(ສພຊ) – ຕອນແລງວັນທີ 23 ກັນຍານີ້ ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ເຂິງຄໍາ ແກ້ວໜູຈັນ ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນກັນຍາ 2026 ເຊິ່ງທ່ານໃຫ້ຮູ້ວ່າ: ກອງປະຊຸມດັ່ງກ່າວ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 22 ແລະ ອັດລົງໃນຕອນແລງວັນທີ 23 ກັນຍາ ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະ ທານຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ; ມີບັນດາທ່ານຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າຈາກບັນດາກະຊວງ-ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ນອກນັ້ນ, ຍັງມີບັນດາຄະນະນຳອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນຕໍ່ການລາຍງານສະພາບພົ້ນເດັ່ນປະຈຳເດືອນກັນຍາ ແລະ ທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ 2026 ເຊິ່ງກອງປະຊຸມໄດ້ຄົ້ນຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ພິຈາລະນາຕໍ່ບັນດາຫົວຂໍ້ທີ່ສໍາຄັນຄື:
ວາລະທີ 1. ສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຄື: (1) ການປະຕິບັດວຽກຈຸດສຸມພົ້ນເດັ່ນປະຈໍາເດືອນກັນຍາ ແລະ ທິດທາງແຜນການປະຈຳເດືອນຕຸລາ 2026 ຂອງລັດຖະບານ; (2) ການຈັດຕັ້ງປະຕິບັດມະຕິ 02/ລບ, ລົງວັນທີ 25 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດມະຕິ 04/ກມສພ, ລົງວັນທີ 11 ເມສາ 2024 ວ່າດ້ວຍການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງໃນໄລຍະໃໝ່; (3) ການປະຕິບັດຂໍ້ຕົກລົງ 08/ນຍ, ລົງວັນທີ 09 ກຸມພາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບຈັດຕັ້ງຜັນຂະຫຍາຍບັນດາຂໍ້ສະເໜີຂອງບັນດາກະຊວງ-ອົງການ ແລະ ອົງການປົກຄອງນະຄອນຫຼວງ ແລະ ບັນດາແຂວງ ຕໍ່ການນໍາພາລວມຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ; (4) ລາຍງານຄວາມຄືບໜ້າໃນການປະຕິບັດຂໍ້ຕົກລົງສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ວ່າດ້ວຍການແບ່ງຄວາມຮັບຜິດຊອບໃຫ້ກະຊວງ-ອົງການທຽບເທົ່າ ລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ; (5) ການຜັນຂະຫຍາຍ ແລະ ການຈັດຕັ້ງປະຕິບັດ ມະຕິ 62/ຄບສພ ແລະ ມະຕິ 34/ສພຊ ກ່ຽວກັບວຽກງານກໍ່ສ້າງຮາກຖານການເມືອງ, ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕິດພັນກັບວຽກງານ 3 ສ້າງ ໃນໄລຍະໃໝ່ ແລະ ຄວາມຄືບໜ້າໃນການກະກຽມຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; (6) ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2026 ແລະ ທິດທາງແຜນການປະຈໍາປີ 2027 ຕິດພັນກັບການແບ່ງຄວາມຮັບຜິດຊອບໃນດໍາລັດ 08/ນຍ, ລົງວັນທີ 27 ມັງກອນ 2026. ໃນນັ້ນ:

ຕໍ່ການສະຫຼຸບວຽກງານພົ້ນເດັ່ນປະຈໍາເດືອນກັນຍາຂອງລັດຖະບານ: ກອງປະຊຸມໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ ບວກກັບສະພາບພາຍໃນປະເທດ ມີຝົນຕົກໜັກ ເຮັດໃຫ້ນໍ້າຖ້ວມ-ນໍ້າໄຫຼຊຸ ຢູ່ບາງທ້ອງຖິ່ນ ພາໃຫ້ມີຜົນເສຍຫາຍທັງຊີວິດ ແລະ ຊັບສິນ, ແຕ່ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ ແລະ ມາດຕະການທີ່ກຳນົດໄວ້ ມີຜົນສໍາເລັດຫຼາຍດ້ານ ເປັນຕົ້ນ: ທົ່ວປະເທດສືບຕໍ່ຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍໂດຍພື້ນຖານ; ໄດ້ສືບຕໍ່ຫັນລົງກໍ່ສ້າງຮາກຖານການເມືອງຢູ່ບັນດາຮາກຖານ ແລະ ຈຸດລໍ່ແຫຼມ; ໄດ້ເອົາໃຈໃສ່ສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ. ມາຮອດປັດຈຸບັນ ສາມາດເກັບລາຍຮັບເຂົ້າງົບປະມານໄດ້ 78% ຂອງແຜນການປີ, ປະຕິບັດແຜນລາຍຈ່າຍງົບປະມານໄດ້ 56% ຂອງແຜນການປີ, ສາມາດຄວບຄຸມອັດຕາເງິນເຟີ້ສະເລ່ຍຢູ່ໃນລະດັບ 7.7%; ໄດ້ຮີບຮ້ອນປະສານສົມທົບສະກັດກັ້ນ, ຕອບໂຕ້ ແລະ ແກ້ໄຂການລະບາດຂອງພະຍາດອະຫິວາໝູ ຢູ່ 6 ແຂວງ ຕາມຫຼັກວິຊາການ ເພື່ອບໍ່ໃຫ້ແຜ່ລາມອອກສູ່ວົງກວ້າງ; ໄດ້ເອົາໃຈໃສ່ສົ່ງເສີມການຜະລິດເພື່ອທົດແທນການນຳເຂົ້າ ແລະ ເປັນສິນຄ້າ, ທັງຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ; ໄດ້ສຸມໃສ່ປັບປຸງກົນໄກຄຸ້ມຄອງການຂົນສົ່ງລົດໄຟໃຫ້ມີຄວາມສະຫງົບ ແລະ ປອດໄພຮອບດ້ານ; ໄດ້ພັດທະນາສີມືແຮງງານຕາມມາດຕະຖານສີມືແຮງງານແຫ່ງຊາດ ແລະ ສົ່ງເສີມທຸກພາກສ່ວນເສດຖະກິດ ຈັດຫາວຽກເຮັດງານທໍາເຂົ້າສູ່ຕະຫຼາດແຮງງານພາຍໃນ ແລະ ຕ່າງປະເທດ ທີ່ຖືກຕ້ອງຕາມກົດໝາຍ ໄດ້ 11 ພັນກວ່າຄົນ ເທົ່າກັບ 174% ຂອງແຜນການເດືອນ; ໄດ້ສົ່ງເສີມມາດຕະຖານແຮງງານ, ປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ ແລະ ຜູ້ໃຊ້ແຮງງານ ຕາມກົດໝາຍ ແລະ ລະບຽບການ; ສໍາເລັດການສ້າງຂະບວນການເປີດສົກຮຽນໃໝ່ 2026-2027 ແລະ ສະຫຼຸບຖອດຖອນບົດຮຽນການຈັດຕັ້ງປະຕິບັດການສອບເສັງຈົບຊັ້ນມັດທະຍົມສຶກສາຕອນປາຍ ສົກຮຽນ 2025-2026 ທົ່ວປະເທດ; ໄດ້ເອົາໃຈໃສ່ປັບປຸງການບໍລິການດ້ານສາທາລະນະສຸກ ແລະ ປ້ອງກັນການແຜ່ລະບາດຂອງພະຍາດຕາມລະດູການຢ່າງໃກ້ຊິດ; ການນຳ ແລະ ສະມາຊິກລັດຖະບານຈຳນວນໜຶ່ງ ໄດ້ລົງຮາກຖານຢູ່ບາງບ້ານ, ຕາແສງ, ເມືອງ ແລະ ບາງແຂວງ, ພ້ອມທັງນໍາເອົາວັດຖຸ ແລະ ທຶນຮອນຈໍານວນໜຶ່ງ ໄປຊ່ວຍແກ້ໄຂຜົນກະທົບຈາກໄພນໍ້າຖ້ວມ; ໄດ້ສືບຕໍ່ສຸມໃສ່ບູລະນະສ້ອມແປງເສັ້ນທາງຫຼວງແຫ່ງຊາດ, ບັນດາເສັ້ນທາງທີ່ໄດ້ຮັບຜົນກະທົບຈາກໄພພິບັດ ໃຫ້ສາມາດທຽວໄປມາໄດ້; ໄດ້ສຸມໃສ່ປັບປຸງສະພາບແວດລ້ອມທ່ອງທ່ຽວ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ; ໄດ້ເອົາໃຈໃສ່ຕິດຕາມສະພາບການພາກພື້ນ ແລະ ສາກົນຢ່າງໃກ້ຊິດ, ການນຳພັກ-ລັດ ໄດ້ເຄື່ອນໄຫວຢ້ຽມຢາມບັນດາປະເທດເພື່ອນມິດ ແລະ ເຂົ້າຮ່ວມບັນດາກອງປະຊຸມສາກົນ, ທັງໄດ້ຕ້ອນຮັບຄະນະຜູ້ແທນຂັ້ນສູງ ແລະ ອົງການຈັດຕັ້ງສາກົນ ຢູ່ ສປປລາວ.
ຄຽງຄູ່ກັບຜົນສຳເລັດດັ່ງກ່າວ ກໍຍັງມີວຽກງານຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ເອົາໃຈໃສ່ແກ້ໄຂໃຫ້ມີປະສິດທິຜົນຫຼາຍກວ່າເກົ່າ ເປັນຕົ້ນ: ການຈັດຕັ້ງປະຕິບັດບັນດາມະຕິ, ຄຳສັ່ງ ແລະ ນິຕິກຳຂອງລັດຖະບານ; ການນຳພາທາງດ້ານການ ເມືອງ-ແນວຄິດ ໃຫ້ພະນັກງານ ແລະ ປະຊາຊົນ; ບັນຫາສະແກມເມີ, ອຸບັດເຫດຕາມທ້ອງຖະໜົນ, ການຄ້າຂາຍຢາເສບຕິດ, ການຄ້າຂາຍ ແລະ ນຳເຂົ້າສິນຄ້ານອກລະບົບ, ການແອບອ້າງທາງດ້ານພຸດທະສາສະໜາ; ການຄຸ້ມຄອງບັນດາໂຮງໝໍ, ຫ້ອງກວດພະຍາດຂອງເອກະຊົນ ແລະ ສະຖານທີ່ເສີມຄວາມງາມ; ການແກ້ໄຂ ແລະ ຄຸ້ມຄອງແຮງງານຕ່າງປະເທດ; ສະພາບການສ້າງຂ່າວປອມ, ຂ່າວບິດເບືອນ, ການຍຸແຍ່ແບ່ງແຍກຄວາມສາມັກຄີພາຍໃນ ແລະ ບັນຫາອື່ນໆ.
ວາລະທີ 2. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງ: (1) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອຄວາມສະເໝີພາບຍິງ-ຊາຍ 5 ປີ ຄັ້ງທີ V (2026-2030); (2) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອແມ່ ແລະ ເດັກ 5 ປີ ຄັ້ງທີ IV (2026-2030); (3) ຮ່າງແຜນດໍາເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ຄວາມຮຸນແຮງຕໍ່ເດັກ 5 ປີ ຄັ້ງທີ III (2026-2030) ໂດຍໄດ້ຊີ້ນໍາສູນກາງສະຫະພັນແມ່ຍິງລາວ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງບັນດາຮ່າງແຜນດຳເນີນງານດັ່ງກ່າວຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນແມ່ນບົດບາດຄວາມສຳຄັນຂອງວຽກງານ, ຂໍ້ມູນສະຖິຕິດ້ານຕ່າງໆທີ່ກ່ຽວຂ້ອງ, ການກຳນົດບັນດາເປົ້າໝາຍຈຸດສຸມ ກໍຄືໜ້າວຽກທີ່ຈະຕ້ອງໄດ້ແກ້ໄຂ ແລະ ຜັນຂະຫຍາຍ-ສົ່ງເສີມ, ການນຳໃຊ້ເຕັກໂນໂລຊີເຂົ້າໃນວຽກງານ, ການກຳນົດແຜນໂຄສະນາເຜີຍແຜ່-ແນະນຳ ແລະ ອື່ນໆ ໃຫ້ລະອຽດຈະແຈ້ງ ແລະ ຄົບຖ້ວນສົມບູນກວ່າເກົ່າ.
ວາລະທີ 3. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງ: (1) ຮ່າງຍຸດທະສາດປັນຍາປະດິດແຫ່ງຊາດ (ປີ 2026-2035); (2) ຮ່າງຍຸດທະສາດພັດທະນາ ແລະ ນໍາໃຊ້ດາວທຽມຢູ່ ສປປລາວ ໄລຍະແຕ່ປີ 2026-2035 ໂດຍໄດ້ຊີ້ນຳກະຊວງເຕັກໂນໂລຊີ ແລະ ການສື່ສານ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ: ການກຳນົດຈຸດສຸມພັດທະນາລະບົບພື້ນຖານໂຄງລ່າງ, ຖານຂໍ້ມູນ, ຊັບພະຍາກອນມະນຸດ ແລະ ການນຳໃຊ້; ການກຳນົດຂອບເຂດການນຳໃຊ້; ການກຳນົດເງື່ອນໄຂການລົງທຶນ ແລະ ການຮ່ວມມືໃນວຽກງານດັ່ງ ກ່າວ; ການກຳນົດຍຸດທະສາດຄວາມເປັນກາງໃນການຮ່ວມມືທາງດ້ານເຕັກໂນໂລຊີ; ການຈັດລຽງບຸລິມະສິດ ແລະ ນະໂຍບາຍຕໍ່ຂົງເຂດວຽກງານຕ່າງໆ ທີ່ຈະຕ້ອງນຳໃຊ້ໃຫ້ເກີດປະໂຫຍດສູງສຸດ.
ວາລະທີ 4. ກອງປະຊຸມເຫັນດີດ້ານຫຼັກການຮັບຮອງ: (1) ຮ່າງກົດໝາຍວ່າດ້ວຍໄຟຟ້າ (ປັບປຸງ); (2) ຮ່າງກົດໝາຍວ່າດ້ວຍແຮ່ທາດ (ປັບປຸງ); (3) ການໂຮມຮ່າງກົດໝາຍວ່າດ້ວຍການປະກັນສຸຂະພາບ ແລະ ຮ່າງກົດໝາຍວ່າດ້ວຍການປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ; (4) ຜົນການຄົ້ນຄວ້າຮ່າງນິຕິກໍາກ່ຽວກັບການແບ່ງຂັ້ນຄຸ້ມຄອງ ແລະ ຄວາມຮັບຜິດຊອບຂອງຂະແໜງການຕ່າງໆຂັ້ນຕາແສງ ໂດຍໄດ້ຊີ້ນຳກະຊວງ-ອົງການ ສົມທົບກັບພາກສ່ວນກ່ຽວຂ້ອງ ນຳເອົາຮ່າງນິຕິກຳທີ່ຕິດພັນກັບຂະແໜງການຂອງຕົນ ໄປປັບປຸງຕາມຄຳເຫັນຂອງສະມາຊິກລັດຖະບານ ໃຫ້ມີເນື້ອໃນສອດ ຄ່ອງກັບສະພາບຕົວຈິງ, ລະອຽດຈະແຈ້ງ, ຮັດກຸມ, ຄົບຖ້ວນສົມບູນ ແລະ ສາມາດຈັດຕັ້ງປະຕິບັດໄດ້ຢ່າງໂລ່ງລ່ຽນ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນສູງ.
ວາລະທີ 5. ກອງປະຊຸມໄດ້ຊີ້ນຳການປັບປຸງການອອກແບບກາໝາຍໃໝ່ຂອງກະຊວງວັດທະນະທໍາ ແລະ ການທ່ອງທ່ຽວ ແລ້ວມາຜ່ານທ່ານນາຍົກລັດຖະມົນຕີ ແລະ ບັນດາທ່ານຮອງນາຍົກລັດຖະມົນຕີ ເພື່ອມີຄຳເຫັນຕື່ມອີກ.
ສຳລັບທິດທາງແຜນວຽກຈຸດສຸມປະຈຳເດືອນຕຸລາ, ກອງປະຊຸມໄດ້ຊີ້ນໍາຂະແໜງການ, ທ້ອງຖິ່ນ ແລະ ພາກສ່ວນກ່ຽວຂ້ອງ ເອົາໃຈໃສ່ບັນດາວຽກງານສຳຄັນດັ່ງນີ້:
(1) ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ, ເພີ່ມທະວີການແກ້ໄຂປາກົດການຫຍໍ້ທໍ້ຕ່າງໆໃນສັງຄົມ ໂດຍສະເພາະບັນຫາສະແກມເມີ, ຢາເສບຕິດ, ການປຸ້ນຈີ້ຊີງຊັບ, ອຸບັດເຫດຕາມທ້ອງຖະໜົນ ໃຫ້ຫຼຸດຜ່ອນລົງ ແລະ ຮັບປະກັນຄວາມປອດໄພຮອບດ້ານ.
(2) ສືບຕໍ່ສຸມໃສ່ການເກັບລາຍຮັບງົບປະມານຈາກແຫຼ່ງລາຍຮັບທີ່ມີແລ້ວໃຫ້ຄົບຖ້ວນ ແລະ ຊອກແຫຼ່ງລາຍຮັບອື່ນຕາມທ່າແຮງຂອງຕົນ, ທັງຫັນເປັນທັນສະໄໝ ແລະ ຄຸ້ມຄອງລາຍຈ່າຍໃຫ້ມີປະສິດທິພາບສູງກວ່າເກົ່າ.
(3) ສືບຕໍ່ລົງຊ່ວຍແຂວງ ໃນການສ້າງຄວາມເຂັ້ມແຂງໃຫ້ແກ່ຕາແສງ ໂດຍສະເພາະເລັ່ງປັບປຸງນິຕິກໍາກ່ຽວກັບການແບ່ງຄວາມຮັບຜິດຊອບຂອງຂະແໜງການຕ່າງໆຕໍ່ວຽກງານດັ່ງກ່າວ.
(4) ສຸມໃສ່ກະກຽມເນື້ອໃນ ແລະ ເຂົ້າຮ່ວມລາຍງານຕໍ່ກອງປະຊຸມສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XII ທີ່ຈະຈັດຂຶ້ນໃນໄລຍະມໍ່ໆນີ້ ໂດຍສະເພາະຮ່າງນິຕິກຳທີ່ຕິດພັນກັບກະຊວງສຶກສາທິການ ແລະ ກິລາ, ກະຊວງປ້ອງກັນປະເທດ ແລະ ກະຊວງອຸດສາຫະກຳ ແລະ ການຄ້າ.
(5) ສຸມໃສ່ກະກຽມເນື້ອໃນທີ່ຕິດພັນກັບຄວາມຮັບຜິດຊອບຂອງລັດຖະບານ ທີ່ຈະລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈະຈັດຂຶ້ນໃນເດືອນຕຸລານີ້ ໃຫ້ສໍາເລັດທັນເວລາ ໃນນັ້ນ, ໃຫ້ ຫສນຍ ສົມທົບກັບກະຊວງການເງິນ ກະກຽມບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈໍາປີ 2027; ນອກນັ້ນ, ໃຫ້ກະຊວງ-ອົງການທີ່ກ່ຽວຂ້ອງ ກະກຽມລາຍງານຮ່າງກົດໝາຍ 8 ສະບັບ ທີ່ໄດ້ກໍານົດໄວ້.
(6) ສຸມໃສ່ເລັ່ງທວງ ແລະ ປັບປຸງບັນດານິຕິກໍາ ກໍຄືນະໂຍບາຍສໍາຄັນຂອງລັດຖະບານ ທີ່ໄດ້ຜ່ານກອງປະຊຸມລັດຖະບານ ແລະ ກອງປະຊຸມນາຍົກ-ຮອງນາຍົກລັດຖະມົນຕີ ເປັນຕົ້ນແມ່ນຄໍາສັ່ງກ່ຽວກັບການກໍານົດເງື່ອນໄຂພັດທະນາແຮ່ທາດ ແລະ ດໍາລັດກໍານົດນະໂຍບາຍສໍາລັບແຂວງຜົ້ງສາລີ ແລະ ແຂວງຫົວພັນ.
(7) ໃຫ້ຮີບຮ້ອນແກ້ໄຂບັນຫາສູນປະຕິບັດທຳຫຼັກ 38 ເມືອງປາກງື່ມ ທີ່ມີການເຄື່ອນໄຫວບໍ່ສອດຄ່ອງກັບແນວທາງນະໂຍບາຍ, ກົດໝາຍ ແລະ ລະບຽບການ, ທັງບິດເບືອນຫຼັກທຳຄຳສອນທາງພຸດທະສາສະໜາ ແລະ ຮີດຄອງປະເພນີອັນດີງາມຂອງຊາດ ເພື່ອບໍ່ໃຫ້ສັງຄົມຫຼົງເຊື່ອ ແລະ ເຂົ້າໃຈຜິດ; ພ້ອມກັນນັ້ນ, ໃຫ້ ຫສນຍ ສົມທົບກັບພາກສ່ວນກ່ຽວ ຂ້ອງ ເລັ່ງປັບປຸງດຳລັດ 315/ລບ, ລົງວັນທີ 16 ສິງຫາ 2016 ວ່າດ້ວຍການຄຸ້ມຄອງ ແລະ ປົກປ້ອງການເຄື່ອນໄຫວສາສະໜາຢູ່ ສປປລາວ ໃຫ້ສອດຄ່ອງກັບສະພາບເງື່ອນໄຂໃນປັດຈຸບັນ.
(8.) ສືບຕໍ່ສຸມໃສ່ກໍ່ສ້າງ, ສ້ອມແປງບັນດາເສັ້ນທາງຫຼວງແຫ່ງຊາດ ແລະ ເສັ້ນທາງຕ່າງໆ ໃຫ້ສຳເລັດຕາມແຜນກຳນົດ ໂດຍສະເພາະໂຄງການທີ່ມີທຶນແລ້ວ ທັງທຶນ ODA, ທຶນລັດ ແລະ ການມີສ່ວນຮ່ວມຂອງພາກເອກະຊົນ ຕາມມະຕິ 05/ລບ.
(9) ສືບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດລະດູຝົນ, ການຜະລິດສິນຄ້າເພື່ອທົດແທນການນຳເຂົ້າ ແລະ ປຸງແຕ່ງເພື່ອສົ່ງອອກ ໃຫ້ບັນລຸຕາມແຜນ, ພ້ອມທັງເພີ່ມທະວີການຕິດຕາມເຝົ້າລະວັງ, ສະກັດກັ້ນ ແລະ ແກ້ໄຂການລະບາດຂອງພະຍາດອະຫິວາໝູທີ່ກຳລັງລະບາດຢູ່ຫຼາຍທ້ອງຖິ່ນ ໂດຍໃຫ້ລົງເລິກຊອກຫາສາເຫດຕົວຈິງເພື່ອມີມາດຕະການປ້ອງກັນບໍ່ໃຫ້ເກີດຂຶ້ນອີກ; ພ້ອມກັນນັ້ນ, ກໍໃຫ້ຮີບຮ້ອນຄົ້ນຄວ້ານະໂຍບາຍຊ່ວຍເຫຼືອຜູ້ປະກອບການ ແລະ ຄອບຄົວທີ່ລ້ຽງໝູ.
(10) ສືບຕໍ່ປະຕິບັດມາດຕະການຕ່າງໆ ຈຳກັດການນຳເຂົ້າສິນຄ້າຟຸມເຟືອຍ ແລະ ສິນຄ້າທີ່ພາຍໃນສາມາດຜະລິດໄດ້ ໃຫ້ແຂງແຮງກວ່າເກົ່າ; ພ້ອມກັນນັ້ນ, ກໍສົ່ງເສີມການນຳໃຊ້ລົດໄຟຟ້າ ແລະ ພະລັງງານທາງເລືອກ.
(11) ກະກຽມຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 07 ຕຸລາ 2026 ຄົບຮອບ 32 ປີ ໃຫ້ດີ, ມີເນື້ອໃນ ແລະ ຄວາມໝາຍ; ເນັ້ນຄວາມສຳຄັນຂອງການສຶກສາ, ຄູ, ນັກຮຽນ ໂດຍຖືເປັນຂະບວນການປຸກລະດົມການຮັກອາຊີບຄູ, ການເຂົ້າຮຽນ ແລະ ອື່ນໆ.
(12) ສືບຕໍ່ສຸມໃສ່ການຜັນຂະຫຍາຍແຜນພັດທະນາສາທາລະນະສຸກ 5 ປີ ຄັ້ງທີ X (2026-2030), ເພີ່ມທະວີການໂຄສະນາສຸຂະສຶກສາ, ການສັກຢາກັນພະຍາດ ແລະ ສົ່ງເສີມສຸຂະພາບ ໃຫ້ທຸກພາກສ່ວນໃນສັງຄົມໄດ້ຮັບຮູ້ ແລະ ເຂົ້າໃຈ, ພ້ອມທັງຍົກລະດັບຄຸນນະພາບໃນການບໍລິການຂອງບັນດາໂຮງໝໍລັດ ໃຫ້ດີຂຶ້ນກວ່າເກົ່າ.
(13) ບັນດາກະຊວງ-ອົງການ ສືບຕໍ່ລົງຊ່ວຍນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຕາມຂໍ້ຕົກລົງສະບັບເລກທີ 27/ນຍ, ລົງວັນທີ 20 ເມສາ 2026 ໃຫ້ໄດ້ຮັບຜົນດີ.
(14) ສືບຕໍ່ກະກຽມການເຄື່ອນໄຫວຕ່າງປະເທດຂອງການນຳຂັ້ນສູງ ແລະ ກະກຽມຕ້ອນຮັບຄະນະຜູ້ແທນປະເທດຕ່າງໆ ໃຫ້ດີ ແລະ ສົມກຽດ.
ນອກຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງບັນດາທ່ານສະມາຊິກລັດຖະບານ ແລະ ການນຳບັນດາທ້ອງຖິ່ນ ນໍາເອົາແຜນວຽກຈຸດສຸມປະຈຳເດືອນກັນຍາທີ່ກອງປະຊຸມໄດ້ເອກະພາບກັນ ໄປປັບປຸງເຂົ້າໃນແຜນວຽກຂອງຂະແໜງການ ແລະ ທ້ອງຖິ່ນຕົນ ໃຫ້ລະອຽດ, ມີການແບ່ງຄວາມຮັບຜິດຊອບໃຫ້ສອດຄ່ອງກັບສະພາບຄວາມເປັນຈິງຂອງການຈັດຕັ້ງແຕ່ລະຂັ້ນ ແລະ ມີຄາດໝາຍເວລາສຳເລັດທີ່ຊັດເຈນ.
(ຂ່າວ ແລະ ພາບ: ກົມປະຊາສຳພັນ, ຫສນຍ)

