ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ

ມ.ສ. 29, 2026

(ສພຊ) – ຕອນແລງວັນທີ 28 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນເມສາ 2026 ເຊິ່ງໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ເປີດຂຶ້ນໃນຕອນເຊົ້າວັນທີ 27 ແລະ ປິດລົງໃນຕອນແລງວັນທີ 28 ເມສານີ້ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກຂອງປະທານ, ຮອງປະທານຄະນະກໍາມະການປົກຄອງບັນດາແຂວງ. ທັງນີ້, ກໍເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນເມສາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026.
ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ ໃນ 2 ວາລະສໍາຄັນ ຄື:
ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: 1) ວຽກງານພົ້ນເດັ່ນປະຈໍາເດືອນເມສາ ແລະ ທິດທາງແຜນການປະຈຳເດືອນພຶດສະພາ 2026 ຂອງລັດຖະບານ; 2) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງສະພາບອຸບັດເຫດ, ອັກຄີໄພ ແລະ ບັນດາປາກົດການຫຍໍ້ທໍ້ໃນໄລຍະບຸນປີໃໝ່ລາວ; 3) ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; 4) ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; 5) ການກະກຽມຕ້ານໄພແຫ້ງແລ້ງ, ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5) ພ້ອມທັງສະເໜີມາດຕະການແກ້ໄຂ; 6) ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ, ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການທີ່ໄດ້ອະນຸມັດຜ່ານມາ; 7) ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ໃນນັ້ນ:
ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນເມສາ 2026: ກອງປະຊຸມໄດ້ຕີລາຄາ ເຖິງວ່າສະພາບການພາກພື້ນ ແລະ ສາກົນ ຍັງສືບຕໍ່ເຄັ່ງຮ້ອນ, ສັບສົນ ແລະ ຄາດຄະເນໄດ້ຍາກ ໂດຍສະເພາະບັນຫາຂໍ້ຂັດແຍ້ງຢູ່ເຂດຕາເວັນອອກກາງ ແລະ ເຂດອື່ນໆ ເຊິ່ງໄດ້ສົ່ງຜົນເຮັດໃຫ້ສະພາບເສດຖະກິດໂລກທີ່ມີຄວາມຫຍຸ້ງຍາກຢູ່ແລ້ວນັ້ນ ຍິ່ງສືບຕໍ່ມີຜົນກະທົບເປັນວົງກວ້າງຕື່ມ ລວມເຖິງຢູ່ປະເທດລາວເຮົາ ໂດຍສະເພາະລາຄາສິນຄ້າ, ການຜະລິດ, ການຂົນສົ່ງ ແລະ ອື່ນໆ; ແຕ່ລັດຖະບານ ກໍໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາມາດຕະການ ແລະ ວຽກຈຸດສຸມທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 27 ພັນຕື້ກວ່າກີບ ເທົ່າກັບ 33% ຂອງແຜນປີ, ການປະຕິບັດແຜນລາຍຈ່າຍ ໄດ້ 11 ພັນຕື້ກວ່າກີບ ເທົ່າກັບ 14% ຂອງແຜນການປີ, ການຄວບຄຸມອັດຕາເງິນເຟີ້ ຢູ່ໃນລະດັບ 9.7%, ສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດ ກຸ້ມການນໍາເຂົ້າ 5.2 ເດືອນ, ສາມາດຊໍາລະໜີ້ສິນພາຍໃນ ແລະ ຕ່າງປະເທດ ໄດ້ຕາມຂໍ້ຜູກພັນສັນຍາ; ໄດ້ສຸມໃສ່ປະຕິບັດມາດຕະການດ້ານການຄ້າ ໂດຍສະເພາະການຄຸ້ມຄອງລາຄາສິນຄ້າ, ຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າ; ໄດ້ເອົາໃຈໃສ່ຕິດຕາມ, ກວດກາລາຄາສິນຄ້າໃນທ້ອງຕະຫຼາດ ໂດຍສະເພາະສິນຄ້າຮັບໃຊ້ຊີວິດການເປັນຢູ່ປະຈໍາວັນໃນໄລຍະບຸນປີໃໝ່ລາວ ເຊິ່ງໂດຍລວມແມ່ນບໍ່ມີສະພາບກັກຕຸນ ແລະ ສວຍໂອກາດຂຶ້ນລາຄາ; ໄດ້ສຸມໃສ່ແກ້ໄຂບັນຫານໍ້າມັນເຊື້ອໄຟ ເຮັດໃຫ້ ການສະໜອງກັບສູ່ສະພາບເປັນປົກກະຕິ, ມີຄວາມສະຫງົບ ແລະ ພຽງພໍຕໍ່ຄວາມຕ້ອງການຊົມໃຊ້ຂອງສັງຄົມ, ສາມາດແກ້ໄຂໄດ້ສະພາບການຕໍ່ຄິວໃສ່ນ້ຳມັນຢູ່ຕາມປ້ຳ; ໄດ້ສຸມໃສ່ການແກ້ໄຂບັນຫາໄຟໄໝ້ລາມປ່າ ແລະ ໝອກຄວັນ (PM 2.5) ເຊິ່ງລັດຖະບານໄດ້ອອກນິຕິກໍາ ກໍຄືມາດຕະການເພີ່ມຈໍານວນໜຶ່ງ ເພື່ອແກ້ໄຂບັນຫາທັງໄລຍະສັ້ນ ແລະ ໄລຍະຍາວ ພ້ອມທັງຈັດສຸມກໍາລັງລົງແກ້ໄຂຢູ່ພື້ນທີ່ຕົວຈິງ ເຊິ່ງສາມາດຄວບຄຸມແກ້ໄຂໄດ້ເກືອບທັງໝົດ; ໄດ້ສືບຕໍ່ປັບປຸງ ແລະ ກໍ່ສ້າງໂຄງລ່າງພື້ນຖານໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາກິດຈະກໍາ ແລະ ໂຄງການທີ່ເປັນບຸລິມະສິດ ເພື່ອເຊື່ອມຈອດເຊື່ອມໂຍງພາກພື້ນ ແລະ ສາກົນ ເອື້ອອໍານວຍໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ ໄດ້ມີຄວາມຄືບໜ້າເປັນຢ່າງດີ; ໄດ້ສຸມໃສ່ຊຸກຍູ້ບັນດາໂຄງການພະລັງງານໄຟຟ້າສະອາດ ແລະ ພະລັງງາານໄຟຟ້າທາງເລືອກ, ຊຸກຍູ້ການພັດທະນາໂຄງການສາຍສົ່ງເຊື່ອມຕໍ່ 500KV ລາວ-ຈີນ ແລະ ສ້າງສາຍສົ່ງ 230KV ເຊື່ອມຕໍ່ກັບພາຍໃນ ເພື່ອຮັບປະກັນການສະໜອງໄຟໃຫ້ພາຍໃນມີຄວາມໝັ້ນຄົງ, ອັນພົ້ນເດັ່ນແມ່ນໄດ້ສຳເລັດ ແລະ ເປີດນຳໃຊ້ໂຄງການສາຍສົ່ງເຊື່ອມຕໍ່ 500KV ລາວ-ຈີນ ຢ່າງເປັນທາງການ; ໄດ້ຍູ້ແຮງການພັດທະນາພື້ນຖານເສດຖະກິດດິຈິຕອນ ໃຫ້ແຂງແຮງເທື່ອລະກ້າວ ໂດຍໄດ້ສືບຕໍ່ເອົາໃຈໃສ່ສ້າງຄວາມຮູ້ພື້ນຖານການຫັນເປັນດິຈິຕອນດ້ວຍຮູບການຕ່າງໆ ທັງໄດ້ນຳໃຊ້ສູນຕ້ານການຫຼອກລວງທາງອອນລາຍ ເຕືອນ ແລະ ແຈ້ງໃຫ້ທົ່ວສັງຄົມລະວັງການຕົກເປັນເຫຍື່ອການຫຼອກລວງຜ່ານສື່ສັງຄົມອອນລາຍ; ໄດ້ສຸມໃສ່ການພັດທະນາສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ຈຳນວນ 44 ສາຂາອາຊີບ ໄດ້ 20 ພັນກວ່າຄົນ; ສາມາດສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທຳ ເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ໄປເຮັດວຽກຢູ່ຕ່າງປະເທດ ໄດ້ເກືອບ 20 ພັນຄົນ; ຂະຫຍາຍອັດຕາປົກຄຸມປະ ກັນສັງຄົມໃໝ່ ໄດ້ເກືອບ 5 ພັນຄົນ; ສໍາເລັດບັນຊີລາຍຊື່ເພື່ອກະກຽມປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະຊາທິປະໄຕ ໃນງວດ 1 ປີ 2026 ຈໍານວນ 2,600 ກວ່າທ່ານ ເປັນເງິນ 44 ຕື້ກວ່າກີບ; ໄດ້ໃຫ້ຄວາມຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ແກ່ຜູ້ປະສົບໄພພິບັດທໍາມະຊາດຈາກພາຍຸໝາກເຫັບຕົກຢູ່ນະຄອນຫຼວງວຽງຈັນ; ໄດ້ສືບຕໍ່ປະຕິບັດນະໂຍບາຍແກ້ໄຂບັນຫາການຂາດແຄນຄູສອນ ແລະ ການປະລະການຮຽນ ເຊິ່ງມີການຫັນປ່ຽນດີຂຶ້ນຕໍ່ເນື່ອງ; ໄດ້ສຳເລັດການຈັດສອບເສັງແຂ່ງຂັນນັກຮຽນເກັ່ງຊັ້ນມັດທະຍົມສຶກສາລະດັບຊາດ ປະຈຳສົກຮຽນ 2025-2026; ໄດ້ເຝິກຊ້ອມ ແລະ ສົ່ງນັກກິລາເຂົ້າຮ່ວມການແຂ່ງຂັນປະເພດຕ່າງໆ ຢູ່ຕ່າງປະເທດ, ອັນພົ້ນເດັ່ນແມ່ນການເຂົ້າຮ່ວມແຂ່ງຂັນບານເຕະຊາຍຊີງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 17 ປີ ທີ່ປະເທດອິນໂດເນເຊຍ ເຊິ່ງທີມຊາດລາວ ສາມາດຜ່ານເຂົ້າຮອບ 4 ທີມສຸດທ້າຍ; ໄດ້ເອົາໃຈໃສ່ວຽກງານໂຄສະນາ ແລະ ປັບປຸງວຽກງານການທ່ອງທ່ຽວ ຕິດພັນກັບການເຜີຍແຜ່ວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງຊາດ ເຂົ້າໃນບັນດາວຽກງານ, ກິດຈະກຳຕ່າງໆທີ່ສຳຄັນຂອງພັກ ແລະ ລັດ; ໄດ້ເອົາໃຈໃສ່ປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການສາທາລະນະສຸກ ໃຫ້ຮັບປະກັນຫຼາຍຂຶ້ນ; ໄດ້ສືບຕໍ່ປັບປຸງກົນໄກ ແລະ ວິທີການໃນການປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ມີຄວາມວ່ອງໄວຂຶ້ນ; ໄດ້ເອົາໃຈໃສ່ການສ້າງ ແລະ ປັບປຸງກົດໝາຍ, ນິຕິກຳໃຕ້ກົດໝາຍ ຕາມແຜນທີ່ສະພາແຫ່ງຊາດຮັບຮອງ ຄຽງຄູ່ກັນນັ້ນ ໄດ້ສຸມໃສ່ໂຄສະນາເຜີຍແຜ່ດ້ວຍຫຼາຍວິທີ ແລະ ຜ່ານຫຼາຍຊ່ອງທາງ; ໄດ້ສຳເລັດ ແລະ ປະກາດໃຊ້ນິຕິກຳສຳຄັນ ຕິດພັນກັບການກຳນົດລະບອບ, ລະບຽບການເຮັດວຽກຂອງຄະນະລັດຖະບານ ຊຸດທີ X ລວມທັງນິຕິກຳຮັບໃຊ້ການຄຸ້ມຄອງ ແລະ ແກ້ໄຂວຽກງານເຄັ່ງຮ້ອນ-ເລັ່ງດ່ວນຈຳນວນໜຶ່ງຕື່ມອີກ; ໄດ້ເອົາໃຈໃສ່ການເຄື່ອນໄຫວວຽກງານຕ່າງປະເທດຢ່າງມີພິບໄຫວ ໂດຍສະເພາະການເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນ, ການຕິດຕາມ ແລະ ອຳນວຍຄວາມສະດວກໃຫ້ແກ່ຄະນະຜູ້ແທນຂັ້ນສູງຂອງຕ່າງປະເທດ ທີ່ເດີນທາງມາຢ້ຽມຢາມ ສປປລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ມີການຫັນປ່ຽນດີຂຶ້ນກວ່າເກົ່າ ເປັນຕົ້ນ: ການແກ້ໄຂປາກົດການຫຍໍ້ທໍ້ທາງດ້ານສັງຄົມ, ການລົົງທຶນຂອງລັດ, ການຊ່ວຍເຫຼືອຊາວກະສິກອນ, ການຄຸ້ມຄອງການຂຸດຄົ້ນແຮ່ທາດ, ການຄຸ້ມຄອງ-ກວດກາການບໍລິການຂົນສົ່ງໂດຍສານ, ການຮັກສາຄວາມສະອາດຈົບງາມ ແລະ ເປັນລະບຽບຮຽບຮ້ອຍໃນຕົວເມືອງ, ການສະໜອງໄຟຟ້າ ແລະ ນໍ້າປະປາ, ການພັດທະນາ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ, ການຄຸ້ມຄອງ ແລະ ແກ້ໄຂບັນຫາຂ່າວບິດເບືອນຜ່ານສື່ສັງຄົມອອນລາຍ, ການເຄົາລົບລະບຽບ-ກົດໝາຍ ແລະ ອື່ນໆ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນພຶດສະພາ 2026, ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສໍາຄັນດັ່ງນີ້:
ສືບຕໍ່ຈັດຕັ້ງປະຕິບັດວຽກງານປ້ອງການຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ໃນນັ້ນ: ສຸມໃສ່ຮັກສາຄວາມສະຫງົບຕາມແລວຊາຍແດນ, ແກ້ໄຂບັນຫາປາກົດການຫຍໍ້ທໍ້ຕ່າງໆທາງສັງຄົມ ໃຫ້ຫຼຸດໜ້ອຍຖອຍລົງ. ໃຫ້ກະຊວງປ້ອງກັນຄວາມສະຫງົບ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບເລກທີ 11/ນຍ, ລົງວັນທີ 7 ສິງຫາ 2024 ວ່າດ້ວຍການເກັບກູ້ອາວຸດ ແລະ ວັດຖຸລະເບີດ ຢ່າງເດັດຂາດ ແລະ ເຂັ້ມງວດ; ໃຫ້ຮີບຮ້ອນປັບປຸງຄຳສັ່ງສະບັບເລກທີ 27/ນຍ, ລົງວັນທີ 5 ຕຸລາ 2021 ວ່າດ້ວຍການເພີ່ມທະວີວຽກງານສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ໃນສັງ ຄົມ; ເອົາໃຈໃສ່ເປັນພິເສດຕໍ່ການແກ້ໄຂບັນຫາສະແກມເມີ.
ສຸມໃສ່ກະກຽມບັນດາເນື້ອໃນທີ່ຈະນຳເຂົ້າລາຍງານຕໍ່ກອງປະຊຸມຄົບຄະນະ ຄັ້ງທີ 3 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ໂດຍສະເພາະຮ່າງມະຕິວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ ເປັນວາລະແຫ່ງຊາດ, ບັນດາຮ່າງກົດໝາຍ ແລະ ເອກະສານຕ່າງໆ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X.
ສຸມໃສ່ປະຕິບັດມາດຕະການຊຸກຍູ້, ສົ່ງເສີມການຜະລິດສິນຄ້າທົດແທນການນຳເຂົ້າ ແລະ ການຜະລິດເພື່ອສົ່ງອອກ ໃຫ້ແຂງແຮງ ພ້ອມທັງມີການກະກຽມ ແລະ ຄຸ້ມຄອງເນື້ອທີ່ທໍາການຜະລິດ ເພື່ອບໍ່ໃຫ້ມີການບຸກລຸກປ່າໄມ້; ກະກຽມແນວພັນ, ຝຸ່ນ, ປຸ໋ຍ, ຢາປາບສັດຕູພືດ ແລະ ອື່ນໆ; ສືບຕໍ່ເອົາໃຈໃສ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ແລະ ອົງການປົກຄອງທ້ອງຖິ່ນ ປົກປັກຮັກສາສິ່ງແວດລ້ອມ ແລະ ເລັ່ງຄົ້ນຄວ້າອອກໃບຕາດິນໃຫ້ບັນລຸຕາມແຜນການທີ່ວາງໄວ້; ເອົາໃຈໃສ່ພິເສດການຕິດຕາມເຝົ້າລະວັງ ແລະ ແກ້ໄຂຢ່າງເຂັ້ມງວດການຈູດປ່າທໍາການຜະລິດຂອງປະຊາຊົນ ທີ່ອາດກໍ່ໃຫ້ເກີດມີໄຟໄໝ້ລາມປ່າ; ກະກຽມການປູກຕົ້ນໄມ້ໃຫ້ເປັນຂະບວນການຢ່າງກວ້າງຂວາງ; ຄົ້ນຄວ້າການຈັດສັບປະດາຢຸດຕິການຈູດປ່າ ຫັນມາປູກຕົ້ນໄມ້.
ຄະນະກໍາມະການຊີ້ນໍາລະດັບຊາດສົ່ງເສີມການນໍາໃຊ້ລົດໄຟຟ້າ ຮີບຮ້ອນຄົ້ນຄວ້າ ແລະ ວາງແຜນແມ່ບົດລະດັບຊາດ ເພື່ອບັນລຸການນໍາໃຊ້ລົດໄຟຟ້າໃຫ້ໄດ້ 30% ໃນປີ 2030 ແລະ ກ້າວໄປສູ່ການຫັນປ່ຽນຢ່າງສົມບູນໃນອະນາຄົດ.
ໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງສະບັບ 06/ນຍ, ລົງວັນທີ 7 ມີນາ 2025 ວ່າດ້ວຍການຕິດຕາມ, ກວດກາ ແລະ ການແກ້ໄຂບັນຫາແຮ່ຄໍາຕົກຂ້ອນ, ຫີນ ແລະ ຊາຍ ຕາມບັນດາສາຍນໍ້າ, ຮ່ອງຫ້ວຍ ແລະ ການຄຸ້ມຄອງການຂຸດຄົ້ນແຮ່ທາດຕ່າງໆໃນຂອບເຂດທົ່ວປະເທດ; ຄຳສັ່ງເລກທີ 46/ນຍ, ລົງວັນທີ 13 ເມສາ 2026 ວ່າດ້ວຍການຕ້ານ ແລະ ສະກັດກັ້ນການລັກລອບຂຸດຄົ້ນ, ປຸງແຕ່ງ, ເກັບຊື້-ຂາຍ, ນໍາເຂົ້າ-ສົ່ງອອກແຮ່ທາດ ແລະ ຜະລິດຕະພັນແຮ່ທາດ ທີ່ບໍ່ຖືກຕ້ອງຕາມກົດໝາຍ ແລະ ລະບຽບການໃນຂອບເຂດທົ່ວປະເທດ, ລວມທັງທິດຊີ້ ນໍາຕ່າງໆຂອງລັດຖະບານ ຢ່າງເຂັ້ມງວດ ໂດຍໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເປັນເຈົ້າການຊີ້ນຳສົມທົບແໜ້ນກັບກໍາລັງ ປກຊ-ປກສ ສະກັດກັ້ນ ແລະ ປາບປາມຢ່າງຈິງຈັງ ເພື່ອແກ້ໄຂຢ່າງເດັດຂາດ, ໃນກໍລະນີພະນັກງານ-ລັດຖະກອນ, ຄະນະນໍາແຕ່ລະຂັ້ນ ມີການກະທໍາຜິດ ກໍໃຫ້ມີການປະຕິບັດວິໄນຢ່າງເຂັ້ມງວດ.
ສືບຕໍ່ລົງຕິດຕາມ, ກວດກາ ແລະ ຄຸ້ມຄອງບັນດາບໍລິສັດທ່ອງທ່ຽວ, ການບໍລິການຂົນສົ່ງນັກທ່ອງທ່ຽວ, ໂຮງ ແຮມ, ເຮືອນພັກ, ຮ້ານອາຫານ ແລະ ສະຖານທີ່ບັນເທີງ, ພະນັກງານນຳທ່ຽວ ທີ່ເຄື່ອນໄຫວເປີດບໍລິການບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ເກັບກໍາສະຖິຕິບັນດາຫົວໜ່ວຍທຸລະກິດທ່ອງທ່ຽວ ພ້ອມທັງແກ້ໄຂປາກົດການຫຍໍ້ທໍ້ທີ່ຕິດພັນໃນທຸລະກິດການທ່ອງທ່ຽວ.
ກະຊວງໂຍທາທິການ ແລະ ຂົນສົ່ງ ສືບຕໍ່ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງລ່າງໃນຂອບເຂດທົ່ວປະເທດ ໂດຍສະເພາະບັນດາກິດຈະກໍາ ແລະ ໂຄງການບຸລິມະສິດ ເພື່ອເຊື່ອມໂຍງ, ເຊື່ອມຈອດພາຍໃນ ແລະ ພາກພື້ນ ເອື້ອອຳນວຍໃຫ້ແກ່ການຜະລິດ, ການຄ້າ, ການທ່ອງທ່ຽວ ແລະ ການລົງທຶນ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມແຜນກຳນົດ; ສຳລັບນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ໃຫ້ພ້ອມກັນຕະລຸມບອນແກ້ໄຂບັນຫາທໍ່ລະບາຍນ້ຳບໍ່ໃຫ້ອຸດຕັນ ເພື່ອປ້ອງກັນບໍ່ໃຫ້ເກີດມີນ້ຳອັ່ງ, ນ້ຳຖ້ວມ ໃນເວລາມີຝົນຕົກໜັກ.
ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວ ໃຫ້ຄົບຖ້ວນ ດ້ວຍການສຸມໃສ່ການຫັນເປັນທັນສະໄໝໃຫ້ແຂງແຮງ ແລະ ປາກົດຜົນເປັນຈິງຫຼາຍຂຶ້ນ ເພື່ອໃຫ້ສາມາດເກັບລາຍຮັບເພີ່ມຂຶ້ນທົດແທນລາຍຮັບທີ່ຈະສູນເສຍຈາກການປະຕິບັດນະໂຍບາຍຫຼຸດຜ່ອນອັດຕາອາກອນຕ່າງໆ ກໍຄືຜົນກະທົບຕໍ່ສັງຄົມ; ສືບຕໍ່ປະຕິບັດນະໂຍບາຍອັດຕາແລກປ່ຽນຕາມກົນໄກຕະຫຼາດທີ່ມີການຄຸ້ມຄອງຂອງລັດ ຢູ່ໃນຂອບບໍ່ເກີນ ±1 ທຽບໃສ່ອັດຕາແລກປ່ຽນອ້າງອີງ; ດັດສົມເງິນຕາຕ່າງປະເທດ ເມື່ອເຫັນວ່າຈໍາເປັນ ແລະ ໃຫ້ສາມາດຮັບປະກັນການສະໜອງເງິນຕາຕ່າງປະເທດ ໃຫ້ການຊໍາລະການນໍາເຂົ້າສິນຄ້າທີ່ຈໍາເປັນ; ແລະ ໃຫ້ສືບຕໍ່ຈັດຕັ້ງປະຕິບັດການລວມສູນບັນຊີເງິນຝາກຂອງລັດຖະບານຢູ່ທະນາຄານແຫ່ງ ສປປລາວ.
ສຸມໃສ່ຈັດຕັ້ງຜັນຂະຫຍາຍຜົນກອງປະຊຸມສຸດຍອດຕ່າງໆ, ຜົນການເຄື່ອນໄຫວວຽກງານຕ່າງປະເທດຂອງການນຳພັກ-ລັດ, ແຜນຮ່ວມມືສອງຝ່າຍກັບບັນດາປະເທດເພື່ອນມິດຍຸດທະສາດ ແລະ ຂອບການຮ່ວມມືຫຼາຍຝ່າຍໃນອະນຸພາກພື້ນ ໃຫ້ເປັນຮູບປະທຳຫຼາຍຂຶ້ນ; ກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການນຳຂັ້ນສູງເຄື່ອນໄຫວວຽກງານຢູ່ຕ່າງປະເທດ.
ແຕ່ລະກະຊວງ-ອົງການ ເຊື່ອມຊຶມ, ກໍາແໜ້ນກົນໄກເຮັດວຽກຂອງລັດຖະບານ ຊຸດທີ X ແລະ ຫັນແຜນວຽກຈຸດສຸມຂອງລັດຖະບານ ຊຸດທີ X ມາເປັນແຜນດໍາເນີນງານ ແລະ ແຜນຈັດຕັ້ງປະຕິບັດຂອງກະຊວງ-ອົງການຕົນ.
ສ່ວນບັນດາບົດລາຍງານ ເປັນຕົ້ນ 1) ສະພາບພົ້ນເດັ່ນພາກພື້ນ ແລະ ສາກົນ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ລວມທັງສະພາບອຸບັດເຫດ, ອັກຄີໄພ ແລະ ບັນດາປາກົດການຫຍໍ້ທໍ້ໃນໄລຍະບຸນປີໃໝ່ລາວ; 2) ຄວາມຄືບໜ້າໃນການປັບປຸງສ້ອມແປງເສັ້ນທາງໃນທົ່ວປະເທດ; 3) ການແກ້ໄຂຜົນກະທົບຈາກພະຍຸໝາກເຫັບ; 4) ການກະກຽມຕ້ານໄພແຫ້ງແລ້ງ, ສະພາບໄຟໄໝ້ປ່າ, ການຖາງປ່າ-ຈູດປ່າ, ການແກ້ໄຂບັນຫາໝອກຄວັນ (PM2.5) ພ້ອມທັງສະເໜີມາດຕະການແກ້ໄຂ; 5) ການປະຕິບັດຄໍາສັ່ງ 40/ນຍ ວ່າດ້ວຍການແກ້ໄຂບັນຫານໍ້າມັນ ແລະ ຫັນວິກິດເປັນໂອກາດ ເພື່ອນໍາໃຊ້ລົດໄຟຟ້າ ແລະ ພະລັງງານທົດແທນ, ການແກ້ໄຂບັນຫາການລັກລອບຂຸດຄົ້ນແຮ່ທາດ ແລະ ທິດທາງການຄຸ້ມຄອງການພັດທະນາແຮ່ທາດໃນຕໍ່ໜ້າ ບົນພື້ນຖານການກວດກາ ແລະ ປະເມີນໂຄງການທີ່ໄດ້ອະນຸມັດຜ່ານມາ; 6) ສະພາບອັດຕາແລກປ່ຽນ, ເງິນເຟີ້ ແລະ ມາດຕະການແກ້ໄຂ. ກອງປະຊຸມໄດ້ຊີ້ນໍາພາກສ່ວນກ່ຽວຂ້ອງ ໄປປັບປຸງຕາມຄໍາເຫັນຂອງສະມາຊິກລັດຖະບານ ໂດຍສະເພາະການກຳນົດທິດທາງແຜນການ ກໍຄືແຜນວຽກຈຸດສຸມໃນຕໍ່ໜ້າ ໃຫ້ລະອຽດຈະແຈ້ງ, ຄົບຖ້ວນ, ແທດຕົວຈິງ, ລົງເລິກກະກຽມຄວາມພ້ອມຮັບມືຕໍ່ສະພາບຄວາມສ່ຽງ ແລະ ທ່າອຽງຕ່າງໆທີ່ອາດເກີດຂຶ້ນ, ຮັບປະກັນການຈັດຕັ້ງປະຕິບັດທັງໄລຍະສັ້ນ-ໄລຍະຍາວ, ມີຄວາມວ່ອງໄວທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ທັງສາມາດແກ້ໄຂໄດ້ບັນດາຂໍ້ຄົງຄ້າງ, ຊ່ອງວ່າງການສວຍໂອກາດ ແລະ ຫາງສຽງບໍ່ດີຕ່າງໆໃນຂົງເຂດວຽກງານດັ່ງກ່າວ.
ວາລະທີ 2 ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 2 ສະບັບຄື: 1) ຮ່າງແຜນຍຸດທະສາດການພັດທະນາຕະຫຼາດທຶນຂອງ ສປປລາວ 10 ປີ (2026-2035) ແລະ ວິໄສທັດຮອດປີ 2045; 2) ຮ່າງດຳລັດວ່າດ້ວຍກອງທຶນກັນ ແລະ ຄວບຄຸມເຊື້ອພະຍາດເອດ (HIV). ກອງປະຊຸມໄດ້ຊີ້ນໍາໃຫ້ພາກສ່ວນກ່ຽວຂ້ອງ ນໍາເອົາບັນດາຮ່າງນິຕິກຳດັ່ງກ່າວ ໄປປັບປຸງຕື່ມບາງດ້ານເປັນຕົ້ນ: ການຈັດລຽງເນື້ອໃນ ແລະ ໂຄງສ້າງນິຕິກຳ, ການກຳນົດຈຸດປະສົງ, ການອະທິບາຍຄຳສັບ, ການກຳນົດຂໍ້ຫ້າມ, ການກຳນົດເນື້ອໃນວຽກງານໂຄສະນາປຸກລະດົມ ແລະ ການມີສ່ວນຮ່ວມຂອງພາກສ່ວນຕ່າງໆ ເຮັດໃຫ້ບັນດານິຕິກຳມີເນື້ອໃນຄົບຖ້ວນສົມບູນ, ລະອຽດ-ຈະແຈ້ງ, ຮັດກຸມ, ສອດຄ່ອງກັບບັນດາກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ທີ່ໄດ້ປະກາດໃຊ້ແລ້ວ, ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ພັນທະສັນຍາຜູກພັນຕ່າງໆ, ພາຍຫຼັງປະກາດໃຊ້ແລ້ວ ໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ນອກນັ້ນ, ກອງປະຊຸມຍັງໄດ້ຄົ້ນຄວ້າຮ່າງດຳລັດວ່າດ້ວຍການຖອນສິດນໍາໃຊ້ທີ່ດິນ ໂດຍໄດ້ຊີ້ນຳໃຫ້ຂະແໜງການກ່ຽວຂ້ອງ ນຳໄປສືບຕໍ່ຄົ້ນຄວ້າປັບປຸງ, ຈັດສໍາມະນາລະດົມຄວາມຄິດເຫັນຈາກຫຼາຍພາກສ່ວນຕື່ມອີກ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມເດືອນພຶດສະພາ ທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ການຈັດຕັ້ງ, ບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງແຕ່ລະຂະແໜງການ.

(ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ)