ງປະຕິບັດຕາມແຜນງົບປະມານປະຈໍາປີ ໃຫ້ມີຜົນສັກສິດ ຕາມທີ່ໄດ້ກໍານົດໃນກົດໝາຍ ກໍຄືການສ້າງແຜນການລົງທຶນຂອງລັດ ໃຫ້ສອດຄ່ອງຕາມຄວາມສາມາດ ສະໜອງແຫຼ່ງທຶນຕົວຈິງ; ການຈັດສັນງົບປະມານຕົວຈິງ ຮັບປະກັນຄວາມຍຸຕິທໍາ, ມີຈຸດສຸມ, ເປັນບຸລິມະສິດ, ມີການກະຈາຍ ແລະ ການດຸນດ່ຽງການລົງທຶນ ລະຫວ່າງຂະແໜງການສູນກາງ ແລະ ທ້ອງຖິ່ນ ແລະ ລະຫວ່າງເຂດແຄວ້ນ ໃຫ້ສົມເຫດສົມຜົນ; ປັບປຸງຫຼັກການ ແລະ ກົນໄກການຈັດສັນງົບປະມານໃຫ້ຈະແຈ້ງ, ມີຄວາມໂລ່ງລ່ຽນ ແລະ ນໍາໃຊ້ເຕັກນິກການຈັດສັນງົບປະມານໃຫ້ທັນສະໄໝຫຼາຍຂຶ້ນ.
ກອງປະຊຸມ, ໄດ້ຮັບຟັງການລາຍງານຜົນກອງປະຊຸມສຳມະນາວິທະຍາສາດ ຂັ້ນວິຊາການ ຄັ້ງວັນທີ 2-3 ພຶດສະພາ 2023 ຈາກທ່ານ ປອ. ລີເບີ ລີບົວປາວ ປະທານກຳມາທິການແຜນການ, ການເງິນ ແລະ ການກວດສອບ ແລະ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ; ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມ ທັງສູນກາງ ແລະ ທ້ອງຖິ່ນ ໄດ້ປະກອບຄຳຄິດຄຳເຫັນຕໍ່ຜົນກອງປະຊຸມສຳມະນາວິທະຍາສາດ ກ່ຽວກັບການເພີ່ມທະວີການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ເພື່ອຊອກຫາທິດທາງ ແລະ ວິທີການແກ້ໄຂຂໍ້ຄົງຄ້າງ ເພື່ອເປັນການປະກອບສ່ວນໃສ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ.
(ພາບ ແລະ ຂ່າວ: ນາງ ກຸກກິກ ບຸດດາໄຊ)