(ສພຊ) – ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອວັນທີ 8 ຕຸລານີ້ ໂດຍສະເພາະວຽກກວດກາການບໍລິຫານລັດ ເຊິ່ງໃນໄລຍະ 9 ເດືອນ ປີ 2026 ໄດ້ສຸມໃສ່ດໍາເນີນການກວດກາຕາມມະຕິສະພາແຫ່ງຊາດ ສະບັບເລກທີ 172/ສພຊ ເຊິ່ງມີບາງຂົງເຂດດັ່ງນີ້:

1. ກວດກາໂຄງການລົງທຶນຂອງລັດ (ມູນຄ່າ 10 ຕື້ກີບລົງມາ ແລະ 10 ຕື້ກີບຂຶ້ນໄປ) 58 ໂຄງການຢູ່ນະຄອນຫຼວງວຽງຈັນ (ນວ) ພົບເຫັນໂຄງການສ່ວນຫຼາຍທີ່ຈັດຕັ້ງປະຕິບັດແຕ່ປີ 2015 ຄືນຫຼັງ ບໍ່ມີບົດສະເໜີໂຄງການ, ບໍ່ຜ່ານການປະເມີນ, ບໍ່ຜ່ານການປະມູນຈັດຊື້-ຈັດຈ້າງ, ບໍ່ວາງເງິນຄ້ຳປະກັນສັນຍາ 10%, ສັນຍາບໍ່ໄດ້ຈົດທະບຽນສານ ແລະ ບໍ່ມີໃບມອບ-ຮັບໂຄງການຖາວອນ. ນອກນັ້ນ, ມີ 5 ໂຄງການ ເຈົ້າຂອງໂຄງການ, ບໍລິສັດຮັບເໝົາກໍ່ສ້າງ ຍັງບໍ່ທັນຮັບຮອງຜົນຂອງການກວດກາ; 30 ໂຄງການ ການຊຳລະເງິນຕົວຈິງລະຫວ່າງພະແນກການເງິນ ກັບ ບໍລິສັດ ບໍ່ກົງກັນ ຜິດດ່ຽງ 706.47 ຕື້ກີບ ແລະ 21 ໂຄງການ ມູນຄ່າເຫຼືອຈາກສັນຍາບໍ່ສືບຕໍ່ຈັດຕັ້ງປະຕິບັດ ແລະ ອື່ນໆ 276.63 ຕື້ກີບ ຕ້ອງໄດ້ຫັກລົບອອກຈາກມູນຄ່າລວມຂອງໂຄງການ ແລະ ສາລະບານແຜນການລົງທຶນຂອງລັດ.
2. ກວດກາ 4 ເຂດເສດຖະກິດພິເສດ ຢູ່ ນວ ເຫັນວ່າ: ການແກ້ໄຂສິ່ງກີດຂວາງ, ການຊົດເຊີຍໃຫ້ຜູ້ຖືກຜົນກະທົບ, ການອອກໃບຕາດິນໃຫ້ຜູ້ພັດທະນາ ບາງເຂດຍັງບໍ່ທັນສຳເລັດ. ປັດຈຸບັນ, ບາງເຂດຍັງບໍ່ມີການພັດທະນາ; ຜູ້ລົງທຶນຈຳນວນຫຼາຍ ນຳເຂົ້າທຶນໂດຍບໍ່ຜ່ານທະນາຄານແຫ່ງ ສປປລາວ; ການກໍ່ສ້າງຕຶກ, ອາຄານ, ສຳນັກງານ ໃນເຂດເສດຖະກິດພິເສດ ບໍ່ປະຕິບັດພັນທະອາກອນມູນຄ່າເພີ່ມ, ບໍ່ປະຕິບັດພັນທະຄ່າຊັບພະຍາກອນທຳມະຊາດ.
3. ກວດກາການນຳເຂົ້າພາຫະນະຊົ່ວຄາວ, ຍົກເວັ້ນພາສີ-ອາກອນ ແລະ ການເສຍພາສີ-ອາກອນ 1% ເລີ່ມແຕ່ປີ 2019 ຈຳນວນ 9 ແຂວງ, ຜ່ານການກວດກາພົບເຫັນ: ການອະນຸມັດນຳເຂົ້າພາຫະນະ ຍັງບໍ່ເປັນລະບົບ, ອະນຸມັດຫຼາຍຄັ້ງຕໍ່ປີ; ໃບອະນຸຍາດດຳເນີນທຸລະກິດໝົດອາຍຸ ຍັງປະກອບເຂົ້າໃນແຜນນຳເຂົ້າພາຫະນະ, ທະບຽນວິສາຫະກິດ ບໍ່ຖືກກັບທຸລະກິດທີ່ປະຕິບັດຕົວຈິງ ແລະ ນຳໃຊ້ເລກປະຈຳຕົວຜູ້ເສຍອາກອນຂອງບໍລິສັດອື່ນ ນຳເຂົ້າພາຫະນະກົນຈັກ; ມີພາຫະນະນຳເຂົ້າແບບຊົ່ວຄາວ ແລະ ນຳເຂົ້າເສຍພາສີ-ອາກອນ 1% 141 ຄັນ ຢູ່ 6 ແຂວງ ທີ່ສັນຍາໝົດກຳນົດ, ບໍ່ຕໍ່ສັນຍາ, ບໍ່ສົ່ງລົດອອກຄືນ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ; ກວດພົບພາຫະນະທີ່ບໍ່ມີເອກະສານຢັ້ງຢືນການນຳເຂົ້າ ແລະ ການເສຍພາສີ-ອາກອນຕາມກົດໝາຍ ຢູ່ 2 ແຂວງ 310 ຄັນ (ຫົວລາກ 158 ຫົວ, ຫາງລາກ 130 ຫາງ, ລົດສິບລໍ້ 18 ຄັນ ແລະ ລົດຈົກ 4 ຄັນ); ລົດ 8 ຄັນ ຢູ່ 1 ແຂວງ ມີເອກະສານການນຳເຂົ້າມາຮັບໃຊ້ໂຄງການ ແຕ່ບໍ່ເຫັນລົດຕົວຈິງຢູ່ພາກສະໜາມ.
4. ກວດກາກອງຄຸ້ມຄອງສະໜາມບິນ ແລະ ກອງຈາລະຈອນທາງອາກາດ ໂດຍລົງເລິກກວດກາບັນດາສັນຍາຈັດຊື້-ຈັດຈ້າງ ໄລຍະປີ 2019-2026 ມີ 331 ສັນຍາ ໃນນີ້, ກວດກາສຳເລັດ 148 ສັນຍາ, ຜ່ານການກວດກາພົບເຫັນດັ່ງນີ້: ກອງຄຸ້ມຄອງສະໜາມບິນ ມີ 213 ສັນຍາ, ກວດກາສຳເລັດ 66 ສັນຍາ ໃນນີ້ມີ 19 ສັນຍາ ມູນຄ່າ 139 ຕື້ກີບ ມີບາງວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດ ແລະ ມູນຄ່າສູງເກີນລາຄາທ້ອງຕະຫຼາດ 13.38 ຕື້ກີບ, ມີ 6 ສັນຍາ ມູນຄ່າ 55.32 ຕື້ກີບ ໄດ້ເຊັນສັນຍາ ແລະ ຊໍາລະເງິນໃນວັນດຽວກັນ; ກອງຈາລະຈອນທາງອາກາດ ມີ 118 ສັນຍາ, ກວດກາສຳເລັດ 82 ສັນຍາ ເຫັນວ່າມີ 3 ສັນຍາ ມູນຄ່າ 2.62 ຕື້ກີບ ມີໜ້າວຽກທີ່ບໍ່ໄດ້ຈັດຕັ້ງປະຕິບັດ ມູນຄ່າ 100 ລ້ານກີບ.
5. ກວດກາການຄຸ້ມຄອງ ແລະ ນຳໃຊ້ເງິນກູ້ຢືມຂອງລັດຖະບານ (ລົງເລິກບາງໂຄງການທີ່ໄດ້ເຊັນສັນຍາໃນຮູບແບບ EPC) ຕາມບັນຊີຂໍ້ມູນຂອງກະຊວງກ່ຽວຂ້ອງ ເຫັນວ່າລັດຖະບານໄດ້ກູ້ຢືມເງິນມາຈັດຕັ້ງປະຕິບັດໂຄງການ 89 ສັນຍາ ມູນຄ່າ 5.93 ຕື້ໂດລາ ກັບ 6.43 ຕື້ຢວນ ໃນນີ້, ກູ້ຢືມຈາກທະນາຄານ EXIM ສປຈີນ 77 ສັນຍາ ມູນຄ່າ 4.77 ຕື້ໂດລາ ກັບ 6.43 ຕື້ຢວນ ແລະ ກູ້ຢືມຈາກບັນດາບໍລິສັດຂອງ ສປຈີນ 12 ສັນຍາ ມູນຄ່າ 1.16 ຕື້ໂດລາ ເຊິ່ງໄດ້ກວດກາ 11 ສັນຍາ ມູນຄ່າ 761.24 ລ້ານໂດລາ ແລະ 1.10 ຕື້ຢວນ, ຜ່ານການກວດກາເຫັນວ່າ: ການປະຕິບັດໂຄງການໃນຮູບແບບ EPC ເປັນສັນຍາເໝົາຈ່າຍ (Lump Sum) ໂດຍບໍລິສັດຜູ້ຮັບເໝົາ ເປັນຜູ້ຮັບຜິດຊອບ-ອອກແບບ-ກໍ່ສ້າງ, ສະໜອງວັດຖຸກໍ່ສ້າງທັງໝົດ, ການຄິດໄລ່ເງິນບໍລິຫານ ແລະ ເງິນຄຸ້ມຄອງໂຄງການ ສູງເກີນລະບຽບການກຳນົດ, ມູນຄ່າການກໍ່ສ້າງສູງ ແລະ ເນື້ອໃນສັນຍາບາງສ່ວນບໍ່ຮັດກຸມ, ບໍ່ໄດ້ກຳນົດມາດຕະການຕໍ່ບໍລິສັດຜູ້ຮັບເໝົາ ໃນກໍລະນີການລະເມີດສັນຍາ; ການຄຸ້ມຄອງ, ນຳໃຊ້ເງິນກູ້ຢືມ ແມ່ນບໍລິສັດເປັນຜູ້ຄຸ້ມຄອງ ແລະ ນຳໃຊ້ເງິນກູ້ເອງ, ແຕ່ລັດຖະບານເປັນຜູ້ຊຳລະຕົ້ນທຶນ ແລະ ດອກເບ້ຍຄືນໃຫ້ບໍລິສັດຕາມສັນຍາ; ພາຍຫຼັງສຳເລັດໂຄງການ ບໍ່ມອບຮັບຊັບສິນຂອງລັດທີ່ໄດ້ຈາກໂຄງການກູ້ຢືມ ຄືນໃຫ້ລັດຖະບານເປັນຜູ້ຄຸ້ມຄອງ ແລະ ບໍລິສັດຍັງໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ຄ່າຊັບພະຍາກອນທຳມະຊາດ. ນອກນັ້ນ, ຍັງພົບເຫັນເງິນທີ່ເຫຼືອຈາກການຈັດຕັ້ງປະຕິບັດໂຄງການ 4.70 ລ້ານໂດລາ ທີ່ຈະຕ້ອງໄດ້ຫັກລົບອອກຈາກວົງເງິນກູ້ຢືມ.
6. ກວດກາການຈ່າຍຄ່າຊົດເຊີຍໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ 968 ຄົວເຮືອນ ຈາກສັນເຂື່ອນ D ຂອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກພັງ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ລາຍການທີ 6 (ວັດຖຸມີຄ່າ ແລະ ເຄື່ອງໃຊ້ໃນຄົວເຮືອນ…) ທີ່ຍັງບໍ່ທັນໄດ້ຮັບເງິນຊົດເຊີຍ; ປັດຈຸບັນ, ບໍລິສັດ PNPC ໄດ້ຈ່າຍໃຫ້ອົງການປົກຄອງແຂວງ 10 ລ້ານໂດລາ ເພື່ອໃຫ້ແຂວງນຳໄປຊົດເຊີຍ ເຊິ່ງໄດ້ຊົດເຊີຍ 956 ຄົວເຮືອນ ເທົ່າກັບ 98.76% ຍັງ 12 ຄົວເຮືອນ ທີ່ບໍ່ທັນຍອມຮັບເອົາຄ່າຊົດເຊີຍ.
