ຜູ້ວ່າການທະນາຄານ ແຫ່ງ ສປປລາວ ຊີ້ແຈງຕໍ່ຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ

​ພ.ຈ. 2, 2023 | SlideMobile, ຂ່າວເດັ່ນ

(ສພຊ) ໃນຕອນເຊົ້າວັນທີ 2 ພະຈິກ 2023 ໂດຍການເປັນປະທານກອງປະຊຸມຂອງທ່ານ ປອ. ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໂອກາດດັ່ງກ່າວ ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າການທະນາຄານ ແຫ່ງ ສປປລາວ ໄດ້ຊີ້ແຈງຕໍ່ຄໍາຊັກຖາມ ທີ່ສະມາຊິກສະພາແຫ່ງຊາດໃຫ້ຄວາມສົນໃຈ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX. ຈາກນັ້ນ, ບັນດາທ່ານ ສະມາຊິກສະພາແຫ່ງຊາດ ກໍໄດ້ມີຄໍາຊັກຖາມເພີ່ມຕື່ມ ຕໍ່ບັນຫາທີ່ໃຫ້ຄວາມສົນໃຈ. ຫຼັງຈາກນັ້ນ, ທ່ານຜູ້ວ່າການທະນາຄານ ແຫ່ງ ສປປລາວ ກໍໄດ້ຊີ້ແຈງເພີ່ມຕື່ມຢ່າງກົງໄປກົງມາ ແລະ ມີເຫດມີຜົນ ຕໍ່ບັນດາຄໍາຊັກຖາມຂອງ ສະມາຊິກສະພາແຫ່ງຊາດ.