

ໃນໂອກາດນີ້, ທ່ານ ພັອ. ບຸນທົງ ສີດາວົງ ຮອງກອງບັນຊາການປ້ອງກັນສູນກາງ ໄດ້ລາຍງານຫຍໍ້ກ່ຽວກັບຜົນ ງານການເຄື່ອນໄຫວວຽກງານ, ພາລະບົດບາດ, ສິດ ແລະ ໜ້າທີ່ຂອງກອງບັນຊາການໃນໄລຍະຜ່ານມາ; ຈາກນັ້ນ, ທ່ານ ຄຳຜອງ ແສງສະຫວ່າງ ໄດ້ສະເໜີເອກະສານກ່ຽວກັບທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່ ການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫຼວງວຽງຈັນ ຊຸດທີ II; ພ້ອມນັ້ນ, ຍັງໄດ້ຮັບຟັງການສະເໜີກ່ຽວກັບສະພາບຄວາມເປັນມາ, ທີ່ຕັ້ງ, ພາລະບົດບາດ, ສິດ ແລະ ໜ້າທີ່, ການຈັດຕັ້ງ ແລະ ການເຄື່ອນ ໄຫວຂອງກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ; ການປະຕິບັດນະໂຍບາຍຕໍ່ພະນັກງານ-ນັກຮົບໃນກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຕິບັດໜ້າທີ່ຢູ່ສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ສະເໜີໂດຍທ່ານ ພັທ. ປະກອນໄຊ ສິດທິລາດວົງສາ ຫົວໜ້າພະແນກປ້ອງກັນຄວາມສະຫງົບ ກົມປ້ອງກັນຄວາມສະຫງົບ ກຳມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງທ່ານ ພົຈວ. ປອ. ມາລາ ວິລະຈິດ ເຊິ່ງທ່ານໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນງານການເຄື່ອນໄຫວຂອງກອງບັນຊາການປ້ອງກັນສູນກາງ ໃນໄລຍະຜ່ານມາ ເຊິ່ງສາມາດຮັກສາຊີວິດ ແລະ ສຸຂະພາບຂອງການນຳຂັ້ນສູງ ແລະ ຂັ້ນຕ່າງໆຂອງປະເທດ ແລະ ຮັກສາໄດ້ຄວາມສະຫງົບຂອງອົງການຈັດຕັ້ງສຳຄັນຕ່າງໆຂອງຊາດ ທ່ານຍັງໄດ້ເນັ້ນໃຫ້ບັນດາທ່ານນາຍ ແລະ ພົນຕຳຫຼວດທຸກສະຫາຍໃຫ້ເອົາໃຈໃສ່ຮັກສາມູນເຊື້ອຜົນງານທີ່ໄດ້ຮັບ, ປະຕິບັດໜ້າທີ່ທີ່ຕົນຮັບຜິດຊອບສູງ ແລະ ມີຜົນສຳເລັດອັນຈົບງາມ.


(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)