(ສພຊ) – ຕອນແລງວັນທີ 25 ສິງຫານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຄໍາຜາ ພິມມະສອນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນປະຈຳເດືອນສິງຫາ 2026 ເຊິ່ງທ່ານກ່າວວ່າ: ກອງປະຊຸມໄດ້ໄຂຂຶ້ນໃນວັນທີ 24 ແລະ ອັດລົງໃນວັນທີ 25 ສິງຫາ ທີ່ສຳນັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ບັນດາປະທານ, ຮອງປະທານ, ຜູ້ຕາງໜ້າຄະນະກຳມະການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນສິງຫາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ ເຊິ່ງກອງປະຊຸມໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາ ຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື:
ວາລະທີ 1: ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງຄື: 1) ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນສິງຫາ ແລະ ທິດທາງແຜນການປະຈຳເດືອນກັນຍາຂອງລັດຖະບານ, 2) ສະພາບການຄຸ້ມຄອງລາຄາສິນຄ້າ ແລະ ການແກ້ໄຂບັນຫານໍ້າມັນເຊື້ອໄຟ, 3) ສະພາບໄພພິບັດທີ່ເກີດຂຶ້ນ ແລະ ແຜນການກຽມຄວາມພ້ອມຮັບມືໃນທ້າຍປີ 2026; ໃນນັ້ນ:
ຕໍ່ກັບສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນສິງຫາຂອງລັດຖະບານ ເຫັນວ່າ: ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຮາກຖານ ແລະ ຈຸດລໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ເກັບກູ້ອາວຸດ, ວັດຖຸລະເບີດ, ແກ້ງສະແກມເມີ, ການລັກລອບຄົນເຂົ້າ-ອອກເມືອງ, ການນໍາເຂົ້າ ແລະ ນໍາໃຊ້ພາຫະນະບໍ່ຖືກຕ້ອງ, ອຸປະຕິເຫດຕາມທ້ອງຖະໜົນ; ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 72% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 48% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ ສະເລ່ຍຢູ່ໃນລະດັບ 7.6%; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດຮັບໃຊ້ພາຍໃນ ແລະ ເປັນສິນຄ້າ ເພື່ອທົດແທນການນໍາເຂົ້າ, ທັງໄດ້ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການຕ່າງໆ ຢ່າງເປັນເຈົ້າການ. ນອກຈາກນັ້ນ, ການກໍ່ສ້າງ-ປັບປຸງພື້ນຖານໂຄງລ່າງເສັ້ນທາງ-ຂົວ, ວຽກງານປະກັນສັງຄົມ, ການພັດທະນາຫັນເປັນດິຈິຕອນ ແລະ ທັນສະໄໝ, ການສະໜອງນໍ້າມັນເຊື້ອໄຟ, ການສົ່ງເສີມນຳໃຊ້ລົດໄຟຟ້າ ແລະ ພະລັງງານສະອາດ, ການປັບປຸງຄຸນນະພາບການສຶກສາ, ການກະກຽມເປີດສົກຮຽນໃໝ່ ສົກຮຽນ 2026-2027, ການສ້າງຄອບຄົວວັດທະນະທໍາ, ການປັບປຸງພື້ນຖານໂຄງລ່າງ ແລະ ການບໍລິການການທ່ອງທ່ຽວ, ການປ້ອງກັນພະຍາດຕາມລະດູການ, ການປັບປຸງການບໍລິການດ້ານສາທາລະນະສຸກ, ການຂະຫຍາຍຕາໜ່າງໄຟຟ້າຮັບໃຊ້ປະຊາຊົນ, ການເຄື່ອນໄຫວວຽກງານຕ່າງປະເທດ ແລະ ອື່ນໆ ລ້ວນແຕ່ໄດ້ຮັບການຈັດຕັ້ງປະຕິບັດຢ່າງຄືບໜ້າ; ພ້ອມດຽວກັນນັ້ນ, ລັດຖະບານໄດ້ເອົາໃຈໃສ່ຊີ້ນໍາ ແລະ ຊ່ວຍເຫຼືອເບື້ອງຕົ້ນ ໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຈາກໄພພິບັດນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ 8 ແຂວງ ເຊິ່ງທ່ານນາຍົກລັດຖະມົນຕີ, ບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານຈໍານວນໜຶ່ງ ກໍໄດ້ລົງຕິດຕາມແກ້ໄຂ ແລະ ມອບການຊ່ວຍເຫຼືອໃຫ້ແກ່ປະຊາຊົນທີ່ຖືກຜົນກະທົບຢູ່ພື້ນທີ່ຕົວຈິງໃນທ້ອງຖິ່ນຕ່າງໆ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ແກ້ໄຂໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ ບັນຫາສະແກມເມີ, ອຸປະຕິເຫດ, ການຄ້າຂາຍຢາເສບຕິດ ແລະ ອື່ນໆ ຍັງເກີດຂຶ້ນຈຳນວນບໍ່ໜ້ອຍ; ການຈັດຕັ້ງປະຕິບັດໂຄງການທີ່ເປັນບຸລິມະສິດຂອງລັດຖະບານ ຍັງມີຄວາມຄືບໜ້າຊ້າ; ການນໍາເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ຜະລິດພາຍໃນໄດ້ແລ້ວ ແຕ່ຍັງບໍ່ມີທ່າອຽງຫຼຸດລົງ; ເອົາໃຈໃສ່ການປະຕິບັດນະໂຍບາຍນໍາໃຊ້ລົດໄຟຟ້າ ແລະ ພະລັງງານສະອາດ ຢ່າງແຂງແຮງ; ການຈັດຕັ້ງປະຕິບັດວຽກງານ ແລະ ການແບ່ງຄວາມຮັບຜິດຊອບ ລະຫວ່າງເມືອງ, ຕາແສງ ແລະ ບ້ານ ໃຫ້ມີຄວາມຊັດເຈນ, ໂລ່ງລ່ຽນ ແລະ ບໍລິການຮັບໃຊ້ປະຊາຊົນຢ່າງທັນການ.
ວາລະທີ 2: ກອງປະຊຸມເຫັນດີດ້ານຫຼັກການຮັບຮອງເອົາຮ່າງນິຕິກໍາ ຈໍານວນ 12 ສະບັບ (ມີຮ່າງກົດໝາຍປັບປຸງ 9 ສະບັບ) ຄື: 1) ຮ່າງກົດໝາຍວ່າດ້ວຍລັດຖະບານ, 2) ຮ່າງກົດໝາຍວ່າດ້ວຍຈັດຊື້-ຈັດຈ້າງ ດ້ວຍທຶນຂອງລັດ, 3) ຮ່າງກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ, 4) ຮ່າງກົດໝາຍວ່າດ້ວຍພົນລະເຮືອນ, 5) ຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ, 6) ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ, 7) ຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ, 8) ຮ່າງກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ, 9) ຮ່າງກົດໝາຍວ່າດ້ວຍກໍາລັງປ້ອງກັນຄວາມສະຫງົບປະຊາຊົນ, 10) ຮ່າງຄໍາສັ່ງວ່າດ້ວຍການປັບປຸງນະໂຍບາຍ ແລະ ເພີ່ມທະວີການຄຸ້ມຄອງການພັດທະນາແຮ່ທາດໃນໄລຍະໃໝ່, 11) ຮ່າງດໍາລັດວ່າດ້ວຍມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ (ປັບປຸງ), 12) ຮ່າງດຳລັດວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແຂວງຜົ້ງສາລີ ແລະ ແຂວງຫົວພັນ. ໃນນັ້ນ, ກອງປະຊຸມໄດ້ຊີ້ນຳໃຫ້ກະຊວງ-ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ລະອຽດຈະແຈ້ງ, ຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ; ພາຍຫຼັງປັບປຸງບັນດາຮ່າງກົດໝາຍສຳເລັດແລ້ວ ຈຶ່ງສະເໜີນຳເຂົ້າຜ່ານກອງປະຊຸມສະພາແຫ່ງຊາດ ພິຈາລະນາຮັບຮອງ, ສະເພາະຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະ ຮ່າງກົດໝາຍວ່າດ້ວຍປະກັນສັງຄົມ ມອບໃຫ້ຄະນະຮັບຜິດຊອບນໍາໄປປັບປຸງຕື່ມ ເພື່ອຄົ້ນຄວ້າໂຮມເຂົ້າເປັນກົດໝາຍດຽວ ໃຫ້ສອດຄ່ອງກັບເງື່ອນໄຂສະພາບຕົວຈິງ, ສ່ວນຮ່າງດຳລັດວ່າດ້ວຍນະໂຍບາຍການພັດທະນາເສດຖະກິດ-ສັງຄົມ ແຂວງຜົ້ງສາລີ ແລະ ແຂວງຫົວພັນ ແມ່ນມອບໃຫ້ພາກສ່ວນກ່ຽວຂ້ອງກວດກາຄືນ ເພື່ອໃຫ້ສອດຄ່ອງກັບແຜນພັດທະນາເສດຖະກິດ-ສັງຄົມ ພ້ອມທັງຈັດລຽງບຸລິມະສິດແຜນພັດທະນາພື້ນຖານໂຄງລ່າງຕ່າງໆ ຢ່າງມີຈຸດສຸມ ແລະ ສອດຄ່ອງກັບບັນດາທ່າແຮງບົ່ມຊ້ອນຂອງແຕ່ລະທ້ອງຖິ່ນ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນກັນຍາ, ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນດັ່ງນີ້:
1. ສືບຕໍ່ສຸມໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຮັກສາຄວາມສະຫງົບຕາມຊາຍແດນ; ສຸມໃສ່ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ເປັນຕົ້ນ ອາຊະຍາກໍາລະບົບຄອມພິວເຕີ, ຢາເສບຕິດ, ການປຸ້ນຈີ້ຊິງຊັບ, ອຸປະຕິເຫດຕາມທ້ອງຖະໜົນ ໃຫ້ຫຼຸດລົງ.
2. ສືບຕໍ່ສຸມໃສ່ແກ້ໄຂ ແລະ ຊ່ວຍເຫຼືອບັນເທົາທຸກຈາກຜົນກະທົບນ້ຳຖ້ວມ ໃຫ້ກັບຄືນສູ່ປົກກະຕິໂດຍໄວ, ແກ້ໄຂເສັ້ນທາງທີ່ຖືກນໍ້າເຊາະເຈື່ອນ-ຕັດຂາດ ໃຫ້ສາມາດໄປມາໄດ້, ກະກຽມຄວາມພ້ອມຮອບດ້ານໃນການຮັບມືກັບໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນໃນຕໍ່ໜ້າ, ໃຫ້ຕິດຕາມຄວາມປອດໄພຂອງເຂື່ອນ ລວມທັງການຈັດການປະລິມານນ້ຳໃນເຂື່ອນໃຫ້ດີ.
3. ສຸມໃສ່ກະກຽມບັນດາເນື້ອໃນທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ໃຫ້ພ້ອມ ແລະ ເຂົ້າຮ່ວມລາຍງານຕໍ່ກອງປະຊຸມກົມການເມືອງຮ່ວມກັບຄະນະເລຂາທິການສູນກາງພັກ ປະຈຳເດືອນສິງຫາ 2026.
4. ຮີບຮ້ອນຜັນຂະຫຍາຍມະຕິ 34/ສພຊ, ວ່າດ້ວຍການຮັບຮອງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໂດຍສະເພາະການສ້າງແຜນງານ, ໂຄງການລະອຽດ ແລະ ແຜນງົບປະມານ ທີ່ຈະຈັດຕັ້ງປະຕິບັດບັນດາວຽກຈຸດສຸມຂອງວາລະແຫ່ງຊາດ ແລ້ວລາຍງານຕໍ່ກອງປະຊຸມລັດຖະບານໃນເດືອນກັນຍາ ຫຼື ເດືອນຕຸລາ ກ່ອນຈະນຳສະເໜີຜ່ານກອງປະຊຸມສະພາແຫ່ງຊາດ ໃນທ້າຍປີນີ້.
5. ໃຫ້ບັນດາກະຊວງ-ອົງການທຽບເທົ່າ ຮີບຮ້ອນແບ່ງພາລະບົດບາດ, ຄວາມຮັບຜິດຊອບລະຫວ່າງເມືອງ, ຕາແສງ ແລະ ບ້ານ ໃນການປະຕິບັດວຽກງານຂອງຂະແໜງການຕ່າງໆ ໃຫ້ສຳເລັດໃນເດືອນກັນຍານີ້.
6. ສຸມໃສ່ເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຂະຫຍາຍຖານອາກອນມູນຄ່າເພີ່ມໃຫ້ໄດ້ຫຼາຍ, ທັງສຸມໃສ່ການເຊື່ອມໂຍງຂໍ້ມູນການຈັດເກັບລາຍຮັບ ກັບບັນດາຂະແໜງການທີ່ກ່ຽວຂ້ອງ.
7. ສືບຕໍ່ຊຸກຍູ້ການຜະລິດເປັນສິນຄ້າເພື່ອສົ່ງອອກ ແລະ ທົດແທນການນຳເຂົ້າ ໄປຄຽງຄູ່ກັບການຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໂດຍສະເພາະຊີ້ນໝູແຊ່ແຂງຈາກຕ່າງປະເທດ ທີ່ມີລາຄາຕ່ຳ ແລະ ບໍໍ່ຮັບປະກັນດ້ານຄຸນນະພາບ, ພ້ອມທັງໃຫ້ລົງຊ່ວຍແຂວງໄຊຍະບູລີ ໃນການຄວບຄຸມການລະບາດພະຍາດອະຫິວາໝູ.
8. ສືບຕໍ່ກະກຽມເປີດສົກຮຽນໃໝ່ ສົກປີ 2026-2027 ທຸກຊັ້ນຮຽນ ແລະ ເປີດມະຫາວິທະຍາໄລສ້າງຄູແຫ່ງຊາດ.
9. ສືບຕໍ່ຕິດຕາມຊຸກຍູ້, ກວດກາຂໍ້ມູນ ແລະ ຈັດແບ່ງງົບປະມານ ເພື່ອແກ້ໄຂນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດການປະຕິວັດຊາດປະຊາທິປະໄຕ.
10. ສືບຕໍ່ຕິດຕາມ, ເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ພະຍາດລະບາດຕາມລະດູການ; ສືບຕໍ່ຄຸ້ມຄອງ ແລະ ກວດກາເຂັ້ມງວດຕໍ່ຄຸນນະພາບ, ມາດຕະຖານຂອງອາຫານ, ຢາ ແລະ ຜະລິດຕະພັນການແພດ ໃຫ້ໄດ້ມາດຕະຖານ ແລະ ຮັບປະກັນຄວາມປອດໄພ.
11. ສືບຕໍ່ກະກຽມຈັດງານສັບປະດາວັດທະນະທໍາ ລາວ-ກຳປູເຈຍ, ລວມທັງລາຍການສະແດງ ເພື່ອຮັບໃຊ້ການເປັນເຈົ້າພາບຈັດກອງປະຊຸມທົບທວນສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ຮອບວຽນທີ 3 ໃຫ້ດີ ໂດຍຖືເປັນໂອກາດດຶງດູດ ແລະ ສົ່ງເສີມການທ່ອງທ່ຽວລາວ.
12. ສືບຕໍ່ຂະຫຍາຍເຄືອຂ່າຍໂທລະຄົມ, ສັນຍານອິນເຕີເນັດ ໄປສູ່ເຂດຫ່າງໄກສອກຫຼີກທີ່ຍັງບໍ່ທັນມີສັນຍານ, ຊຸກຍູ້ການນຳໃຊ້ລະບົບ (G-Chat) ແລະ ລະບົບບໍລິຫານດິຈິຕອນ ເພື່ອຫັນເປັນລັດດິຈິຕອນ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ.
13. ສືບຕໍ່ປັບປຸງກົນໄກ ແລະ ວິທີການ ໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ໃຫ້ໄວ ແລະ ໄດ້ຫຼາຍຂຶ້ນ, ທັງສຸມໃສ່ແກ້ໄຂວັດຖຸມີຄ່າ ແລະ ຊັບສິນທີ່ຍຶດໄດ້ຈາກຄະດີຕ່າງໆ ໃຫ້ໄວຂຶ້ນ.
14. ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ຕ້ອນຮັບການມາຢ້ຽມຢາມ ສປປລາວ ຢ່າງເປັນທາງການ ຂອງການນຳຂັ້ນສູງປະເທດເພື່ອນມິດ ໃຫ້ໄດ້ຮັບຜົນດີ.
ໃນຕອນທ້າຍ, ທ່ານນາຍົກລັດຖະມົນຕີໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ຈົ່ງນໍາເອົາແຜນວຽກຈຸດສຸມປະຈຳເດືອນກັນຍາທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການຕົນໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງ ກໍຄືບຸກຄະລາກອນແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດຊັດເຈນ.
(ຂ່າວ ແລະ ພາບ: ກົມປະຊາສໍາພັນ ຫສນຍ)

