




ກອງປະຊຸມໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ການເຄື່ອນໄຫວ ແລະ ຮ່ວມມືວຽກງານສື່ມວນຊົນ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022 ຂອງຄະນະເລຂາທິການສະພາປະຊາຊົນແຂວງ(ວຽກຂໍ້ມູນ-ຂ່າວສານ) ແລະ ການຮ່ວມມືກັບ ສະຖານີວິທະຍຸ-ໂທລະພາບແຂວງ, ສະເໜີໂດຍທ່ານ ນາງວຽງສະໄໝ ປັນຍາຂັນ, ຮອງເລຂາທິການສະພາປະຊາຊົນແຂວງ ແລະ ໄດ້ຮັບຟັງການຜ່ານບົດລາຍງານຫຍໍ້ ການປະສານງານຮ່ວມມືດ້ານສື່ວິທະຍຸ-ໂທລະພາບ 6 ເດືອນຕົ້ນປີ ແລະ ທິດທາງ 6 ເດືອນທ້າຍປີ 2022 ຂອງພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງ(ວຽກງານ ສະຖານີວິທະຍຸ-ໂທລະພາບແຂວງ) ສະ ເໜີໂດຍທ່ານ ນາງ ທັດສະດາສຸກ ວິໄລວົງ, ຮັກສາການຫົວໜ້າສະຖານີວິທະຍຸ-ໂທລະພາບແຂວງ, ຕາງໜ້າ ພະແນກ ຖວທ.



ພາບ/ຂ່າວ: ແສງພອນ ອິນນະລົງ.