



ໃນກອງປະຊຸມ, ສະຫາຍ ນາງ ຫວັນໄຊ ຈັນທະລາ ປະທານກວດກາສະຫະພັນກຳມະບານສະພາແຫ່ງຊາດ ໄດ້ເຜີຍແຜ່ຂໍ້ກຳນົດວ່າດ້ວຍການກວດກາການປະຕິບັດວຽກງານຂອງສະມາຊິກກຳມະບານພາຍໃນສະພາແຫ່ງຊາດ ສະບັບເລກທີ 93/ສພບ.ສພຊ, ລົງວັນທີ 7 ທັນວາ 2021, ແຈ້ງການຂອງສະຫະພັນກຳມະບານລາວ ກ່ຽວກັບການສສະຫຼຸບລາຍງານວຽກງານຕິດຕາມກວດກາຂອງສະຫະພັນກຳມະບານລາວ ສະບັບເລກທີ 1028/ຫກ, ລົງວັນທີ 15 ສິງຫາ 2022 ແລະ ຜ່ານຮ່າງບບົດສະຫຼຸບວຽກງານກວດກາ ກຳມະບານ ພາຍໃນສະພາແຫ່ງຊາດ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ. ພ້ອມນັ້ນ, ຍັງໄດ້ມີການປຶກສາຫາລືກ່ຽວກັບຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການປະຕິບັດວຽກງານຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າຂອງສະຫະພັນກຳມະບານສະພາແຫ່ງຊາດ ແລະ ບັນດາສະຫາຍທີ່ເຂົ້າຮ່ວມກໍໄດ້ຜັດປ່ຽນກັນລາຍງານສະພາບການຈັດຕັ້ງປະຕິບັດວຽກງານກວດກາໃນໄລຍະຜ່ານມາ ແລະ ມີຄຳເຫັນ, ຂໍ້ສະເໜີແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເຮັດໃຫ້ກອງປະຊຸມສຳເລັດດ້ວຍໝາກຜົນອັນຈົບງາມ.

(ພາບ ແລະ ຂ່າວ: ນາງ ປາກາລັກ ພົມມີໄຊ)